“ເຮືອນຂອງຂ້ອຍ“ ພາກໃໝ່ເເມ່ນໄດ້ສ້າງຂຶ້ນບົນຄວາມສຳເລັດຂອງພາກທຳອິດທີ່ໄດ້ເປີດໃນປີ 2020.
ວັນທີ 29 ຕຸລາ 2021, ກະຊວງສຶກ ສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ການທ່ອງທ່ຽວ, ແລະ ອົງການຢູນີເຊັບ, ພ້ອມດ້ວຍ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE), ສະຫະພາບເອີຣົບ (EU) ແລະ ອົງການ USAID ໄດ້ເປີດຕົວພາກ 2 ຂອງຊຸດໂທລະພາບການພັດທະນາເດັກກ່ອນໄວຮຽນ (ECD) “ເຮືອນຂອງຂ້ອຍ” ທີ່ໄດ້ຮັບຄວາມນິຍົມຊົມຊອບ ເເລະ ສ້າງຂຶ້ນເພື່ອສົ່ງເສີມການພັດທະນາດ້ານຮ່າງ ກາຍ, ສະຕິປັນຍາ, ສັງຄົມ ແລະ ຈິດໃຈ ຂອງເດັກນ້ອຍກ່ອນໄວຮຽນ, ພ້ອມທັງສົ່ງເສີມການຮຽນຮູ້ຂອງເຂົາເຈົ້າໃນຊ່ວງການລະບາດຂອງພະຍາດ ໂຄວິດ-19.
ພິທີເປີດລາຍການສຳລັບ “ເຮືອນຂອງຂ້ອຍ” ພາກ 2 ນິ້ເເມ່ນໄດ້ຈັດຂຶ້ນທີ່ສູນໄອຊີທີຂອງກະຊວງສຶກສາທິການ ແລະ ກິລາ ໂດຍມີຜູ້ເຂົ້າຮ່ວມ ທາງໄກເປັນສ່ວນໃຫຍ່ ເເລະ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ດ໋ອກເຕີ ນາງ ສີສຸກ ວົງວິຈິດ, ຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວັນສີ ກົວມົວ, ຮອງລັດ ຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແລະ ທ່ານ ດ໋ອກເຕີ ນາງ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ.
ທ່ານ ດ໋ອກເຕີ ນາງ ສີສຸກ ວົງວິຈິດ, ຮອງລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: “ລາຍການໂທລະພາບສຳລັບເດັກກ່ອນໄວພາກທີ 2 ຂອງ “ເຮືອນຂອງຂ້ອຍ” ນັ້ນແມ່ນທັນເວລາ ເນື່ອງຈາກວ່າຄອບຄົວ ແລະ ເດັກນ້ອຍໃນ ສປປ ລາວ ຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນຊີວິດປະຈຳວັນເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19, ລວມທັງການປິດໂຮງຮຽນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ “ເຮືອນຂອງຂ້ອຍ” ຈະເປັນວິທີການຮຽນທີ່ສໍາຄັນອັນໜື່ງສໍາລັບພໍ່ແມ່ທັງຫຼາຍເພື່ອຊ່ວຍອໍານວຍຄວາມສະດວກໃນການຮຽນຮູ້ຂອງລູກຂອງຕົນໃນຊ່ວງເວລາທີ່ທ້າທາຍນີ້ ແລະ ເປັນການປູກຈິດສໍານຶກໃຫ້ລູກຫຼານໃນການຮັກສາສຸຂະອະນາໄມໃຫ້ເປັນປະຈຳເພື່ອຊ່ວຍປ້ອງກັນຕົນເອງຈາກພະຍາດ ໂຄວິດ -19.”
