ON AIR

ຟັງວິທະຍຸ FM103.7Mhz ອອນລາຍ
Listen to Radio FM103.7Mhz Online

ການຮ່ວມມື ລາວ-ຈີນ ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອອະນາຄົດທີ່ສວຍງາມ

ເມື່ອ 2000 ກວ່າປີກ່ອນ, ທະວີບອາຊີ ແລະ ເອີຣົບ ເຄີຍເປັນເຂດທີ່ມີຄວາມພະຍາຍາມຊອກຫາຊ່ອງທາງທີ່ສາມາດເຊື່ອມຈອດກັນ, ເພື່ອແລກປ່ຽນການຄ້າ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງທະວີບ. ໃນຂະນະດຽວກັນ,  ທະວີບອາຟຣິກາ ກໍຖືເປັນແຜ່ນດິນອະລິຍະທຳແຫ່ງໜຶ່ງທີ່ສຳຄັນຂອງມະນຸດໂລກ ທີ່ໜ້າຄົ້ນຫາ ແລະ ບຸກ ເບີກທີ່ສຸດ ເຊິ່ງໃນສະໄໝກ່ອນເອີ້ນເສັ້ນທາງນີ້ວ່າ ”ເສັ້ນທາງສາຍໄໝ”. ເສັ້ນທາງດັ່ງກ່າວ ໄດ້ມີບົດບາດອັນສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມອະລິຍະທຳຕ່າງໆຂອງມວນມະນຸດໃຫ້ມີຄວາມກ້າວໜ້າ, ມີການພັດທະນາ ແລະ ນໍາເອົາຄວາມຈະ ເລີນຮຸ່ງເຮືອງມາສູ່ໂລກເຮົາ.

ກ້າວເຂົ້າສູ່ສັດຕະວັດທີ 21, ທ່າມກາງການປະເຊີນໜ້າກັບຄວາມຫຍຸ້ງຍາກໃນການຟື້ນຟູເສດຖະກິດໂລກ ແລະ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນ ແລະ ສະຫຼັບສັບປ່ຽນຕະຫຼອດເວລາ. ໃນປີ 2013, ໄລຍະການຢ້ຽມຢາມບັນດາປະເທດໃນອາຊີກາງ ແລະ ອາຊີຕາເວັນອອກສຽງໃຕ້ ຂອງ ທ່ານ ສີ ຈິ້ນຜິງ, ປະທານປະ ເທດແຫ່ງ ສປ ຈີນ ກໍໄດ້ມີຂໍ້ລິເລີ່ມທີ່ສຳຄັນໂດຍໄດ້ສະເໜີສ້າງ ”ເສັ້ນທາງສາຍໄໝທາງເສດຖະກິດ” ແລະ ”ເສັ້ນທາງສາຍໄໝທາງທະເລ ໃນສັດຕະວັດທີ 21” ເຊິ່ງເອີ້ນອີກຊື່ໜຶ່ງວ່າ “ໜຶ່ງແລວໜຶ່ງເສັ້ນທາງ”. ຂໍ້ລິເລີ່ມນີ້ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜຸນຢ່າງຕັ້ງໜ້າ ຈາກບັນດາປະເທດ ແລະ ປະຊາຊົນຕາມແລວທາງດັ່ງກ່າວ.

ນັບແຕ່ນັ້ນມາ, ລັດຖະບານຈີນ ໄດ້ກຳນົດ ແລະ ເຜີຍແຜ່ເອກະສານ ກ່ຽວກັບ ”ພາບອະນາຄົດ ແລະ ການດຳ ເນີນງານແຕ່ລະຂັ້ນຕອນ ເພື່ອຊຸກຍູ້ ແລະ ຮ່ວມກັນສ້າງຂໍ້ລິເລີ່ມນີ້ ໃຫ້ປະສົບຜົນສໍາເລັດໄວເທົ່າທີ່ຈະໄວໄດ້, ເຊິ່ງຈຸດ ປະສົງສໍາຄັນ ແມ່ນຕ້ອງການໃຫ້ບັນດາປະເທດເຂົ້າໃຈຕື່ມ ກ່ຽວກັບເນື້ອໃນຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຜັນຂະ  ຫຍາຍເສັ້ນທາງສາຍໄໝໃນອະດີດ ໃຫ້ເກີດເປັນພະລັງໃໝ່, ຮູບການໃໝ່ ເພື່ອເຊື່ອມຈອດການພົວພັນເສດຖະກິດ ແລະ ສາຍສໍາພັນ ລະຫວ່າງ ບັນດາປະເທດໃນອາຊີ, ເອີຣົບ ແລະ ອາຟຣິກກາ ໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ ແລະ ຊຸກຍູ້ໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັ້ນ ກ້າວເຂົ້າສູ່ລະດັບໃໝ່.

