ການເປິດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ຕ້ອງ ອີງໃສ່ມາດຕະການໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19
ການເປິດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ເປັນໜຶ່ງໃນນະໂຍ ບາຍຂອງລັດຖະບານເພື່ອແກ້ໄຂຜົນທົບທາງດ້ານເສດ ຖະກິດຂອງປະເທດ ຍ້ອນການລະບາດພະ ຍາດ ໂຄວິດ-19, ໃນຖານະທີ່ໄດ້ຮັບການມອບໝາຍຈາກລັດຖະບານໃຫ້ຮັບຜິດຊອບວຽກງານດັ່ງກ່າວກໍຕ້ອງໄດ້ມີຄວາມເປັນເອກພາບກັນສູງເພື່ອອະທິບາຍຊີ້ແຈງໃຫ້ສັງຄົມໄດ້ເຂົ້າໃຈກ່ຽວກັບແຜນ ການ, ຂັ້ນຕອນຕ່າງໆ ລວມໄປເຖິງນິຕິກຳທີ່ກ່ຽວຂ້ອງ ໃນການເປີດປະເທດຂອງ ສປປ ລາວ ເພື່ອ ຕ້ອນຮັບນັກທ່ອງທ່ຽວ, ດັ່ງນັ້ນ ໃນລະຫວ່າງວັນທີ 18-19 ທັນວາ 2021, ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສື່ມວນຊົນລາວ ລົງເກັບກຳຂໍ້ມູນການທ່ອງທ່ຽວ, ໂດຍເນັ້ນໃສ່ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ2, ໂຄສະການທ່ອງທ່ຽວລາວທ່ຽວລາວ ຢູ່ສະຖານທີ່ທ່ອງທ່ຽວຖໍ້ານອນ ແລະ ຖໍ້ານາງຟ້າ, ຖໍ້າປູຄຳ, ຖໍ້າວັງຫລວງ, ບລູລາກລູ3 ແລະ ສະຖານທີ່ທ່ອງທ່ຽວສວນໄດໂນເສົາພາກ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງນໍາພາຄະນະລົງຕິດຕາມເຄື່ອນໄຫວເກັບກຳຂໍ້ມູນໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ເພື່ອໂຄສະນາຜ່ານເວບໄຊ, ສື່ອອນລາຍ ຂອງຕົນ ແລະ ໂຄສະນາຜ່ານຜະລິດຕະພັນຕ່າງໆຂອງສື່ມວນຊົນ.
ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວໄດ້ໃຫ້ສຳພາດວ່າ: ການລົງເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້ຢູ່ເມືອງວັງວຽງ ແຂວງວຽງຈັນ, ແມ່ນ ໃຫ້ບັນດາສື່ມວນຊົນໄດ້ລົງມາເກັບກຳຂໍ້ມູນ ແລະ ຖ່າຍຮູບໃໜ່ກ່ຽວກັບແຫລ່ງທ່ອງທ່ຽວ ພາຍຫລັງການເເພ່ລາດບາດຂອງພະຍາດໂຄວິດ-19, ການະກຽມຄວາມພ້ອມຂອງບັນດາຜູ້ປະກອບການຮ້ານອາຫານ ແລະ ທຸລະກິດການທ່ອງທ່ຽວ ບັນດາກິດຈະກຳຕ່າງໆຂອງແຕ່ລະສະຖານທີ່ທ່ອງທ່ຽວເພື່ອຮັບປະກັນໃນການເປີດຮັບເອົານັກທ່ອງທ່ຽວ ເຂົ້າມາເຂດທ່ອງທ່ຽວສີຂຽວ ແລະ ການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນສປປ ລາວ.
ທ່ານ ຄົມ ດວງຈັນທາຍັງໄດ້ກ່າວຕື່ມວ່າ: ສຳລັບວຽກງານໂຄສະນາເປັນວຽກໜຶ່ງທີ່ສຳຄັນໂຄສະນາເຜີຍແພ່ຂໍ້ມູນ ແລະ ຮູບພາບໃໝ່ລົງທາງເວບໄຊ ເນື່ອງຈາກວ່າບັນແຫລ່ງທ່ອງທ່ຽວຕ່າງໄດ້ມີການປັບປຸງ ພ້ອມນີ້, ກົມໂຄສະນາການທ່ອງທ່ຽວ ຍັງໄດ້ສຶບຕໍ່ຮ່ວມກັບພະແນກ ຖວທ ແຂວງ ຕັ້ງຈຸດປະສານງານເພື່ອຕອບສະໜອງຂໍ້ມູນຂ່າວ ສານເຊິ່ງກັນ ແລະ ກັນ ເຮັດໃຫ້ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າເຖິງແຫລ່ງຂໍ້ມູນການທ່ອງທ່ຽວຕ່າງໃນຄອບເຂດທົ່ວປະເທດໄດ້.
ອີກບັນຫາໜຶ່ງທີ່ສຳຄັນ ການເປິດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ຕ້ອງ ອີງໃສ່ມາດຕາການໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍ ມີການໂຄສະນາປະຊາສໍາ ພັນໃຫ້ສັງຄົມເຂົ້າໃຈເລິກເຊິ່ງໃນການຈັດຕັ້ງປະຕິບັດ ແລະໃຫ້ນັກທ່ອງທ່ຽວຮັບຮູ້ເຖິງຂໍ້ມູນຕ່າງໆກ່ອນເຂົ້າປະເທດ, ເຖິງວ່າ ວຽກງານດັ່ງກ່າວຈະພົບຄວາມຫຍຸ້ງຍາກ, ແຕ່ຖ້າໄດ້ຮັບການຮ່ວມມືຈາກຜູ້ປະກອບການ, ບໍລິສັດທ່ອງທ່ຽວທີ່ຮັບນັກທ່ອງທ່ຽວເຂົ້າມາ ເຮົາຈະຕ້ອງ ພ້ອມກັນຜ່ານຜ່າວິກິດນີ້ໄປພ້ອມກັນ ເພື່ອກ້າວໄປເຖິງເປົ້າໝາຍທີ່ກໍານົດໄວ້.