ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ມາຮອດວັນທີ 14 ສິງຫາ 2023 ຢູ່ເຂດປະສົບໄພນໍ້າຖ້ວມເຂດນາຕານ ເມືອງນາກາຍ ແຂວງຄຳມ່ວນ ເຖີງວ່ານໍ້າຈະບົກແຫ່ງລົງແລ້ວ ແຕ່ສະພາບເສັ້ນທາງເລກທີ 5675 ແຕ່ແຍກທາງ 1E ບ້ານ ນາກາຍ ຫາ ບ້ານນາຕານ ເມືອງນາກາຍ ແຂວງຄຳມ່ວນ ສະພາບໜ້າທາງແມ່ນຖືກເປ່ເພເສຍຫາຍໜັກພໍສົມຄວນ, ສະພາບເສັ້ນ ທາງແມ່ນມີດິນເຈື່ອນຕັນຮ່ອງລະບາຍນໍ້າ, ນໍ້າເຊາະໜ້າທາງ ແລະ ທາງຂາດ 2 ຈຸດ ໃນປັດຈຸບັນເສັ້ນທາງສັນ ຈອນໄປມາແມ່ນຖຶກຕັດຂາດ, ເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກລໍາບາກ. ເສັ່ນທາງບາງຈຸດກໍ່ເປເພເສຍຫາຍເປັນບວກ ເປັນຕົມບວກໃສ່ສະພາບຝົນຕົກຕື່ມອີກ.ເປັນສາເຫດໃຫ້ການຂົນສົ່ງເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມເຂດນາຕານ ເມືອງນາກາຍ ໃນມື້ນີ້ຍັງພົບຄວາມຍຸ້ງຍາກ.