ON AIR

ຟັງວິທະຍຸ FM103.7Mhz ອອນລາຍ
Listen to Radio FM103.7Mhz Online

“ການເຮັດວຽກຮ່ວມກັນ ເພື່ອຄວາມຍືນຍົງຂອງການຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ”.

ໃນປັດຈຸບັນ ສປປ ລາວ ຍັງເປັນປະເທດດ້ອຍພັດທະນາ ລະບຸຢູ່ໃນບັນຊີຂອງ ອົງການສະຫະປະຊາຊາດ (ສປຊ). ບັນດາປະເທດທີ່ຢູ່ໃນກຸ່ມປະເທດດ້ອຍພັດທະນາ ແມ່ນບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ມີຂໍ້ຈໍາກັດຫຼາຍຢ່າງ ທາງດ້ານໂຄງສ້າງພື້ນຖານ ເພື່ອການພັດທະນາແບບຍືນຍົງ. ຍ້ອນສະຖານະພາບດັ່ງກ່າວ, ບັນດາປະເທດເຫຼົ່ານີ້ ຈຶ່ງໄດ້ຮັບສິດທິພິເສດ ໃນການເຂົ້າເຖິງການສະໜັບສະໜູນສະເພາະຈາກສາກົນ ທາງດ້ານການຄ້າ, ການຊ່ວຍເຫຼືອເພື່ອການພັດທະນາ ແລະ ການສະໜັບສະໜູນທົ່ວໄປ. ສະຖານະພາບບັນດາປະເທດດ້ອຍພັດທະນາ ຈະໄດ້ຮັບການທົບທວນໂດຍ ຄະນະກຳມະການ ວ່າດ້ວຍ ນະໂຍບາຍເພື່ອການພັດທະນາ ແຫ່ງ ສະຫະປະຊາຊາດ ທຸກໆ 3 ປີ. ເນື່ອງຈາກເສດຖະກິດມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ວຽກງານດ້ານສຸຂະພາບ ແລະ ການສຶກສາ ກໍໄດ້ຮັບການປັບປຸງດີຂຶ້ນຢ່າງໄວວາ, ຈຶ່ງມີຄວາມເປັນໄປໄດ້ ທີ່ ສປປ ລາວ ຈະໄດ້ຫຼຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາ ໃນປີ 2024. ຄວາມມຸ້ງໝັ້ນໃນການນຳເອົາປະເທດ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນໜຶ່ງໃນບູລິມະສິດດ້ານການພັດທະນາທີ່ສຳຄັນຂອງ ລັດຖະບານ ແຫ່ງ ສປປ ລາວ.

ໂດຍອີງຕາມການຄິດໄລ່ຂອງ ທະນາຄານໂລກ, ລາຍຮັບຕົວຈິງຕໍ່ຫົວຄົນ ໄດ້ເພີ່ມຂຶ້ນຫຼາຍກວ່າຫ້າເທົ່າ ໃນສອງທົດສະຫວັດທີ່ຜ່ານມາ ທີ່ສາມາດບັນລຸ 1,996 ໂດລາສະຫະລັດ ໃນປີ 2018. ດັ່ງນັ້ນ, ສປປ ລາວ ຈຶ່ງກາຍເປັນໜຶ່ງໃນປະເທດ ທີ່ມີເສດຖະກິດຂະຫຍາຍຕົວດີທີ່ສຸດ ຂອງກຸ່ມປະເທດດ້ອຍພັດທະນາ. ນອກຈາກນີ້, ອັດຕາການເສຍຊີວິດຂອງເດັກ ໄດ້ຫຼຸດລົງເຄິ່ງໜຶ່ງໃນໄລຍະດຽວກັນ. ສ່ວນອັດຕາການຮູ້ໜັງສື ແລະ ການເຂົ້າຮຽນ ມີການສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມກັບຄວາມກ້າວໜ້າໃນດ້ານອື່ນໆ ຊຶ່ງຄຽງຄູ່ກັນນັ້ນ ກໍເປັນແຮງຊຸກຍູ້ໃຫ້ ສປປ ລາວ ກ້າວສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ຈາກຜົນສຳເລັດເຫຼົ່ານີ້, ສປປ ລາວ ອາດຈະຖືກພິຈາລະນາ ສະເໜີໃຫ້ ‘ຫຼຸດພົ້ນ’ ອອກຈາກ ກຸ່ມປະເທດດ້ອຍພັດທະນາ ຢ່າງເປັນທາງການ ໃນການທົບທວນຄັ້ງຕໍ່ໄປຂອງ ຄະນະກຳມະການ ວ່າດ້ວຍ ນະໂຍບາຍເພື່ອການພັດທະນາ ແຫ່ງ ສະຫະປະຊາຊາດ ໃນປີ 2021. ການປະເມີນຕາມມາດຖານເງື່ອນໄຂດັ່ງກ່າວ ແມ່ນຂະບວນການເພື່ອປະກາດໃຫ້ປະເທດດ້ອຍພັດທະນາຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ.

