ບັນດາແຂວງຕ່າງຯຂອງ ສສ ຫວຽດ ນາມ ໄດ້ພົວພັນຮ່ວມມືຊ່ວຍເຫຼືອແຂວງໄຊສົມບູນ ໃນການພັດທະນາພື້ນຖານໂຄງລ່າງ ໃນໄລຍະ 5 ປີຜ່ານມາ (2017-2021) ມີໂຄງການກໍ່ສ້າງອະນຸສາວະລີຮ່ວມສໍາພັນສູ້ຮົບ ມູນຄ່າ 9.398.000.000 ກີບ, ໂຄງການກໍ່ສ້າງໂຮງຮຽນມິດ ຕະພາບຊົນເຜົ່າ ມູນຄ່າ 88.678 ລ້ານດົງ (ສະກຸນເງິນຫວຽດ ນາມ), ກໍ່ສ້າງສະຖານີວິທະ ຍຸ-ໂທລພາບແຂວງໄຊສົມບູນ ມູນຄ່າ 118.950.817.000 ດົງ, ກໍ່ສ້າງໂຮງຮຽນທະຫານນາຍສິບແຂວງໄຊສົມບູນ ມູນຄ່າ 153.840.000.000 ດົງ, ກໍ່ສ້າງສູນເຕັກນິກກະສິກໍາແຂວງໄຊສົມບູນ ມູນຄ່າ 130 ຕື້ດົງ, ຊ່ວຍທຶນປັບປຸງ ແລະ ຍົກລະດັບໂຮງໝໍແຂວງໄຊສົມບູນ ມູນຄ່າ 159 ຕື້ດົງ, ກໍ່ສ້າງຊົນລະປະທານຂະໜາດນ້ອຍ 4 ແຫ່ງ ມູນຄ່າ 60.496760.000 ດົງ, ໃຫ້ທຶນສົ່ງເສີມການປູກ-ການລ້ຽງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ປີ 2011 ການປູກສາຄູເພື່ອປ້ອນໂຮງງານະລິດເສັ້ນລ້ອນ ຢູ່ເຂດບ້ານນ້ຳຊານ, ບ້ານນໍ້າຜາ ເມືອງລ້ອງແຈ້ງ ແລະ ບ້ານອອມ ແລະ 3 ບ້ານເທດສະບານ ເມືອງອະນຸວົງ ໃນເນື້ອໃນ 100,34 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ 1447,63 ໂຕນ, ສ້ງລາຍຮັບໄດ້ 723.818.500 ກີບ.
ສະເພາະຂອບການຮ່ວມມື ລະ ຫວ່າງ ແຂວງໄຊສົມບູນ ແລະ ແຂວງເຊີນລາ (ແຂວງແຮກສ່ຽວ) ແຂວງເຊີນລາ ຊ່ວຍພັດທະນາຊັບພະຍາກອນມະນຸດລະດັບຕ່າງໆ ຫຼາຍກວ່າ 180 ທຶນ (ທັງໃນແຜນ-ນອກແຜນ-ທຶນ 50%). ແຂວງໄຊສົມບູນ ແລະ ແຂວງບັກຢາງ ພວມຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືຂອງສອງແຂວງ ທັງສອງແຂວງໄດ້ໄປມາຢ້ຽມຢາມພົບປະກັນ 10 ກວ່າຄັ້ງ, ນອກນັ້ນຍັງມີການຮ່ວມມືບໍ່ເປັນທາງການ ລະຫວ່າງ ແຂວງໄຊສົມບູນ ແລະ ກວາງບິ່ງ. ຜ່ານມາແຂວງກວາງບິ່ງ ໄດ້ຊ່ວຍພັດທະນາຊັບພະ ຍາກອນມະນຸດ ລວມ 15 ທຶນ ນອກນັ້ນ ຍັງມີການຮ່ວມມືດ້ານອື່ນອີກຈໍານວນໜຶ່ງ.


