ເມື່ອ 60 ປີກ່ອນຄືປີ 1961 ສອງປະເທດລາວ-ຈີນໄດ້ສ້າງພົວພັນທາງການທູດຂຶ້ນ ເຊິ່ງເປັນການໄຂການໄປມາຫາສູ່ກັນ ແລະການແລກປ່ຽນກັນລະຫວ່າງສອງຝ່າຍ, ຕະຫຼອດໄລຍະ 60 ປີມານີ້, ລາວ-ຈີນແມ່ນໄດ້ມີຄວາມຈິງໃຈຕໍ່ກັນຕະຫຼອດມາ,ໂດຍສະເພາະເຂົ້າສູ່ຍຸກໃໝ່, ບໍ່ວ່າຈາກຂັ້ນການນຳ ຫຼືປະຊາຊົນ ລ້ວນແຕ່ໄດ້ທຳຄວາມເຂົ້າໃຈແລກປ່ຽນກັນຢ່າງມີຄວາມສະໜິດສະໜົມ, ການຮ່ວມມືລະຫວ່າງສອງຝ່າຍໄດ້ລົງເລິກໄປສູ່ທຸກຂົງເຂດແລະໄດ້ຮັບໝາກຜົນຢ່າງເຕັມເມັດເຕັມໜ່ວຍ ເຊິ່ງໃນການຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດນັ້ນ, ພວກເຮົາບໍ່ສາມາດປະຕິເສດຜົນການຮ່ວມມືລະຫວ່າງສື່ມວນຊົນຂອງສອງຝ່າຍໂດຍລວມ, ໂດຍສະເພາະ ພະແນກພາສາລາວຂອງ CMG (ຫຼື CRI )ແລະ ສື່ມວນຊົນລາວໄດ້ມີການຮ່ວມມືກັນເຮັດວຽກຢ່າງຫຼວງຫຼາຍເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າອົກເຂົ້າໃຈແລະມີມິດຕະພາບເພີ່ມຂຶ້ນ ໂດຍເຫັນວ່າ ການຮ່ວມມືແບບນີ້ ໄດ້ຮັບຜົນງານໃນລະດັບໃດໜຶ່ງເຊິ່ງສະແດງໃຫ້ເຫັນໃນສາມດ້ານດັ່ງຕໍ່ໄປນີ້ຄື:
ໜຶ່ງ: ໃຫ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ລົງເລິກເຂົ້າເຖິງຈິດໃຈປະຊາຊົນໂດຍຜ່ານການວາງແຜນຮ່ວມກັນເພື່ອດຳເນີນການສຳພາດກ່ຽວກັບຫົວຂໍ້ສຳຄັນ.
ລາວ-ຈີນຈີນ-ລາວເປັນສອງປະເທດທີ່ມີພູຜາສາຍນ້ຳຕິດຈອດກັນ, ແລະມີມິດຕະພາບອັນເປັນມູນເຊື້ອຢ່າງເລິກເຊິ່ງມາແຕ່ດົນນານ. ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງຈີນ ສາມາດເຊື່ອມຈອດກັບຍຸດທະສາດການພັດທະນາຂອງ ສປປ ລາວທີ່ວ່າຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນປະເທດເຊື່ອມຕໍ່ກັບອະນຸພາກພື້ນອາຊີຕາເວັນອອກສຽງໃຕ້ ຖືເປັນຂໍ້ລິເລີ່ມທີ່ຊຸກຍູ້ໃຫ້ການພົວພັນລາວຈີນ-ຈີນລາວພັດທະນາກ້າວໄປໜ້າຢ່າງ ວ່ອງໄວ.