ກຸ່ມປະເທດດ້ອຍພັດທະນາ ຈະຖືກປະເມີນຕາມສາມເງື່ອນໄຂ ຄື: ດັດສະນີການພັດທະນາຊັບພະຍາກອນມະນຸດ, ຄວາມບອບບາງ ທາງດ້ານເສດຖະກິດ ແລະ ລວມຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ. ປະເທດທີ່ຈະສາມາດຖືກສະເໜີໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຕ້ອງບັນລຸຢ່າງໜ້ອຍ 2 ໃນ 3 ເງື່ອນໄຂດັ່ງກ່າວ ໃນການປະເມີນ 2 ຄັ້ງຕິດຕໍ່ກັນ ຂອງ ກອງປະຊຸມຄະນະກຳມະການ ວ່າດ້ວຍ ນະໂຍບາຍເພື່ອການພັດທະນາ ຂອງ ສປຊ ທີ່ຈະປະຊຸມ ທຸກໆ 3 ປີຕໍ່ຄັ້ງ.  ຄະນະກຳມະການ ວ່າດ້ວຍ ນະໂຍບາຍເພື່ອການພັດທະນາ ຈະສົ່ງຄຳແນະນຳໄປຫາ ສະພາເສດຖະກິດ-ສັງຄົມ ແຫ່ງ ສະຫະປະຊາຊາດ ເພື່ອຂໍການຮັບຮອງ. ຫຼັງຈາກນັ້ນ, ຜົນການຮັບຮອງດັ່ງກ່າວ ຈະຖືກສົ່ງໄປພິຈະລະນາຢູ່ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ. ສຳລັບ ສປປ ລາວ ໄດ້ຜ່ານເງື່ອນໄຂສຳລັບການຫຼຸດພົ້ນເປັນຄັ້ງທຳອິດ ໃນໄລຍະການທົບທວນທຸກໆ 3 ປີຜ່ານມາ ໃນປີ 2018. ຖ້າຫາກວ່າ ສປປ ລາວ ສືບຕໍ່ບັນລຸຢ່າງໜ້ອຍສຸດ ເງື່ອນໄຂດ້ານດັດສະນີການພັດທະນາຊັບພະຍາກອນມະນຸດ ແລະ ດ້ານລາຍຮັບ ໃນການທົບທວນໃນປີ 2021, ກໍ່ຂ້ອນຂ້າງແນ່ນອນວ່າ ລາວເຮົາຈະຖືກສະເໜີໃຫ້ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2024.

ໃນປັດຈຸບັນ ລັດຖະບານ ກຳລັງ​ກະກຽມຍຸດທະສາດ ສຳລັບໄລຍະຂ້າມຜ່ານ ເພື່ອເປັນບ່ອນອີງໃນຂະບວນການຫຼຸດພົ້ນດັ່ງກ່າວ ເພື່ອເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເປັນໄປດ້ວຍດີ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ, ບັນດາຜູ້ໃຫ້ທຶນ ທັງພາຍໃນ ແລະ ຕ່າງປະເທດ ລວມທັງພາກເອກະຊົນ. ຍຸດທະສາດນີ້ ຈະຊ່ວຍ ສປປ ລາວ ໃນການຮັບມືກັບການຫຼຸດໜ້ອຍຖອຍລົງຂອງ ບັນດາການສະໜັບສະໜູນຈາກສາກົນ ທີ່ມີຕໍ່ປະເທດດ້ອຍພັດທະນາ ຄຽງຄູ່ກັບການຍົກສູງປະສິດທິພາບ ວຽກງານການບໍລິຫານລັດ, ຄວາມໂປ່ງໃສ, ການຄຸ້ມຄອງລັດດ້ວຍກົດໝາຍ ແລະ ຄວາມມີປະສິດທິພາບຂອງການຊ່ວຍເຫຼືອ.

