ເຂດປົກຄອງຕົນເອງອຸຍກູຊິນຈ່ຽງ, ສາທາລະນະລັດ ປະຊາຊົນຈີນ ແມ່ນເປັນເຂດໜຶ່ງທີ່ຕັ້ງຢູ່ທາງພາກຕາເວັນຕົກສຽ່ງເໜືອຂອງປະເທດ, ເປັນເຂດປົກຄອງຕົນເອງທີ່ໃຫ່ຍທີ່ສຸດ ໃນຈຳນວນເຂດປົກຄອງຕົນເອງທັງໝົດ 5 ເຂດ, ກວມເອົາເນື້ອທີ່ປະມານ 1,6 ລ້ານກິໂລຕາແມັດ, ມີພົນລະເມືອງອາໄສຢູ່ປະມານ 25 ລ້ານຄົນ (2020), ມີອານາເຂດຕິດກັບ 8 ປະເທດ ໄດ້ແກ່: ລັດເຊຍ, ມົງໂກລີ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ອາຟະການິດສະຖານ, ປາກິດສະຖານ ແລະ ອິນເດຍ ເປັນປະຕູທາງອອກຈາກປະເທດອາຣັບສູ່ເຂດເມດີເຕລະເນ. ນອກຈາກນັ້ນ, ຍັງຕິດພັນກັບຕີເບດອີກດ້ວຍເຊິ່ງຖືວ່າເປັນເຂດໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະກອນທຳມະຊາດ ຄືເປັນແຫຼ່ງສຳຮອງນໍ້າມັນ, ອາຍແກັດ ແລະ ຖ່ານຫີນທີ່ໃຫ່ຍເປັນອັນດັບຕົ້ນໆຂອງປະເທດຈີນ.
ກ່ອນໜ້ານີ້ 2000 ກວ່າປີ, ຊິນຈ່ຽງໃນເວລານັ້ນເປັນອານາຈັກໜຶ່ງທີ່ຮຸ່ງເຮືອງເຂັ້ມແຂງທີ່ສຸດ ພາຍໃຕ້ການປົກຄອງຂອງລາຊະວົງຫັ້ນ, ເຊິ່ງມີອານາເຂດກວ້າງໃຫ່ຍໄພສານກວມເອົາຮອດທະເລສາບປາເອີກາສື ແລະ ເຂດພູພຽງພາມິເອີ, ໂດຍໄດ້ມີການແບ່ງການປົກຄອງ ແລະ ການບໍລິຫານພາຍໃນດ້ວຍຫລາຍຊົນເຜົ່າ. ໃນໄລຍະການປົກຄອງຂອງລາຊະວົງຫັ້ນ ຫຼາຍກວ່າ 60 ປີ, ຊິນຈ່ຽງແມ່ນມີຄວາມຈະເລີນໃນທຸກດ້ານ ທັງອະລິຍະທຳ ແລະ ການພັດທະນາເສດຖະກິດ ກໍຄືຄວາມເຂັ້ມແຂງທາງດ້ານການທະຫານ ຈົນເຮັດໃຫ້ລາຊະວົງເຂດແຄ້ວນອື່ນໆ ເກງກົວບໍ່ກ້າມາຮຸກຮານ. ພາຍຫຼັງການສິ້ນສຸດລາຊະວົງຫັ້ນ, ຊິນຈ່ຽງກໍໄດ້ຮັບການສືບຕໍ່ປົກຄອງມາອີກຫລາຍລາຊະວົງ ຈົນມາເຖິງວັນທີ 1 ຕຸລາ 1949, ເມື່ອການປະຕິວັດຊາດ ປະຊາທິປະໄຕຂອງຈີນໄດ້ສຳເລັດ ແລະ ສະຖາປານາເປັນ ສາທາລະນະລັດ ປະຊາຊົນຈີນ, ຊິນຈ່ຽງ ກໍໄດ້ກາຍເປັນເຂດປົກຄອງຕົນເອງຂອງ ຈີນ ມາຈົນເຖິງທຸກວັນນີ້.