  • ໜຶ່ງແລວໜຶ່ງເສັ້ນທາງ” ຈະນໍາເອົາສິ່ງໃດແດ່ມາສູ່ໂລກ?

ເພື່ອການເປີດກວ້າງ ແລະ ລົງເລິກການເປີດປະຕູສູ່ພາຍນອກຂອງ ສປ ຈີນ ແລະ ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການໆພັດທະນາເສດຖະກິດຂອງບັນດາປະເທດສະມາຊິກ ທີ່ຢູ່ຕາມແລວທາງ ແລະ ມີຄວາມສອດຄ່ອງກັນກັບກະແສລວມແຫ່ງການຮ່ວມມືຂອງໂລກໃນປະຈຸບັນ.

“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສຸມໃສ່ປົກປ້ອງລະບົບການຄ້າເສລີ ແລະ ເສດຖະກິດແບບເປີດກວ້າງຂອງໂລກາພິວັດ, ສົ່ງເສີມການຮ່ວມມືພາກພື້ນ ໃຫ້ມີຂອບເຂດທີ່ກວ້າງຂວາງ, ມີລະດັບສູງ ແລະ ເລິກເຊິ່ງກວ່າເກົ່າ. ເຊິ່ງສົ່ງຜົນດີໃຫ້ບັນດາປະເທດ ສາມາດເປັນເຈົ້າຕົນເອງ, ມີຄວາມກໍ້າເກິ່ງກັນ ແລະ ມີການພັດທະນາແບບຍືນຍົງ. ພ້ອມດຽວກັນນີ້, ຍັງສາມາດເຊື່ອມຈອດ ແລະ ປະສານເຂົ້າກັບຍຸດທະສາດການພັດທະນາຂອງບັນດາປະເທດຕາມແລວທາງ ໃຫ້ເກີດມີຄວາມເຂົ້າອົກເຂົ້າໃຈກັນ, ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຄວາມນັບຖືເຊິ່ງກັນແລະກັນ, ມີຄວາມປອງດອງກັນ, ມີຄວາມສະຫງົບ ແລະ ມີຊີວິດທີ່ສົມບູນພູນສຸກ. ສະນັ້ນ, ລັດຖະບານຈີນ ໄດ້ຍືດຖືເອົາ ສັນຕິພາບ ແລະ ການຮ່ວມມືກັນ, ຖອດຖອນບົດຮຽນນຳກັນ, ການມີຜົນປະໂຫຍດຮ່ວມກັນ ພ້ອມກັນປະສົບຜົນສຳເລັດ, ເພື່ອສ້າງປະຊາຄົມທີ່ມີຊະຕາກຳອັນດຽວກັນ, ເປັນຍຸດທະສາດຍາວນານ.

ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມຂອງ ສປ ຈີນ ແຕ່ບໍ່ແມ່ນວຽກສະເພາະຂອງຈີນພຽງຜູ້ດຽວເທົ່ານັ້ນ, ຫາກແມ່ນຄວາມປາຖະໜາລວມ ແລະ ພາລະກິດລວມຂອງທຸກໆປະເທດຕ້ອງໄດ້ພ້ອມໃຈກັນ. ດັ່ງນັ້ນ, ຝ່າຍຈີນ ຍຶດໝັ້ນຫຼັກການສໍາຄັນຄື: ”ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຮັບເອົາຜົນປະໂຫຍດຮ່ວມກັນ”. ນີ້ກໍ ໝາຍຄວາມວ່າ ການຈະສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ສໍາເລັດຜົນນັ້ນ ແມ່ນຕ້ອງໄດ້ມີການຮ່ວມມືກັບບັນດາປະເທດກ່ຽວຂ້ອງ, ພ້ອມກັນສ້າງສາ ແລະ ມີຜົນສຳເລັດຂອງການສ້າງສາຢ່າງຊອບທໍາ. ຫຼັກການທີ່ຕ້ອງຍຶດໝັ້ນມີດັ່ງລຸ່ມນີ້:

  1. ຈຸດມຸ້ງໝາຍ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ.
  2. ການຮ່ວມມືທີ່ເປີດກວ້າງ, ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ອົງການຕ່າງໆທີ່ບໍ່ສັງກັດລັດ ລ້ວນແຕ່ສາມາດເຂົ້າຮ່ວມໄດ້.
  3. ຄວາມປອງດອງ ແລະ ຊ່ວຍເຫຼືອກົມກຽວກັນ. ນັບຖືເສັ້ນທາງການພັດທະນາ ແລະ ການເລືອກເອົາຮູບແບບການພັດທະນາຂອງແຕ່ລະປະເທດ, ຫຼຸດຜ່ອນຂໍ້ຂັດແຍ່ງ ແລະ ສະແຫວງຫາຜົນປະໂຫຍດຮ່ວມກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມກັນພັດທະນາ ແລະ ມີຄວາມຈະເລີນໄປພ້ອມໆກັນ.
  4. ປະຕິບັດໄປຕາມກົດເກນຂອງຕະຫຼາດ ແລະ ຫຼັກການທີ່ນໍາໃຊ້ທົ່ວໄປຂອງສາກົນ, ພ້ອມກັນນັ້ນກໍ່ສົ່ງເສີມບົດ ບາດຂອງລັດຖະບານໃຫ້ມີປະສິດທິຜົນ.
  5. ມີຜົນປະໂຫຍດຮ່ວມກັນ ແລະ ພ້ອມກັນປະສົບຜົນສຳເລັດ ໂດຍອີງໃສ່ສະຕິປັນຍາ ແລະ ຫົວຄິດປະດິດສ້າງ, ທ່າແຮງ ແລະ ນໍາໃຊ້ຄວາມສາມາດທັງໝົດຂອງທຸກໆຝ່າຍ.

ຍ້ອນສາຍເຫດທີ່ໄດ້ກ່າວມາຂ້າງເທິງນັ້ນ ເຮັດໃຫ້ການຮ່ວມມື ລາວ-ຈີນ ໃນການສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ” ເກີດຂຶ້ນ ທ່າມກາງເສດຖະກິດຂອງໂລກ ໄດ້ມີການລວມຕົວກັນຢ່າງໄວວາ, ການຮ່ວມມືຂອງພາກພື້ນ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ. ລາວ-ຈີນ ໄດ້ຮ່ວມມືກັນ ໂດຍຜ່ານກົນໄກການຮ່ວມມື ໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: 10+1 (ອາຊຽນ+ສປ ຈີນ) 10+3 (ອາຊຽນ+ສປ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ), ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ກອງປະຊຸມສຸດຍອດອາຊີ-ເອີຣົບ (ASEM), ກົນໄກສົນທະນາຮ່ວມມືອາຊີ(ACD), ກອງປະຊຸມການສ້າງມາດຕະການຄວາມໄວ້ເນື້ອເຊື່ອໃຈກັນຂອງອາຊີ(CICA), ອົງການການຮ່ວມມືດ້ານເສດຖະກິດອານຸພາກພື້ນແມ່ນໍ້າຂອງ(GMS) ແລະ ອົງການຮ່ວມມືຫຼາຍຝ່າຍອື່ນໆ ທີ່ມີຢູ່ໃນປະຈຸບັນຢ່າງຕັ້ງໜ້າ, ເຮັດໃຫ້ການຮ່ວມມືຂອງພາກພື້ນໂດຍລວມ ມີການຂະ ຫຍາຍຕົວ ແລະ ໄດ້ຮັບໝາກຜົນເປັນທີ່ໜ້າເພິງພໍໃຈໃນລະດັບດີ. ລາວ-ຈີນ ໄດ້ພະຍາຍາມປະຕິບັດ 5 ຈຸດສໍາຄັນຂອງການຮ່ວມມືຄື: ປຶກສາຫາລື ແລະ ເຊື່ອມຈອດທາງດ້ານນະໂຍບາຍ, ເຊື່ອມຈອດທາງດ້ານກິດຈະການ, ມີການພົວພັນດ້ານການຄ້າທີ່ສະດວກ, ມີການຮ່ວມມືດ້ານເງິນທຶນ ແລະ ມີຄວາມເຂົ້າໃຈເຊິ່ງກັນແລະກັນ.

