ທ່ານ ຄຳໃສ ສິມຈະເລີນ ຫົວໜ້າຫ້ອງ ການກະສິກຳ-ປ່າໄມ້ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ປັດຈຸບັນການເກັບກ່ຽວມ້ຽນມັດເຂົ້ານາແຊງຂອງປະຊາຊົນຊາວເມືອງໂຂງ ພຸ້ມຂຸ້ນຂ້ຽວຍາດແຍ່ງໃຫ້ທ່ວງທັນກັບລະດູການຜະລິດເຂົ້ານາປີ; ແຜນການຜະລິດເຂົ້ານາແຊງມີເນື້ອທີ່ 2 ພັນເຮັກຕາ, ປະຕິບັດຕົວຈິງໄດ້ 2.600 ກວ່າເຮັກຕາ ແລະ ປັດຈຸບັນການເກັບ ກ່ຽວມ້ຽນມັດເຂົ້ານາແຊງປະຕິບັດໄດ້ 95%.
ສຳລັບການປູກພືດລະດູແລ້ງ ທົ່ວເມືອງມີແຜນການພືດສຳຮອງທັງໝົດ 350 ກວ່າເຮັກຕາ, ປະຕິບັດຕົວຈິງໄດ້ 360 ເຮັກຕາ; ພືດທີ່ປະຊາຊົນປູກສ່ວນໃຫຍ່ແມ່ນ: ສາລີ, ຢາສູບ, ໝາກໂມ, ໝາຍແຕງ, ໝາກເຜັດ, ເຜືອກ, ມັນ ແລະ ພືດຜັກຊະນິດຕ່າງໆ. ສຳລັບແຜນການປູກເຂົ້ານາປີ ປີ 2021 ທົ່ວເມືອງມີແຜນປູກເຂົ້າທັງໝົດ 16 ພັນກວ່າເຮັກຕາ, ພືດສຳຮອງເກືອບ 300 ເຮັກຕາ ແລະ ທີ່ສຳຄັນ ທາງບໍລິສັດ IDP ໄດ້ມີແຜນສົ່ງເສີມການຜະລິດເຂົ້າເປັນສິນຄ້າ ໂດຍມີແຜນແຈກຢາຍແນວພັນເຂົ້າຈຳນວນ 134 ໂຕນ, ໃນນັ້ນ ເປັນແນວພັນເຂົ້າຫອມມະລິ, ທ່າດອກຄຳ 8, ທ່າດອກຄຳ 151 ແລະ 149, ທ່າສະໂນ 12, ເຊບັ້ງໄຟ 4, ຫ້ອມດອກຊ້ອນ ແລະ ເຂົ້າກ່ຳ.
ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງກ່າວອີກວ່າ: ສຳລັບແຜນການກະກຽມປູກໄມ້ ໃນວັນປູກໄມ້ແຫ່ງຊາດທີ່ຈະມາເຖິງນີ້ ເມືອງໂຂງ ສາມາດຜະລິດເບ້ຍໄມ້ໄດ້ທັງໝົດ 7.300 ກວ່າເບ້ຍ, ມີ 8 ຊະນິດໄມ້ເຊັ່ນ: ໄມ້ດູ່, ຂະຍູງ, ແຕ້ຂ່າ, ອິນທະນິນ, ທອງອຸໄລ, ຫວດ, ຍາງ ແລະ ຈຳປາ; ການກຳນົດຈຸດປູກໄມ້ມີ: ຈຸດທາງເຂົ້າບ້ານຫາດ, ຈຸດຫົວຂົວບ້ານຫ້ວຍ, ຈຸດວັດກາງໂຂງ, ຈຸດທາງເຂົ້າບ້ານນາກະສັງ ແລະ ຈຸດທາງເຂົ້າບ້ານພຽງດີ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

