ໃນວັນທີ 19 ມັງກອນ 2022 ສະ ມາຄົມ ລາວ-ໄທ ເພື່ອມິດ ຕະພາບ ຮ່ວມກັບ ສະຖານເອກອັກ ຄະຣາຊະທູດແຫ່ງຣາຊະອາ ນາຈັກໄທ ປະຈຳ ສປປ ລາວ ແລະ ອົງການປົກຄອງເມືອງຫາດຊາຍຟອງ ໄດ້ຈັດກິດຈະກຳປູກຕົ້ນໄມ້ ມິດຕະພາບ ເພື່ອປະກອບສ່ວນໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 70 ປີ.
ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ມີ: ທ່ານ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫຽມ ພົມມະຈັນ, ປະທານສະ ມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ເຈດສະດາ ກະຕາເວທິນ, ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດ ເຕັມແຫ່ງຣາຊະອາ ນາຈັກໄທ ປະຈຳ ລາວ. ນອກນັ້ນ, ຍັງມີຮອງເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າເມືອງຫາດຊາຍຟອງ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າ ຮ່ວມ.
ຕົ້ນໄມ້ທີ່ເອົາມາປູກໃນຄັ້ງນີ້ ມີຊື່ພາສາລາວເອີ້ນວ່າ “ຕົ້ນຄາຍປ່າ” ແລະ ພາສາໄທເອີ້ນວ່າ “ຕົ້ນກັນລະປະພຶກ” ຈຳນວນ 140 ຕົ້ນ ໃນນັ້ນ, ຝ່າຍລາວ 70 ຕົ້ນ ແລະ ຝ່າຍໄທ 70 ຕົ້ນ ຊຶ່ງເປັນສັນ¬ຍາລັກວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ໄທ ຄົບຮອບ 70 ປີ.
ຕົ້ນໄມ້ດັ່ງກ່າວຈະໄດ້ປູກລຽບ ຕາມແຄມທາງ ແຕ່ບ້ານຊຽງຄວນລົງຮອດບ້ານທ່າພະ, ຄາດ ວ່າອີກປະມານ 3 ປີ ຕົ້ນໄມ້ເຫຼົ່ານີ້ກໍຈະອອກດອກເປັນສີບົວ ເຊິ່ງຈະເຮັດໃຫ້ບໍລິເວນເສັ້ນທາງດັ່ງກ່າວມີຄວາມສວຍງາມ.
ປີ 2020 ຜ່ານມານັ້ນ ເປັນປີຄົບ ຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ (19 ທັນວາ 1950-19 ທັນວາ 2020), ແຕ່ຍ້ອນມີສະພາບການແຜ່ລະບາດຂອງພະ¬ຍາດໂຄວິດ-19 ຈຶ່ງເຮັດໃຫ້ກິດຈະກຳດັ່ງກ່າວບໍ່ສາມາດຈັດ ຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
ປີນີ້, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ກໍໄດ້ພົວພັນຮ່ວມມືກັນເປັນເວລາຄົບຮອບ 27 ປີ. ຕະຫຼອດໄລຍະເວລາຜ່ານມາ ສະມາຄົມ ລາວ- ໄທ ເພື່ອມິດຕະພາບ ແລະ ສະ ມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ເຮັດໜ້າທີ່ການທູດປະຊາຊົນໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານລັດໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນຕະຫຼອດມາ. ນອກນັ້ນ ກໍ່ໄດ້ມີການຮ່ວມມື ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍສະເພາະແມ່ນພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະ ນະສຸກ, ວັດທະນະທຳສັງຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ມາຮອດປະຈຸບັນນີ້ ສອງສະມາຄົມ ລາວ- ໄທ ແລະ ໄທ-ລາວ ເພື່ອມິດຕະ ພາບ ໄດ້ຮ່ວມກັນສ້າງອາຄານໂຮງຮຽນປະຖົມ ແລະ ມັດທະຍົມມິດຕະພາບ ລາວ-ໄທ, ໄທ-ລາວ ຢູ່ ສປປ ລາວ ລວມທັງໝົດ 11 ຫຼັງ, ໄດ້ຮັບເອົາກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະ ອານາຈັກໄທ ມາທອດຖວາຍຢູ່ ສປປ ລາວ ຈຳນວນ 23 ຄັ້ງ, ແລະ ຈັດຕັ້ງກອງຜ້າປ່າສາມັກຄີໄປທອດຖວາຍຢູ່ຣາຊະອານາຈັກໄທ ຈຳນວນ 03 ຄັ້ງ, ສອງສະມາຄົມໄດ້ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງ ມິດຕະພາບຄວາມເຂົ້າໃຈ ແລະ ການຊ່ວຍ ເຫຼືອຊຶ່ງກັນແລະກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ.
ຂ່າວ;ພາບ: ກົມຂາວກະຊວງການຕ່າງປະເທດ
