ເພື່ອເສີມຂະຫຍາຍຄວາມສາມາມດບົ່ມຊ້ອນ, ທີ່ຕັ້ງພາລະບົດບາດຂອງໂຮງໝໍທະຫານແຂວງອຸດົມໄຊ, ທັງເປັນການຍົກລະດັບການປິ່ນປົວທາງການແພດ, ດ້ານການຄວບຄຸມ, ການປ້ອງກັນພະຍາດ ແລະ ຍົກສູງຄຸນນະພາບໃນການບົ່ງມະຕິ, ການປີ່ນປົວພະຍາດໃຫ້ດີກ່ວາເກົ່າ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະກໍ່ສ້າງພະນັກງານວິຊາສະເພາະ, ບຳລຸງສ້າງພະນັກງານແພດໝໍໃຫ້ມີຄຸນນະພາບສູງ, ອຸປະກອນເຕັກໂນໂລຢີກ້າວໜ້າທັນສະໄໝ, ສ້າງການຫັນປ່ຽນພື້ນຖານຢ່າງໜັກແໜ້ນດ້ານວິຊາສະເພາະ ເພື່ອຊ່ວຍເຫລືອມະນຸດໃນສັງຄົມ.
ພັນໂທ ຄຸດທອງ ໂຄດພິບູນ ອຳນວຍການໂຮງໝໍທະຫານແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານປິ່ນປົວສຸຂະພາບ ແລະຮັບໃຊ້ບໍລິການຄົນເຈັບເປັນໜ້າທີ່ຫຼັກຂອງກົມກອງ, ພະນັກງານແພດໝໍໄດ້ເອົາໃຈໃສ່ໃຫ້ບໍລິການເປັນຢ່າງດີໃນການຕ້ອນຮັບຄົນເຈັບເຂົ້າມາກວດພະຍາດໃນໂຮງໝໍ ແລະໄດ້ບົ່ງມະຕິພະຍາດ ພ້ອມທັງວາງຢາປີ່ນປົວຄົນເຈັບດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ສຸຂະພາບຂອງນາຍ ແລະພົນທະຫານ, ພໍ່ແມ່ປະຊາຊົນໃນທ້ອງຖິ່ນແຂວງອຸດົມໄຊໃຫ້ມີສຸຂະພາບແຂງແຮງ, ປາສະຈາກໂຣກໄພໄຂ້ເຈັບ. ໃນ 1 ປີຜ່ານມານີ້ໂຮງໝໍທະຫານແຂວງອຸດົມໄຊ ກວດຄົນເຈັບເຂດນອກໄດ້ທັງໝົດ 6.387 ເທື່ອຄົນ, ຮັບຄົນເຈັບເຂົ້ານອນປິ່ນປົວ 1.167 ເທື່ອຄົນ, ປິ່ນປົວດີ 1.154 ເທື່ອຄົນ, ສົ່ງໂຮງໝໍອື່ນ 31 ເທື່ອຄົນ ໃນນີ້ທະຫານມີ 182 ເທື່ອຄົນ, ຕຳຫຼວດ 14 ເທື່ອຄົນ, ພະນັກງານປົກຄອງ 31 ເທື່ອຄົນ, ພໍ່ແມ່ປະຊາຊົນ 645 ເທື່ອຄົນ, ເດັກນ້ອຍ 149 ເທື່ອຄົນ, ນັກຮຽນ 117 ເທື່ອຄົນ, ຜ່າຕັດໃຫຍ່ໄດ້ 4 ກໍລະນີ, ຜ່າຕັດກາງ 23 ກໍລະນີ, ຜ່າຕັດນ້ອຍ 9 ກໍລະນີ, ແກ້ໄຂບາດແຜສຸກເສີນໄດ້ 465 ກໍລະນີ, ກວດ ແລະຖອນແຂ້ວ 212 ຄົນ, ກວດຫູ, ດັງ, ຄໍໄດ້ 292 ຄົນ, ກວດພະຍາດຍິງ 33 ຄົນ, ວິເຄາະເລືອດໄດ້ 6.185 ເທື່ອຄົນ, ເອໂກ 2.844 ເທື່ອຄົນ, ລັງສີ 722 ເທື່ອຄົນ, ແທກຫົວໃຈ 484 ຄົນ, ລ້າງບາດແຜຫຼັງປາດ 264 ຄັ້ງ. ພ້ອມດຽວກັນນີ້ໂຮງໝໍທະຫານແຂວງອຸດົມໄຊ ຍັງສາມາດເກັບກຳພະຍາດທີ່ພົ້ນເດັ່ນ ເຊິ່ງໄດ້ເກີດຂຶ້ນໃນປີຜ່ານມາໄດ້ທັງໝົດ 675 ກໍລະນີ ກວມເອົາອັດຕາສ່ວນ 59.55% ໃນນີ້ມີໄຂ້ທໍລະພິດ 158 ເທື່ອຄົນ ເທົ່າກັບ 13.53%, ໄຂ້ແມງແດງ 214 ເທື່ອຄົນ ເທົ່າກັບ 18.33%, ອັກເສບກະເພາະ 141 ເທື່ອຄົນ ເທົ່າກັບ 12.88%, ອັກເສບປອດ 40 ເທື່ອຄົນ ເທົ່າກັບ 3.99% ແລະໄຂ້ເລືອດອອກ 142 ເທື່ອຄົນ ເທົ່າກັບ 