ສະນັ້ນ ທ່ານບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ສປປ ລາວເຄີຍກ່າວວ່າ, ໜຶ່ງແລວໜຶ່ງເສັ້ນທາງ ໄດ້ກາຍເປັນເວທີສຳຄັນທີ່ໃຫ້ບັນດາປະເທດທີ່ຢູ່ລຽບຕາມເສັ້ນທາງສາຍນີ້ສາມາດເຊື່ອມຈອດ ເຊື່ອມໂຍມເຂົ້າກັນເປັນຢ່າງດີ ແລະຈະເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດຂອງໂລກກໍ່ຄືຂອງພາກພື້ນ. ລາວຈະສືບຕໍ່ຊຸກຍູ້ການກໍ່ສ້າງໂຄງການຂະໜາດໃຫຍ່ຕ່າງໆທີ່ຮ່ວມມືກັບຈີນເຊັ່ນ ໂຄງການລົດໄຟລາວ-ຈີນ ເພື່ອໃຫ້ສອງປະເທດລາວຈີນກໍ່ຄືພາກພື້ນແຫ່ງນີ້ໄດ້ຮັບຜົນປະໂຫຍດຮ່ວມກັນແລະໄດ້ມີຄວາມຮຸ່ງເຮືອງຂຶ້ນຕື່ມ.
ການນຳ ສປປ ລາວ ເຄີຍເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການຮ່ວມມືສາກົນພາຍໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ ທີ່ໄຂຂຶ້ນຢູ່ຈີນສອງຄັ້ງຜ່ານມາ, ສື່ມວນຊົນລາວ-ຈີນແມ່ນໄດ້ຮ່ວມກັນແຈ້ງຂ່າວນີ້ເປັນຢ່າງດີ ທັງມີການລາຍງານຂ່າວໂຄງການຮ່ວມມືລະຫວ່າງສອງປະເທດເປັນພິເສດ ເຊິ່ງໃນທ້າຍເດືອນມີນາ ຫາກາງເດືອນເມສາ ປີ 2019 ພະແນກພາສາລາວຂອງ CMG ໄດ້ຮ່ວມກັບສື່ມວນຊົນສຳຄັນຕ່າງໆຂອງປະເທດລາວເຊັ່ນ ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ຂ່າວສານປະເທດລາວ, ໜັງສືພິມປະຊາຊົນແລະ ໜັງສືພິມວຽງຈັນທາມສ໊ ລວມທັງໝົດມີນັກຂ່າວ 20 ກວ່າຄົນໄດ້ປະກອບເປັນທິມງານລາຍງານຂ່າວພິເສດ ເພື່ອໄປເອົາຂ່າວຢູ່ຕາມຕະຫຼອດເສັ້ນທາງລົດໄຟລາວຈີນທີ່ກຳລັງກໍ່ສ້າງຢູ່, ໂດຍໄດ້ລາຍງານຂ່າວກ່ຽວກັບບັນຫາຕ່າງໆທີ່ປະຊາຊົນລາວມີຄວາມສົນໃຈຢ່າງສູງ, ທັງໄດ້ຂຽນບົດວິເຄາະສະຖານະການຫຼາຍບົດລົງໜັງສືພິມ ແລະສື່ສຳຄັນຕ່າງໆຂອງລາວ ເຊັ່ນວ່າບົດເລື່ອງ “ປະເທດເຊື່ອມຈອດຈະກາຍເປັນປະເທດທາງຜ່ານຊື່ໆໄດ້ແນວໃດ? ການພັດທະນາຂອງປະເທດຊາດບໍ່ຄວນຖືກກີດຂວາງໄວ້ຍ້ອນບັນຫາບາງຢ່າງ”, ບົດເລື່ອງ” ໜຶ່ງແລວໜຶ່ງເສັ້ນທາງ ຮ່ວມກັນພັດທະນາແລະໄດ້ຜົນປະໂຫຍດຮ່ວມກັນ” ແລະເລື່ອງ “ໜຶ່ງແລວໜຶ່ງເສັ້ນທາງ ຈະປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ແກ່ ສປປ ລາວ” ເຊິ່ງບົດວິເຄາະຂ່າວເຫຼົ່ານີ້ເມື່ອໄດ້ຖືກນຳມາອອກອາກາດຜ່ານທາງວິທະຍຸກະຈາຍສຽງແຫ່ງຊາດລາວແລ້ວ, ໄດ້ຮັບການຕີລາຄາເປັນຢ່າງດີຈາກວິຊາການລາວ ແລະມອບໃຫ້ສຳນັກງານນາຍົກລັດຖະມົນຕີລາວເພື່ອຄົ້ນຄວ້າຕໍ່ໄປ. ສ່ວນເຈົ້າໜ້າທີ່ຂອງກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວໃນຍາມນັ້ນກໍ່ຕີລາຄາວ່າ ບົດວິເຄາະເຫຼົ່ນີ້ມີເຫດມີຜົນ, ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ການປັ້ນແຕ່ງຂ່າວປອມຂອງ ສື່ຕາເວັນຕົກທີ່ໃສ່ຮ້າຍປ້າຍສີຕໍ່ການຮ່ວມມືລະຫວ່າງລາວຈີນໃນຂອບ ໜຶ່ງແລວໜຶ່ງເສັ້ນທາງ, ແລະຊີ້ແຈງໃຫ້ສື່ມ່ວນຊົນສຳຄັນຕ່າງໆພາຍໃນປະເທດລາວຄວນແຈ້ງຂ່າວແບບນີ້ຢ່າງກວ້າງກວາງ ແລະເພີ່ມທະວີການຮ່ວມມືກັບສື່ມວນຊົນຈີນໃນການແຈ້ງຂ່າວທີ່ກ່ຽວຂ້ອງ.
ສອງ: ໃຫ້ແນວຄິດສ້າງເປັນຄູ່ຮ່ວມຊາຕາກຳລາວ-ຈີນລົງເລິກເຂົ້າເຖິງຈິດໃຈປະຊາຊົນໂດຍຜ່ານການທຳຄວາມເຂົ້າໃຈເຊິ່ງກັນແລະກັນຢ່າງຕັ້ງໜ້າລະຫວ່າງສື່ມວນຊົນລາວ-ຈີນນັບແຕ່ທົ່ວໂລກເກີດມີພະຍາດໂຄວິດ-19 ເປັນຕົ້ນມາ ເຫັນວ່າ ການຮ່ວມມືລະຫວ່າງສື່ມວນຊົນລາວ-ຈີນແມ່ນມີຄວາມສະໜິດແໜ້ນແຟ້ນຂຶ້ນຕື່ມແບບບໍ່ເຄີຍມີມາກ່ອນ.