ພາກໃໝ່ຂອງຊຸດໂທລະພາບການພັດທະ ນາເດັກກ່ອນໄວຮຽນນີ້, ເຊີ່ງຍັງມີພາສາມືສໍາລັບຜູ້ຊົມ ອີກດ້ວຍ, ມີທັງໝົດ 12 ຕອນທີ່ຈະ ລວມເອົາຂໍ້ຄວາມຕ່າງໆກ່ຽວກັບການປ້ອງກັນ , ຄວບຄຸມແລະສະກັດກັ້ນ ພະຍາດ ໂຄວິດ-19 ເຂົ້າໃນເນື້ອໃນເລື່ອງ, ລວມທັງການຮັກສາສຸຂະ ພາບ, ສຸຂະອະນາໄມ, ຄຽງຄູ່ໄປກັບກິດຈະກຳການຮຽນຮູ້ແບບມ່ວນໆທີ່ໃຫ້ຄວາມຮູ້ພື້ນຖານສຳລັບເດັກ ເຊັ່ນ: ພະຍັນຊະນະ, ຕົວເລກ, ສີ, ຮູບຊົງ ແລະ ຫົວຂໍ້ອື່ນໆເພື່ອຊ່ວຍກຽມຄວາມພ້ອມປະຖົມໃນການເຂົ້າຮຽນຊັ້ນປະຖົມສຶກສາ ປີທີ 1. ຊຸດນີ້ຍັງມີອົງປະກອບທີ່ແນໃສ່ຜູ້ເບິ່ງແຍງດູແລກ່ຽວກັບວິທີທີ່ພວກເຂົາເຈົ້າສາມາດສົ່ງເສີມການຮຽນຮູ້ຂອງເດັກໂດຍຜ່ານການຫຼິ້ນອີກດ້ວຍ.
“ເຮືອນຂອງຂ້ອຍ” ພາກ 2 ເເມ່ນຈະໄດ້ອອກອາກາດຜ່ານທາງ ໂທລະພາບແຫ່ງຊາດລາວ ຊ່ອງ 3, ໂທລະພາບລາວສະຕາ ແລະ ສະຖານີໂທລະພາບ ຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel
. ນອກຈາກນີ້, ລາຍການກດັ່ງກ່າວຍັ່ງຈະໄດ້ເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍ, ຢູທູບ ເເລະ ແພລັດຟອມ ການຮຽນ-ການສອນແບບດິຈີຕອນ “ຄັງປັນຍາລາວ” ຂອງ ກະຊວງສຶກສາທິການ ແລະ ກິລາ ອີກດ້ວຍ.

ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ກ່າວວ່າ: “ເຮືອນຂອງຂ້ອຍ”ພາກ 2 ແມ່ນຜົນໄດ້ຮັບຂອງການຮ່ວມມືອັນໃຫຍ່ຫຼວງລະຫວ່າງ ກະຊວງສຶກສາທິການ ແລະ ກິລາ; ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການຢູນິເຊັບ, ໂດຍໄດ້ຮັບການສະໜັບສະໜູນຈາກ EU, GPE ແລະ ອົງການ USAID. ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທີ່ດີທ່ອງທ່ຽວ ຮູ້ສຶກດີໃຈທີ່ສຸດຕໍ່ຜົນໄດ້ຮັບຂອງການຮ່ວມມືທີ່ດີນີ້ ແລະ ພວກເຮົາຫວັງວ່າພາກທີ 2 ຈະປະກອບສ່ວນເຂົ້າໃນການສະໜອງສື່ທີ່ມີຄຸນນະພາບ, ໂດຍສະເພາະແມ່ນເນັ້ນໃສ່ເພື່ອຕອບສະໜອງຕໍ່ປະສົບການຂອງເດັກອາຍຸກ່ອນໄວຮຽນໃນ ສປປ ລາວ.”
“ເຮືອນຂອງຂ້ອຍ” ເເມ່ນມີເນື້ອໃນຂອງເລື່ອງ, ຕົວລະຄອນ ແລະ ດົນຕີ ຊຶ່ງເປັນເອກະລັກສະເພາະຂອງລາວ. “ເຮືອນຂອງຂ້ອຍ” ເເມ່ນມີການປະສົມປະສານ ຂອງຮູບພາບອະນິເມຊັນຕ່າງໆ ແລະ ການພັດທະນາຂອງລາຍການດັ່ງກ່າວແມ່ນໄດ້ລວບລວມເອົາ ບັນດານັກສິນລະປິນລາວທີ່ມີພອນສະຫວັນ ໃນ ສປປ ລາວ ທີ່ພ້ອມເປີດໃຈຮັບເອົາສິ່ງໃຫມ່ໆ ແລະ ມີແນວຄິດສ້າງສັນເປັນພິເສດ.