ສປປ ລາວ ເຖິງວ່າຈະເປັນປະເທດທີ່ບໍ່ຕິດຈອດກັບທະເລ, ແຕ່ກໍເປັນປະເທດໜຶ່ງທີ່ຕັ້ງຢູ່ໃຈກາງຂອງ ແຫຼມອິນດູຈີນ ທີ່ມີພູມສັນຖານທີ່ສຳຄັນ, ມີຊັບພະຍາກອນທີ່ອຸດົມຮັ່ງມີ ແລະ ປະຊາຊົນມີສະຕິປັນຍາສູງ. ນອກ ຈາກນີ້, ຍັງມີຍຸດທະສາດອັນກວ້າງໄກ ເພື່ອຈະສ້າງໃຫ້ປະເທດຕົນ ຈາກດິນແດນ ທີບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດທາງຜ່ານທາງບົກ, ມີເປົ້າໝາຍກໍເພື່ອໃຫ້ການພັດທະນາຂອງລາວ ເປັນບ່ອນເຊື່ອມຈອດຂອງການແລກ ປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ ແລະ ການຂົນສົ່ງສິນຄ້າໃນແຫຼມອິນດູຈີນ ອັນເປັນຄວາມຝັນທີ່ສວຍງາມຂອງລາວ ແລະ ບັນດາປະເທດໃກ້ຄຽງ. ດັ່ງນັ້ນ, ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນສອດຄ່ອງກັບຍຸດທະສາດຍາວນານ ຂອງ ສປປ ລາວ ເປັນເສັ້ນທາງຮ່ວມມືອັນໜຶ່ງທີ່ຈະສາມາດຮໍ່າຮຽນອະລິຍະທຳ, ແລກປ່ຽນເສດຖະກິດ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ປະຈຸບັນສິ່ງທີ່ເຫັນເປັນຮູບເປັນຮ່າງທີ່ສຸດ ກໍແມ່ນການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ, ຈີນ-ລາວ.

ປະເທດລາວ ມີຄວາມຍິນດີເຂົ້າຮ່ວມ ແລະ ເປັນກາລະໂອກາດອັນດີ ທີ່ຈະພ້ອມກັນລົງເຮືອລໍາດຽວ ແລະ ຖືຊະຕາກໍາອັນດຽວກັນກັບ ຈີນ ພ້ອມດ້ວຍ ບັນດາປະເທດສະມາຊິກທີ່ຢູ່ໃນແລວທາງດັ່ງກ່າວ, ຫັນເອົາຄວາມປາຖະໜາທີ່ສວຍງາມນັ້ນເປັນການກະທຳຕົວຈິງ ຊຸກຍູ້ການເຊື່ອມຈອດດ້ານຍຸດທະສາດການພັດທະນາ, ກົນໄກ ແລະ ພາກສ່ວນການຜະລິດ. ພະຍາຍາມປະຕິບັດພາລະກິດພື້ນຖານຂອງພາກພື້ນ ໃຫ້ມີຄວາມສົມບູນຂຶ້ນ, ຍົກລະດັບການອໍານວຍຄວາມສະດວກດ້ານການລົງທຶນ ແລະ ການຄ້າຂຶ້ນ, ເຮັດໃຫ້ເກີດມີຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງທີ່ໜັ້ນຄົງ, ມີການພົວພັນດ້ານເສດຖະກິດທີ່ແໜ້ນແຟ້ນ, ມີການແລກປ່ຽນ ລະຫວ່າງ ປະຊາ ຊົນໃຫ້ສາມັກຄີກວ້າງຂວາງ, ເຮັດໃຫ້ການຮ່ວມມື ລາວ-ຈີນ ໂດຍຜ່ານ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເກີດມີຜົນປະໂຫຍດສູງສຸດຮ່ວມກັນ ພ້ອມກັນສ້າງອະນາຄົດຂອງສອງປະເທດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.

ບົດຈາກ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ

ກະຊວງການຕ່າງປະເທດ, ສະຖາບັນການຕ່າງປະເທດ