ຈາກການປິດເມືອງອູຮ້ານຍ້ອນເກີດພະຍາດ, ຮອດສະພາບນັກສຶກສາລາວທີ່ຮຽນຢູ່ອູຮ້ານ, ຮອດວົງການຕ່າງໆໃນສັງຄົມລາວໃຫ້ກຳລັງໃຈແກ່ອູຮ້ານ ແກ່ຈີນ, ນັກຮ້ອງຜູ້ມີຊື່ສຽງຂອງລາວຮ່ວມກັນຮ້ອງເພງ ຄວາມຮັກຊະນະໄດ້ ເພື່ອໃຫ້ກຳລັງໃຈແກ່ປະຊາຊົນຈີນໃນການຕ້ານພະຍາດ, ຮອດເມືອງລາວລາຍງານກໍລະນີທຳອິດທີ່ຕິດພະຍາດ, ທິມງານແພດຈີນເດີນທາງໄປຊ່ວຍເຫຼືອເມືອງລາວ, ທຸກໆພາບທີ່ສື່ມວນຊົນລາວ-ຈີນຮ່ວມມືກັນແຈ້ງຂ່າວກ່ຽວກັບປະຊາຊົນສອງປະເທດຕ້ານກັບພະຍາດຮ້າຍຄັ້ງນີ້ໄດ້ໂຮມສູນໃຫ້ເຫັນໃນ MV ເພງ ສຸກຂີຮົ່ມເຢັນທີ່ຮ່ວມຮ້ອງ ໂດຍບຸກຄົນຜູ້ມີຊື່ສຽງຂອງສອງປະເທດ. ອີກດ້ານໜຶ່ງ, ນັກຂ່າວພະແນກພາສາລາວ CMG ແລະວິທະຍຸ ໂທລະພາບ ໜັງສືພິມແລະຂ່າວສານປະເທດລາວໄດ້ຮັກສາການພົວພັນກັນຢ່າງໃກ້ຊິດແໜ້ນແຟ້ນ, ຮ່ວມກັນລາຍງານຂ່າວແບບອອນລາຍມາຫຼາຍສິບຄັ້ງນັບແຕ່ເກີດພະຍາດໂຄວິດ-19 ເປັນຕົ້ນມາ, ຕ່າງກໍ່ແຈ້ງຂ່າວໃຫ້ກັນແລະກັນຫຼາຍກວ່າຮ້ອຍຂ່າວແລະບົດ, ເຊິ່ງທັງໝົດນີ້ໄດ້ສະແດງໃຫ້ເຫັນເນື້ອໃນທາດແທ້ຂອງຄຳວ່າ ຄູ່ຮ່ວມຊາຕາກຳລາວ-ຈີນ.
ນັບມາຮອດປະຈຸບັນ, ສື່ມວນຊົນລາວ-ຈີນໄດ້ຜ່ານຈາກວິທະຍຸ ໂທລະພາບ ແວັບໄຊ ແລະສື່ສັງຄົມອອນລາຍຂອງໃຜຂອງລາວໄດ້ຮ່ວມກັນແຈ້ງຂ່າວກ່ຽວກັບ 2 ທິມແພດຈີນທີ່ມາຊ່ວຍເຫຼືອການຕ້ານພະຍາດໂຄວິດ-19 ແລະວັກຊິນທີ່ຈີນມອບໃຫ້ລາວ 6 ຄັ້ງທີ່ຜ່ານມາຈຳນວນ 3.300.000 ໂດສ, ກໍ່ຄືໄດ້ຮ່ວມກັນແຈ້ງຂ່າວກ໋ຽວກັບການຕ່າງຊ່ວຍເຫຼືອເຊິ່ງກັນແລະກັນໃນວົງການຕ່າງໆຂອງສັງຄົມສອງປະເທດ, ເຊິ່ງທັງໝົດນີ້ແມ່ນສົມດັ່ງການຕີລາຄາຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກ່າວວ່າ ນີ້ຖືເປັນປະເດັນສຳຄັນໃນການສ້າງເປັນຄູ່ຮ່ວມຊາຕາກຳລາວຈີນ-ຈີນລາວ.