ຊິນຈຽ່ງມີເອກະລັກພິເສດສະເພາະທາງດ້ານອະລິຍະທຳ ແລະ ພູມສັນຖານ ທີ່ປົກຄຸມໄປດ້ວຍພູຜາ ແລະ ທະເລຊາຍ, ເນື້ອທີ່ສ່ວນໃຫ່ຍແມ່ນເປັນທະເລຊາຍ ແລະ ພູຜາທີ່ສູງຊັນ, ໃນນີ້ມີພູທີ່ມີຊື່ສຽງ ແລະ ເປັນທີ່ຮູ້ກັນດີຄື: ພູໄທຊານ ແລະ ຊຽນຊານ, ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ຄົນທັງໂລກໄຝ່ຝັນຢາກໄປໃຫ້ເຖິງຄັ້ງໜຶ່ງໃນຊິີວີດ. ນອກຈາກມີພູສອງໜ່ວຍທີ່ມີຊື່ສຽງນີ້ແລ້ວ, ຊິນຈ່ຽງຍັງມີທະເລສາບທີ່ສວຍສົດງົດງາມ ແລະ ເປັນມົນສະເໝ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ນອກຈາກນັ້ນ, ຊິນຈ່ຽງ ຍັງມີມົນສະເໝ່ດ້ານວັດທະນະທໍາທີ່ເປັນເອກະລັກອັນສະເພາະ, ຮີດຄອງປະເພນີອັນຫຼາກຫຼາຍຂອງແຕ່ລະຊົນເຜົ່າທີ່ຄວາມໂດດເດັ່ນ, ເຊິ່ງຖືວ່າເປັນຈຸດຂາຍໃນການດຶງດູດນັກທ່ອງທ່ຽວໃຫ້ໄປຢ້ຽມຢາມ.
ຊິນຈຽ່ງ ຍັງເປັນເຂດທີ່ມີຄວາມຫຼາກຫລາຍທາງດ້ານຊົນເຜົ່າ. ໃນນັ້ນ, ມີຊົນເຜົ່າອຸຍກູ, ເຊິ່ງກວມເອົາ 45% ຂອງພົນລະເມືອງທັງໝົດ ແລະ ຊົນເຜົ່າຫັ້ນ 40%. ສ່ວນທີ່ເຫຼືອຍັງອີກ 15% ແມ່ນຊົນເຜົ່າຕ່າງໆ. ສະນັ້ນ, ຊິນຈ່ຽງ ຈຶ່ງກາຍເປັນດິນແດນມົນສະເໝ່ທາງດ້ານວັດທະນະທຳ ແລະ ອະລິຍະທຳອັນເກົ່າແກ່ ທີ່ຕົກທອດຈາກລາຊະວົງກ່ອນໆປະໄວ້, ເຊິ່ງມີຄວາມໂດດເດັ່ນທີ່ຊວນໃຫ້ສຶກສາຄົ້ນຄວ້າ ແລະ ຢ້ຽມຊົມເປັນຢ່າງຍິ່ງ. ດ້ວຍເອກະລັກສະເພາະດ້ານຂອງບັນດາຊົນເຜົ່າ ແລະ ພູມສັນຖານນີ້ ເຮັດໃຫ້ຊິນຈ່ຽງກາຍເປັນຈຸດສົນໃຈຂອງນັກສະແຫວງຫາໃນການເຂົ້າໄປຖ່າຍທຳລະຄອນໂທລະພາບ ຫຼື ຮູບເງົາຕ່າງໆ ເປັນຕົ້ນ: ເລື່ອງສາມກົກ, ມັງກອນຢົກ ແລະ ອື່ນໆ ທີ່ທ່ານອາດຈະໄດ້ຊົມ ແລະ ຕິດຕາມຕະຫລອດມາ.
