ເນື່ອງຈາກສະພາບຝົນຕົກລີນຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍທ້ອງຖີ່ນພາຍໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ, ດີນເຈື່ອນ ແລະອື່ນໆ. ຫຼ້າສຸດມີການລາຍງານສະພາບດີນ ແລະຫີນເຈື່ອນຕັນທາງ ເຂດຜາລາຍເມືອງປາກອູ ແຂວງຫລວງພະບາງ ເຮັດໃຫ້ການສັນຈອນຕິດຂັດ, ທ່ານ ແກ່ນຄຳ ຄຳພັນ ເຈົ້າເມືອງປາກອູ ໄດ້ໃຫ້ສຳພາດວ່າ: ປັດຈຸບັນໄດ້ມອບໃຫ້ຂະແໜງການກ່ຽວຂ້ອງຂອງເມືອງ ລົງກວດກາສະພາບຈຸດເກີດເຫດ ເຫັນວ່າມີດີນ ແລະຫີນເຈື່ອນຕັນທາງ 2-3 ຈຸດ ຈາກນັ້ນໄດ້ປະສານສົມທົບກັບບໍລິສັດ ຮັບຜິດຊອບແກ້ໄຂໄພພິບັດ ເລັ່ງແກ້ໄຂເພື່ອເຮັດໃຫ້ການສັນຈອນໄດ້ເປັນປົກກະຕິ. ເຈົ້າເມືອງປາກອູໃຫ້ຮູ້ຕື່ມວ່າ: ນັບແຕ່ເກີດມີສະພາບຝົນຕົກ ເຮັດໃຫ້ປະຊາຊົນບາງບ້ານຂອງເມືອງປາກອູ ໄດ້ຮັບຜົນກະທົບຈາກນ້ຳປ່າໄຫຼສຸ ແລະນ້ຳຖ້ວມ-ດີນເຈື່ອນຈຳນວນໜື່ງ, ເຊີ່ງປັດຈຸບັນຄະນະນຳຂອງເມືອງໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ປະສານສົມທົບກັບອົງການປົກຄອງບ້ານ ເພື່ອເຝົ້າລະວັງຢ່າງໃກ້ສິດ.
ທ່ານ ແກ່ນຄຳ ຄຳພັນ ເຈົ້າເມືອງປາກອູໃຫ້ຮູ້ຕື່ມວ່າ: ປັດຈຸບັນຂະແໜງການກ່ຽວຂ້ອງຂອງເມືອງ ພວມເລັ່ງແກ້ໄຂສະພາບການທີ່ເກີດຂື້ນໃນເບື້ອງຕົ້ນ ທັງໄດ້ເກັບກຳຂໍ້ມູນຜົນເສຍຫາຍຕົວຈີງເພື່ອວາງແຜນການແກ້ໄຂໃນຂັ້ນຕໍ່ໄປ.