ສາມ: ໃຫ້ແນວຄິດ “ສະໜິດສະໜົມກັນ, ຈິງໃຈຕໍ່ກັນ, ຕ່າງຝ່າຍຕ່າງໄດ້ຮັບປະໂຫຍດ ແລະມີຄວາມໂອບເອື້ອອາລີກັນ” ລົງເລິກເຂົ້າເຖິງຈິດໃຈປະຊາຊົນດ້ວຍການຮ່ວມມືຮອບດ້ານລະຫວ່າງສື່ມວນຊົນລາວ-ຈີນ
ປີນີ້ເປັນການຄົບຮອບ 60 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ ສປປ ລາວກັບ ສປ ຈີນ ກໍ່ຄື ປີມິດຕະພາບລາວ-ຈີນ.ພະແນກພາສາລາວ CMG ໄດ້ຮ່ວມມືກັບກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວລາວຈັດງານປະກວດຮູບເງົາສັ້ນພາຍໃຕ້ຫົວຂໍ້ “ຢູ່ຄຽງຂ້າງກັນ–ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນລາວ-ຈີນຄົບຮອບ 60 ປີ ເຊິ່ງໃນງານຄັ້ງນີ້ ພວກເຮົາໄດ້ຮັບຄລິບສັ້ນ ວິດີໂອສັ້ນ ບົດເພງ MV ທີ່ໄດ້ເລົ່າເລື່ອງກ່ຽວກັບມິດຕະພາບແລະການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວຈີນທັງໝົດເກືອບ 300 ຕອນ ໃນນັ້ນ ມີຈຳນວນບໍ່ໜ້ອຍເປັນເລື່ອງດີເດັ່ນທີ່ມີເນື້ອໃນດີທັງຕັດຕໍ່ຜະລິດຢ່າງສົມບຸນແບບ, ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງຈາກປະຊາຊົນສອງປະເທດ. ໃນນັ້ນ ເລື່ອງທີ່ຊື່ວ່າ ເພງ ແມ່ນໄດ້ຮັບລາງວັນພິເສດຈາກຄະນະກຳມະການຈັດງານໂດຍເປັນເລື່ອງໜຶ່ງທີ່ເວົ້າເຖິງຈີນ-ລາວຮ່ວມມືກັນຕ້ານພະຍາດໂຄວິດ-19. ໃນເວລາຮັບລາງວັນ ຜູ້ຜະລິດຮູບເງົາສັ້ນເລື່ອງ ເພງ ໄດ້ໃຫ້ຄຳເຫັນວ່າ: ໃນສະພາບ ໂຄວິດທີ່ເຮັດໃຫ້ທຸກຄົນອິດອ່ອນເສຍສັບສິນ ເກີດຄວາມຫຍຸ້ງຍາກຫຼາຍ ແຕ່ກຸ່ມຄົນທີ່ຕໍ່ສູ້ຢູ່ ເບື້ອງໜ້າຂອງເຮົາແມ່ນແພດໝໍ, ດັ່ງນັ້ນ ຈິ່ງເກີດຮູບເງົາສັ້ນເລື່ອງເພງນີ້ຂຶ້ນ. ຮູບເງົາ ເລື່ອງນີ້ເກີດຂື້ນຍ້ອນການໄດ້ຟັງລາຍການວິທະຍຸ CRI ແລະ ຕິດໃຈກັບຄຳເວົ້າຂອງ ທ່ານ ສີ ຈິ້ນພິງ ເຊິ່ງແມ່ນພະລັງອຸດົມການໃນການຕໍ່ສູ້ຄັ້ງນີ້.
ໃນພິທີມອບລາງວັນຂອງງານແຂ່ງຂັນຮູບເງົາສັ້ນຄັ້ງນີ້, ຫົວໜ້າກົມຮູບເງົາຂອງກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວລາວກໍ່ໄດ້ໃຫ້ຄຳເຫັນວ່າ, ງານແຂ່ງຂັນຮູບເງົາສັ້ນຄັ້ງນີ້ເປັນການປະກອບສ່ວນໃຫ້ແກ່ການສົ່ງເສີມ ແລະ ພັດທະນາວຽກງານຮູບເງົາ ລາວກໍຄືການພົວພັນຮ່ວມມືດ້ານວຽກງານຮູບເງົາລະຫວ່າງລາວ-ຈີນ.ເປັນເຄື່ອງມືສື່ສານອັນໜຶ່ງທີ່ສະແດງອອກເຖິງນໍ້າໃຈມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ການພົວພັນ ຮ່ວມມື ທີ່ມີມູນເຊື້ອລະຫວ່າງລາວ-ຈີນ, ຈີນ-ລາວ ແລະ ຈະເປັນແຮງຍູ້ໜູນສົ່ງເສີມຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີຄື:ເປັນບ້ານໃກ້ເຮືອນ ຄຽງທີ່ດີ, ເພື່ອນມິດທີ່ດີ,ສະຫາຍທີ່ດີ ແລະຄູ່ຮວ່ມມືທີ່ດີ.” ແລະການເປັນຄູ່ຮ່ວມມືຊາຕາກໍາລາວ- ຈີນໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.