ຍ້ອນເຫັນໄດ້ທ່າແຮງຂອງເຂດປົກຄອງຕົນເອງຊິນຈ່ຽງ, ພັກ ແລະ ລັດຖະບານຈີນ ຍາມໃດກໍໄດ້ຖືສໍາຄັນຕໍ່ການພັດທະນາສົ່ງເສີມຊິວີດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍໃຫ້ສິດທິຕ່າງໆຢ່າງເທົ່າທຽບແກ່ທຸກຊົນເຜົ່າ ບໍ່ວ່າຈະເປັນການເຂົ້າເຖິງການສຶກສາຂັ້ນຕ່າງໆ ລວມທັງການປະກອບອາຊີບ ທຳມາຫາກິນ ແລະ ການພັດທະນາຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວ. ຊິນຈ່ຽງໃນວັນນີ້ໄດ້ມີການປ່ຽນແປງຢ່າງກ້າວກະໂດດຈາກໜ້າມືເປັນຫຼັງມື, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂໃນລະດັບດີຂຶ້ນເປັນກ້າວໆ ໃນອາດີດເຂດຊິນຈ່ຽງຖືໄດ້ວ່າເປັນເຂດທີ່ທຸກຍາກທີ່ສຸດ, ປະຊາຊົນດຳລົງຊິວີດຢູ່ດ້ວຍຄວາມອົດຢາກ, ອຶດຫີວ ແຕ່ມາຮອດປັດຈຸບັນນີ້ ລາຍຮັບສະເລ່ຍຕໍ່ຫົວຄົນ GDP ແມ່ນສູງກວ່າ 7.000 ໂດລາສະຫະລັດ, ອັດຕາການຂະຫຍາຍຕົວຂອງເສດຖະກິດໃນລະດັບ 6-7% ຕໍ່ປີ ນັບແຕ່ປີ 2010 ເປັນຕົ້ນມາ ເຖິງແມ່ນວ່າຈະພົບກັບອຸປະສັກຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019- 2020, ແຕ່ເສດຖະກິດຂອງເຂດຊິນຈ່ຽງ ຍັງຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 3-4%. (ຕາມຕົວເລກຂອງສຳນັກຂ່າວຊິນຫົວລາຍງານຄັ້ງວັນທີ 25 ກໍລະກົດ 2020). ດ້ວຍຈຸດພິເສດດ້ານພູມສາດອັນເປັນເຂດດ່ານໜ້າ, ເປັນປະຕູອອກສູ່ເອີຣົບ ແລະ ປະເທດເຂດເມດີເຕລະເນ, ພັກ ກໍຄືລັດຖະບານຈີນ ຈຶ່ງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນທີ່ສຸດຕໍ່ເຂດດັ່ງກ່າວ ໂດຍສົ່ງເສີມເປີດກວ້າງໃນການພັດທະນາ ສ້າງເປັນເຂດອຸດສະຫະກຳ ໂດຍສະເພາະພະລັງງານ, ແຮ່ທາດ ໄປຄ່ຽງຄູ່ກັບການສົ່ງເສີມການປູກຝັງ ແລະ ທ່ອງທ່ຽວ. ນອກຈາກນັ້ນ, ຊິນຈ່ຽງຍັງກາຍເປັນສ່ວນສໍາຄັນໃນນະໂຍບາຍເສັ້ນທາງສາຍໄໝ ແລະ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງລັດຖະບານຈີນ ໃນການເປັນປະຕູທາງອອກດ້ານການຄ້າສູ່ເອີຣົບ ແລະ ຕາເວັນອອກກາງອີກດ້ວຍ.
ໄປຄຽງຄູ່ກັບຄວາມເອົາໃຈໃສ່ຕໍ່ການພັດທະນາເສດຖະກິດ-ສັງຄົມ, ພັກ ແລະ ລັດຖະບານ ສປ ຈີນ ກໍໄດ້ຖືສໍາຄັນຕໍ່ການສົ່ງເສີມປະຊາທິປະໄຕ, ສິດສະເໜີພາບຂອງທຸກຊົນເຜົ່າ ໂດຍບໍ່ໄດ້ມີການແບ່ງແຍກ ຫຼື ຈຳແນກແຕ່ຢ່າງໃດ, ທຸກຊົນເຜົ່າຖືວາ່ເປັນພົນລະເມືອງຂອງ ສປ ຈີນ, ເຊິ່ງມີສິດຢ່າງເຕັມປ່ຽມຕາມລັດຖະທຳມະນູນ ແລະ ກົດໝາຍທີ່ກໍານົດໄວ້ ບໍ່ວ່າສິດທິໃນການປາກເວົ້າ ແລະ ສິດໃນການທໍາມາຫາກິນອັນຊອບທຳທີ່ບໍ່ຂັດຕໍ່ລະບຽບກົດໝາຍ. ຍ້ອນການນຳພາອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ປະຊາຊົນເຜົ່າຕ່າງໆ ໃນເຂດປົກຄອງຕົນເອງຊິນຈ່ຽງ ລ້ວນແລ້ວແຕ່ພ້ອມພາກັນດໍາລົງຊິວີດດ້ວຍຄວາມສະຫງົບ ແລະ ຢູ່ຮ່ວມກັນຢ່າງສັນຕິ, ກົມກຽວ ຕາ່ງຄົນກໍຕ່າງອອກແຮງທໍາມາຫາກິນ, ສ້າງສາພັດທະນາເຂດຂອງຕົນໃຫ້ຈະເລີນສີວິໄລຂຶ້ນເທື່ອລະກ້າວ ຕາມແນວທາງຂອງພັກ ແລະ ລັດຖະບານ.
ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານຈີນຍາມໃດກໍ່ມີຄວາມຫ່ວງໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນທຸກພື້ນທີ່ ແລະ ຖືເອົາປະຊາຊົນເປັນໃຈກາງໃນການພັດທະນາ ເສດຖະກິດສັງຄົມ ຖືເອົາການປົກປ້ອງສິດອັດຊອບທໍາຂອງປະຊາຊົນເປັນປັດໃຈສໍາຄັນໃນການວາງແຜນນະໂຍບາຍຕ່າງໆ ໂດຍສະເພາະນະໂຍບາຍສາມັກຄີປອງດອງກັນຂອງທຸກຊົນເຜົ່າ. ຮັບປະກັນສິດຕ່າງໆຂອງທຸກຊົນເຜົ່າຢ່າງສະເໝີພາບ ແລະ ເທົ່າທຽມກັນ ບໍ່ວ່າຈະເປັນສິດຂອງພົນລະເມືອງ, ສິດທາງດ້ານການເມືອງ, ສິດທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ສິດທິຂອງແມ່ຍິງ ແລະ ເດັກນ້ອຍ ລວມທັງສິດເສລີພາບທາງດ້ານສາສະໜາ ແລະ ການເຊື່ອຖື ເປັນຕົ້ນ.
ຍ້ອນເຫັນໄດ້ເຖິງຄວາມສໍາຄັນໃນການຢູ່ຮ່ວມກັນຢ່າງສັນຕິ, ຄວາມສາມັກຄີປອງດອງ, ຄວາມເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ, ພັກ ແລະ ລັດຖະບານຈີນກໍ່ໄດ້ມີການສົ່ງເສີມ, ປົກປ້ອງໂດຍບໍ່ໄດ້ກີດກັ້ນການເຄື່ອນໄຫວກິດຈະກໍາທາງສາສະໝາທີ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍຂອງບ້ານເມືອງຂອງຊົນເຜົ່າໃດໜຶ່ງ ແຕ່ກົງກັນຂ້າມ ໄດ້ມີການສົ່ງເສີມໃຫ້ປົກປັກຮັກສາມູນເຊື້ອ ແລະ ວັດທະນະທໍາອັນດີງານຂອງຊົນເຜົ່າຕ່າງໆໃວ້ໃຫ້ລູກຫຼານໄດ້ສືບສານຕໍ່ໄປໃນອະນາຄົດ, ພິເສດໃນເຂດຊິນຈ່ຽງຍັງໄດ້ມີສະຖານທີ່ເພື່ອຈັດກິດຈະກໍາທາງດ້ານສາສະໜາ ຈໍານວນ 24,800 ແຫ່ງ, ມີອົງການຈັດຕັ້ງທາງສາສະໜາ ຈໍານວນ 112 ອົງການ ແລະ ວິທະຍາໄລສາສະໜາ ຈໍານວນ 8 ແຫ່ງ ເພື່ອໃຫ້ທຸກຊົນເຜົ່າໄດ້ຮຽນຮູ້ ແລະ ເຄື່ອນໄຫວກິດຈະກໍາທາງສາສະໜາຂອງເຂົາເຈົ້າໄດ້ຢ່າງກ້ວາງຂວາງ ແລະ ເປັນອິດສະຫຼະ.
ໃນຕະຫຼອດໄລຍະເວລາ 70 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກກອມມຸຍນິດຈີນ, ປະຊາຊົນບັນດາເຜົ່າໃນເຂດປົກຄອງຕົນເອງຊິນຈ່ຽງ ແມ່ນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆຢ່າງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງເຂດປົກຄອງດັ່ງກ່າວ, ໃນປີ 2020 ມີປະຊາຊົນບັນດາເຜົ່າ ໄດ້ຫຼຸດພົ້ນອອກຈາກສະພາບຄວາມທຸກຍາກ ແລະ ອັດຕາການຂະຫຍາຍຕົວຂອງປະຊາຊົນບັນດາເຜົ່າແມ່ນມີຈໍານວນເພີ່ມຂຶ້ນເລື້ອຍໆຈາກ 21,82 ລ້ານຄົນໃນປີ 2010 ມາເປັນ 25,85 ລ້ານຄົນໃນປີ 2020 ເຊິ່ງຖືວ່າເປັນເຂດປົກຄອງຕົນເອງທີ່ມີອັັດຕາການຂະຫຍາຍຕົວຂອງປະຊາກອນທີ່ສູງ ຖ້າທຽບໃສ່ຂົງເຂດອື່ນ. ຄຽງຄູ່ກັບການຈະເລີນເຕີບໂຕທາງດ້ານປະຊາກອນ, ການສ້າງວຽກເຮັດງານທໍາເພື່ອຮອງຮັບກັບການເພີ່ມຂຶ້ນຂອງປະຊາກອນກໍ່ເປັນສິ່ງໜຶ່ງທີ່ ພັກ ແລະ ລັດຖະບານຈີນໄດ້ໃຫ້ຄວາມສໍາຄັນ ເຊິ່ງສະແດງອອກໃຫ້ເຫັນໃນຕົວເລກອັດຕາການຫວ່າງງານຂອງປະຊາຊົນໃນເຂດປົກຄອງຕົນເອງ ຊິນຈ່ຽງແມ່ນມີທ່າອ່ຽງຫຼຸດລົງເປັນກ້າວໆມາ, ການເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ການບໍລິການອື່ນໆແມ່ນໄດ້ຮັບການສົ່ງເສີມ ແລະ ຮັບປະກັນໂດຍສະເພາະກຸ່ມຄົນທີ່ດ້ອຍໂອກາດ.