13.58%. ນອກນີ້, ຍັງໄດ້ປັງປຸງເຄື່ອງມືການແພດອີກຈຳນວນໜຶ່ງເພື່ອເຮັດໃຫ້ມີຄວາມທັນສະໄໝ, ວ່ອງໄວຊັດເຈນໃນການກວດ ແລະບົ່ງມະຕິພະຍາດເປັນຕົ້ນແມ່ນໄດ້ຊື້ເຄື່ອງຈັກກວດເຄທີ, ອາຈົມ ແລະປັດສະວະມູນຄ່າ 236.500.000 ກີບ, ເຄື່ອງຈັກເອໂກ 1 ເຄື່ອງມູນຄ່າ 180.950.000 ກີບ ແລະໄດ້ປັບປຸງຫ້ອງວິເຄາະ, ຫ້ອງພິເສດໃຫ້ຄົນເຈັບລວມມູນຄ່າ 24.201.000 ກີບ ພ້ອມດຽວກັນນີ້ກໍ່ໄດ້ພົວພັນກັບເພື່ອນມິດ ບົນຫຼັກການອັນຖືກຕ້ອງສອດຄ່ອງຕາມແນວທາງຂອງພັກ-ລັດ ເປັນຕົ້ນແມ່ນດ້ານວຽກງານປິ່ນປົວຄົນເຈັບ, ດ້ານການຊື້ວັດຖຸອຸປະກອນຮັບໃຊ້ການແພດທີ່ທັນສະໄໝ ກັບໂຮງໝໍແຂວງອຸດົມໄຊ, ໂຮງໝໍ 107, ໂຮງໝໍ 103, ໄດ້ຮັບການຊ່ວຍເຫຼືອລ້າຈາກກອງບັນຊາການທະຫານເຂດ II ສສ ຫວຽດນາມ ສ້າງອາຄານ 2 ຊັ້ນໃຫ້ໂຮງໝໍທະຫານ 1 ຫລັງ ມູນຄ່າ 6.000.000.000 ດົງ ສະກຸນເງິນຫວຽດ, ຮັບການຊ່ວຍເຫຼືອອຸປະກອນການແພດຈາກວັດປ່າດານວິເວກ ເມືອງໂພພິໃສ ປະເທດໄທ ລວມມູນຄ່າ 444.777.000 ກີບ ແລະພົວພັນສະຫນິດແໜ້ນກັບຄົນທີ່ເຂົ້າມາໃຊ້ບໍລິການປີ່ນປົວຢູ່ໂຮງໝໍທະຫານແຂວງອຸດົມໄຊພວກເຮົາໄດ້ດີ ເຮັດໃຫ້ນາຍ ແລະພົນທະຫານ, ນາຍ ແລະພົນຕຳຫຼວດ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າໄດ້ມີຄວາມເຊື່ອໝັ້ນ, ໄວ້ວາງໃຈແພດໝໍພວກເຮົາເປັນຢ່າງດີ.
ໃນຊຸມປີຕໍ່ໜ້າຄະນະພັກ-ຄະນະບັນຊາໂຮງໝໍທະຫານແຂວງອຸດົມໄຊ ຍັງໄດ້ສືບຕໍ່ເພີ່ມທະວີໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານແພດໝໍໄດ້ຮັບຮູ້ເຂົ້າໃຈແຈ້ງ ແລະກຳແໜ້ນຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດໃນໄລຍະໃໝ່, ມະຕິຄຳສັ່ງຂອງພັກ, ກົດໝາຍຂອງລັດຢ່າງເລິກເຊິ່ງ, ເຮັດໃຫ້ພະນັກງານແພດໝໍມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດປະຕິວັດ, ມີທັດສະນະນຳໜ້າຕໍ່ໜ້າທີ່ວຽກງານ, ສືບຕໍ່ຍຶດໝັ້ນການປະຕິບັດນະໂຍບາຍຂອງສາທາລະນະສຸກ ໂດຍຖືເອົາຫຼັກການອະນາໄມກັນພະຍາດແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ແລະສະເໝີພາບເປັນສໍາຄັນ, ສ້າງລະບົບບໍລິການສຸຂະພາບທີ່ດີຖືເອົາຄົນເຈັບເປັນໃຈກາງ, ບໍລິການມີຄຸນນະພາບ, ມີຈັນຍາທໍາ, ເອົາໃຈໃສ່ດູແລນັບທັງຮ່າງກາຍ, ຈິດໃຈ, ເຮັດໃຫ້ນາຍ ແລະພົນທະຫານ, ພໍ່ແມ່ປະຊາຊົນ ມີສຸຂະພາບດີ ແລະສ້າງຈິດສໍານຶກເປັນເຈົ້າການໃນການຮັກສາສຸຂະພາບຂອງຕົນເອງ, ຂອງຄອບຄົວ ແລະຊຸມຊົນ, ປັບປຸງ, ບູລະນະ, ພັດທະນາພູມມິທັດ ແລະສິ່ງແວດລ້ອມຂອງໂຮງໝໍໃຫ້ມີສະເໜ່ ແລະມີຄວາມເຂັ້ມແຂງຮອບດ້ານ.