ນອກນີ້ ພະແນກພາສາລາວ CMG ກໍ່ຄື ຫ້ອງການ CRI ປະຈຳວຽງຈັນຍັງໄດ້ຮ່ວມມືກັບກົມຮູບເງົາ ຈັດກິດຈະກຳສາຍຮູບເງົາຈີນແລະຮູບເງົາລາວທີ່ດີເດັ່ນຢູ່ລາວ ເປັນເວລາ 5 ປີລຽນຕິດແລ້ວ, ເຊິ່ງກິດຈະກຳນີ້ເປັນກິດຈະກຳສາທາລະນະປະໂຫຍດທີ່ໄດ້ນຳສະເໜີຮູບເງົາຈີນທີ່ດີເດັ່ນລົງໄປທ້ອງຖີ່ນຕ່າງໆ ບ້ານຕ່າງໆຂອງບັນດາແຂວງ ເພື່ອໃຫ້ປະຊາຊົນຢູ່ບ່ອນຫ່າງໄກຈາກຕົວເມືອງນັ້ນ ໄດ້ຊົມໄດ້ເຫັນມົນສະເໜ່ວັດທະນະທຳຂອງທັງສອງປະເທດ.
ທີ່ຂຽນມານັ້ນພຽງແຕ່ເປັນບາງຕົວຢ່າງຂອງການຮ່ວມມືໃນດ້ານສື່ມວນຊົນທີ່ສອງປະເທດລາວຈີນດຳເນີນມາໃນຫຼາຍປີມານີ້ເທົ່ານັ້ນ, ໃນຕົວຈິງແລ້ວ ສື່ມວນຊົນລາວ-ຈີນຍັງໄດ້ດຳເນີນການຮ່ວມມືກັນໃນຫຼາຍໆຮູບແບບ ແລະໄດ້ຮັບຜົນງານຢ່າງຫຼວງຫຼາຍໃນການຕ່າງເຜີຍແຜ່ໂຄສະນາເຊິ່ງກັນແລະກັນ,ຜ່ານຈາກການຮ່ວມມືກັນລາຍງານຂ່າວຕ່າງໆ, ເຮັດໃຫ້ສື່ມວນຊົນຈີນຮູ້ສຶກເຖິງຄວາມຈິງໃຈແລະຄວາມເປັນວິຊາການຂອງຝ່າຍລາວ, ຂ້າພະເຈົ້າຄິດວ່າ ການຮ່ວມມືກັນແຈ້ງຂ່າວແລະດຳເນີນການໂຄສະນາຕ່າງໆຄືແນວນີ້ເປັນພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດແລະຜັນຂະຫຍາຍແນວຄິດຂອງທ່ານສີຈິ້ນຜິງກ່ຽວກັບວ່າ: ສື່ມວນຊົນຄວນລົງເລິກດຳເນີນການແລກປ່ຽນດ້ານວັດທະນະທຳແລະບຸກຄະລາກອນ ດ້ວຍຫຼາກຫຼາຍຮູບແບບ, ແລະຊຸກຍູ້ໃຫ້ປະຊາຊົນຈີນກັບປະເທດຕ່າງໆມີຄວາມເຂົ້າອົກເຂົ້າໃຈຫຼາຍຂຶ້ນຕື່ມ, ແລະກໍ່ຄືຄວາມໝາຍຕໍ່ໂລກຂອງແນວຄິດການຕ່າງປະເທດຂອງສີຈິ້ນຜິງ ແລະຖືກຕ້ອງຕາມ ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດຕາມແນວຄິດ 4 ດີ ແລະການສ້າງເປັນຄູ່ຮ່ວມຊາຕາກຳລັງລາວຈີນ-ຈີນລາວ.
Loading...