ນັບແຕ່ຕົ້ນປີ ມາຮອດວັນທີ 23 ຕຸລາ 2023, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 110.262 ຕອນ, ເທົ່າກັບ 27,50 % ຂອງແຜນ ການປີ (400.000 ຕອນ). ຊຶ່ງເປັນໄປໄດ້ຍາກທີ່ຈະບັນລຸແຜນການປີ 2023 ທີ່ໄດ້ວາງໄວ້.

ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນ 3 ພະຈິກນີ້ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງຍັງມີຫຼາຍບັນຫາທີ່ເປັນອຸປະສັກ ເປັນຕົ້ນ:
+ ດິນທີ່ຍັງຄ້າງບໍ່ທັນອອກໃບຕາດິນ ສ່ວນຫຼາຍແມ່ນນອນໃນ:
– ທີ່ດິນປຸກສ້າງ ແລະ ດິນກະສິກຳ ໃນເຂດຊານເມືອງ ແລະ ຊົນນະບົດ ທີ່ເປັນເນື້ອທີ່ຂະໜາດໃຫຍ່, ຢູ່ຫ່າງໄກຊອກຫຼີກ ເຮັດໃຫ້ການສຳ ຫຼວດວັດແທກ ມີຄວາມຫຍຸ້ງຍາກ, ໃຊ້ເວລາ ແລະ ຕ້ອງອີງໃສ່ເວລາ ຂອງປະຊາຊົນ ທີ່ສະດວກ ເພື່ອມາສຳ ພາດ ແລະ ຂຶ້ນທະບຽນ ອອກໃບຕາດີນ.
– ທີ່ດິນປ່າໄມ້ ທີ່ບໍ່ສາມາດຂຶ້ນທະບຽນອອກ ໃບຕາດິນໃຫ້ປະຊາ ຊົນໄດ້ຕາມຂໍ້ມູນແມ່ນມີ 3.167 ບ້ານ(ຄາດຄະເນ ມີຈຳນວນຕອນດີນ ປະມານ 683.620 ຕອນ) ເຊິ່ງຈະຕ້ອງ ໄດ້ ສຳ ຫຼວດ, ວັດແທກ, ສອບຖາມສິດນໍາໃຊ້ທີ່ດິນຂອງປະຊາຊົນທີ່ຢູ່ອາ ໃສ ແລະ ທຳການຜະລິດ ເພື່ອສາມາດຈັດສັນຂຶ້ນທະບຽນ ອອກໃບຕາດິນໄດ້ ເຊິ່ງຕ້ອງໃຊ້ເວລາ ແລະ ງົບປະມານຫຼາຍ.
+ ຂາດງົບປະມານໃນເບື້ອງຕົ້ນ ຂອງການປະຕິບັດແຜນ ເຖິງຈະມີ ໂຄງການການ ແລະ ງົບປະມານຊ່ວຍເຫຼືອ ຈາກສາກົນ ແຕ່ການ ກະກຽມເງື່ອນໄຂຕ່າງໆ ແມ່ນມີຫຼາຍເງື່ອນໄຂ ແລະ ຊັກຊ້າ ເຮັດ ໃຫ້ສາມາດຈັດຕັ້ງປະຕິບັດໃນກາງປີ 2023, ງົບປະມານລັດ ທີ່ໄດ້ຮັບໃນ ປີ 2023 ແມ່ນໄດ້ຮັບອະນຸມັດຊ້າ ແລະ ຖືກໄລຍະລະດູຝົນ; ແລະ ອຸປະກອນ, ພາຫານະຮັບໃຊ້ ຍັງບໍ່ທັນພຽງພໍ, ພະນັກງານຍັງຈຳກັດ ຢູ່ຂັ້ນທ້ອງຖິ່ນ, ຂາດແຜນຈັດສັນທີ່ດິນຂັ້ນບ້ານ ແລະ ປະຊາຊົນໃນບາງເຂດບໍ່ຢາກໄດ້ໃບຕາດິນ (ບໍ່ໃຫ້ການ ຮ່ວມມື).
ທ່ານ ນາງ ບຸນຄໍາ ວໍລະຈິດ ໃຫ້ຮູ້ຕື່ມວ່າ: ເຖິງຢ່າງໃດກໍ່ຕາມ ລັດຖະບານ, ອົງການປົກຄອງທ້ອງຖິ່ນ ກໍ່ຄື ຂະແໜງຊັບພະຍາ ກອນ ທໍາມະຊາດ ແລະ ສິ່ງ ແວດລ້ອມ ໄດ້ເອົາໃຈໃສ່ໃນການສືບຕໍ່ສູ້ຊົນ, ແກ້ໄຂບັນຫາທີ່ເປັນອຸປະສັກ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຕົວຈິງ, ພາຍໃຕ້ການສະໜັບສະໜູນ ແລະ ການ ຮ່ວມມືຂອງຫຼາຍພາກສ່ວນເພື່ອເຮັດໃຫ້ການອອກໃບຕາດິນໄດ້ຫລາຍທີ່ສຸດ.
ຂ່າວ: ບຸນຕຽງ ຈັນທະວົງ