ທ່ານ ດ໋ອກເຕີ ນາງ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປລາວ, ກ່າວວ່າ: “ຄວາມສາມາດຂອງເດັກໃນການຈິນຕະນາການ, ການສ້າງຄວາມສໍາພັນ ແລະ ການດຳລົງຊີວິດຕາມຄວາມສາມາດເຕັມທີຂອງຕົນແມ່ນກ່ຽວຂ້ອງໂດຍກົງກັບຜົນກະທົບທີ່ປະສານສົມທົບກັນຂອງສຸຂະພາບ ເເລະ ໂພຊະນາການທີ່ດີ, ພ້ອມດ້ວຍ ການກະຕຸ້ນ ແລະ ການເບິ່ງແຍງດູແລທີ່ເໝາະສົມຈາກພໍ່ແມ່. ການປະສົມປະສານຄວາມລະຫວ່າງ ທຳມະຊາດຂອງເດັກ ແລະ ການລ້ຽງດູຈາກພໍ່ເເມ່ນັ້ນເປັນການສ້າງພື້ນຖານໃຫ້ແກ່ອະນາຄົດຂອງເດັກ ແລະ ເປັນຄວາມຫວັງອັນຈິງໃຈຂອງຂ້າພະເຈົ້າວ່າ “ເຮືອນຂອງຂ້ອຍ”, ທັງພາກທີ 1 ແລະ 2, ຈະເປັນການປະກອບສ່ວນທີ່ສຳຄັນຕໍ່ການສ້າງອະນາຄົດທີ່ດີທີ່ສູດໃຫ້ກັບເດັກນ້ອຍລາວທຸກຄົນ.”
ນອກຈາກລາຍການໂທລະພາບແລ້ວ, ຍັງມີປຶ້ມນິທານ 12 ເລື່ອງ ທີ່ໄດ້ຖືກພັດທະນາຂຶ້ນໂດຍອີງໃສ່ເນື້ອເລື່ອງຂອງ “ເຮືອນຂອງຂ້ອຍ” ພາກ 1 ອີກດ້ວຍ, ເຊີ່ງການພັດທະນາປຶ້ມນິທານດັ່ງກ່າວເເມ່ນໄດ້ດຳເນີນພາຍໃຕ້ການນຳພາຂອງກະຊວງສຶກສາທິການ ແລະ ກິລາ. ປຶ້ມນິທານ “ເຮືອນຂອງຂ້ອຍ” ເເມ່ນໄດ້ຈັດພິມ ແລະ ແຈກຢາຍໃຫ້ໂຮງຮຽນອະນຸບານ, ຫ້ອງກຽມປະຖົມ,ກຸ່ມຮຽນຜ່ານການຫຼິ້ນ, ຊັ້ນປ 1 ແລະ ປ 2 ໃນຂອບເຂດທົ່ວປະເທດເເລ້ວ ດ້ວຍການສະໜັບສະໜູນຈາກ ອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມງານ. ນອກຈາກນີ້, ຍັງຈະໄດ້ສ້າງປຶ້ມນິທານທີ່ອີງໃສ່ເນື້ອເລື່ອງຂອງພາກທີ່ 2 ຕື່ມອີກ, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງສື່ການຮຽນພາສາລາວໃຫ້ແກ່ເດັກຕື່ມອີກ.
ທ່ານສາມາດເຂົ້າເຖີງ “ເຮືອນຂອງຂ້ອຍ” ເເລະ ປຶ້ມນິທານດັ່ງກ່າວ ໄດ້ຜ່ານແພລັດຟອມ ການຮຽນ-ການສອນແບບດິຈີຕອນ “ຄັງປັນຍາລາວ” ຂອງ ກະຊວງສຶກສາທິການ ແລະ ກິລາ ອີກດ້ວຍ ( https://laos.learningpassport.unicef.org), ເຊີ່ງທ່ານສາມາດດາວໂຫຼດເປັນ App ທີ່ສາມາດນຳໃຊ້ໄດ້ໂດຍບໍ່ຕ້ອງການອິນເຕີເນັດ.