ປະທານສີຈິ້ນຜີງ ໄດ້ເນັ້ນຢໍ້າຢູ່ສະເໜີວ່າ “ການພັດທະນາແມ່ນພື້ນຖານທີ່ສໍາຄັນສໍາລັບການສ້າງສະຖຽນລະພາບໃນໄລຍະຍາວຂອງຂົງເຂດດັ່ງກ່າວ” ແລະ ຊີ້ນໍາໃຫ້ທຸກພາກສ່ວນສຸມທຸກຄວາມພະຍາຍາມໃນການພັດທະນາເຂດຊິນຈ່ຽງຕາມຄຸນລັກສະນະສີສັນຂອງຈີນໃນການສ້າງລະບອບສັງຄົມນິຍົມໃນຍຸກສະໃໝໃໝ່, ສົ່ງເສີມການປົກຄອງດ້ວຍກົດໝາຍ, ສ້າງຂົງເຂດດັ່ງກ່າວໃຫ້ມີຄວາມສາມັກຄີ, ມີຄວາມກ້າວໜ້າ, ຈະເລີນຮຸ່ງເຮືອງ ແລະ ມີຄວາມກ້າວໜ້າທາງດ້ານວັດທະນະທໍາ ໂດຍການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ກໍ່ຄື ຍຸດທະສາດຂອງລັດ ໃຫ້ສອດຄ່ອງກັບລະບຽບກົດໝາຍ ເພື່ອຮັກສາສະຖຽນລະພາບໃນຂົງເຂດດັ່ງກ່າວໂດຍການສ້າງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ.
ເວົ້າລວມແລ້ວ, ໃນຕະຫຼອດໄລຍະເວລາ 70 ປີ ແຫ່ງການສ້າງສາພັດທະນາເສດຖະກິດສັງຄົມ, ລຶບລ້າງຄວາມທຸກຍາກ ແລະ ການສ້າງຊີວິດທີ່ດີ ອຸດົມຮັ່ງມີ, ປະຊາຊົນຢູ່ດີມີສຸກ ແມ່ນການສົ່ງເສີມປະຊາທິປະໄຕຢ່າງແທ້ຈິງ ໃນເຂດປົກຄອງຕົນເອງຊິນຈ່ຽງ ທີ່ໄດ້ຜ່ານຜ່າອຸປະສັກ ແລະ ບົດທົດສອບທີ່ທ້າທາຍນາໆປະການ ທັງພາຍໃນ ແລະ ຈາກພາຍນອກ, ແຕ່ຍ້ອນມີການນໍາພາອັນປີຊາສາມາດ, ມີວິໃສທັດ, ມີອຸດົມການຈະແຈ້ງ ຂອງພັກ ແລະ ລັດຖະບານຈີນ ສົມທົບກັບຄວາມສາມັກຄີປອງດອງ ແລະ ຄວາມເຊື່ອໝັ້ນອັນແຮງກ້າຂອງປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ, ຈຶ່ງສາມາດນໍາເອົາເຂດປົກຄອງຕົນເອງຊິນຈ່ຽງ ກ້າວສູ່ປະຫວັດສາດອັນໃໝ່, ປະຊາຊົນຢູ່ດີມີສຸກ, ສັງຄົມມີຄວາມສະຫງົບ ແລະ ສິດຂອງປະຊາຊົນບັນດາເຜົ່າໄດ້ຮັບການ ປົກປ້ອງ ແລະ ສົ່ງເສີມຢ່າງບໍ່ເຄີຍມີມາກ່ອນ (ຄົ້ນຄວ້າຮຽບຮຽງໂດຍ ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ).
Loading...