ການສະໜັບສະໜູນຈາກສາກົນທີ່ກ່າວມາຂ້າງເທິງ ລວມມີຄຳໝັ້ນໝາຍຂອງບັນດາຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນ ທີ່ຈະສືບຕໍ່ສະໜອງການຊ່ວຍເຫຼືອເພື່ອການພັດທະນາທາງການ ຄືກັນກັບອັດຕາສ່ວນ ທີ່ໄດ້ກໍານົດໄວ້ໃນການຊ່ວຍເຫຼືອໃຫ້ແກ່ບັນດາປະເທດດ້ອຍພັດທະນາອືີ່ນໆ. ຄູ່ຮ່ວມການຄ້າລາຍໃຫຍ່ສ່ວນຫຼາຍ ຈະບໍ່ເກັບພາສີ ຫຼື ຈຳກັດໂກຕ້າ ສຳລັບການສົ່ງອອກສິນຄ້າຂອງ ບັນດາປະເທດດ້ອຍພັດທະນາ. ໜ່ວຍງານຕ່າງໆຂອງ ອົງການສະຫະປະຊາຊາດ ໄດ້ອະນຸຍາດໃຫ້ປະເທດດ້ອຍພັດທະນາ ຈ່າຍການປະກອບສ່ວນດ້ານງົບປະມານປະຈຳປີ ໃນອັດຕາທີ່ຜ່ອນຜັນ, ລວມທັງບັນດາປະເທດດ້ອຍພັດທະນາ ໄດ້ຮັບຜົນປະໂຫຍດອື່ນໆອີກ ເປັນຕົ້ນ ໄດ້ຮັບເງິນສະໜັບສະໜູນຄ່າປີ້ຍົນ ໃນການເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ແລະ ກອງປະຊຸມສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ.

ອົງການເຄືອຂ່າຍ ສປຊ ໂດຍຜ່ານລະບົບຜູ້ປະສານງານຢູ່ ສປປ ລາວ ໄດ້ດຳເນີນການວິເຄາະວິໄຈ ແລະ ປະເມີນ ກ່ຽວກັບຜົນກະທົບ ແລະ ຄວາມສ່ຽງ, ຊຶ່ງເຫັນວ່າ ຜົນກະທົບຈາກການສູນເສຍຜົນປະໂຫຍດ ທີ່ໄດ້ຮັບຈາກນະໂຍບາຍສຳລັບປະເທດດ້ອຍພັດທະນາ ແມ່ນມີໜ້ອຍ, ເນື່ອງຈາກວ່າ ສປປ ລາວ ບໍ່ໄດ້ເປັນປະເທດສົ່ງອອກລາຍໃຫຍ່ ໄປຍັງປະເທດທີ່ໃຫ້ສິດທິພິເສດທາງການຄ້າ ແກ່ປະເທດດ້ອຍພັດທະນາ, ເປັນຕົ້ນແມ່ນ ສະຫະພາບເອີຣົບ. ນອກຈາກນີ້, ບັນດາປະເທດຜູ້ໃຫ້ທຶນສ່ວນໃຫຍ່ ກໍຍັງໃຫ້ຄຳໝັ້ນໝາຍທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ຜ່ານການພົວພັນແບບສອງຝ່າຍກັບ ສປປ ລາວ. ແຕ່ເຖິງຢ່າງໃດກໍຕາມ ການກະກຽມສຳລັບການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຍັງເປັນສິ່ງທີ່ມີຄວາມສໍາຄັນ ເພາະວ່າມັນຈະເປັນໂອກາດອັນດີ ທີ່ຈະໄດ້ເຜີຍແຜ່ຄວາມກ້າວໜ້າຂອງ ສປປ ລາວ ໃຫ້ປະຊາຄົມໂລກໄດ້ຮັບຮູ້. ນອກຈາກນີ້, ການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຍັງຈະເປັນໂອກາດໃນການດຶງດູດການລົງທຶນໃໝ່ໆ ເຂົ້າໃນການພັດທະນາເສດຖະກິດທີ່ມີການເຕີບໂຕໄວ. ຫຼາຍໆກິດຈະກໍາທີ່ມີເປົ້າໝາຍເພື່ອພັດທະນາຂີດຄວາມສາມາດ ໄດ້ຮັບການວາງແຜນໄວ້ ເພື່ອດຳເນີນໃນປີຕໍ່ໜ້າ ລວມເຖິງການຍົກສູງຄວາມອາດສາມາດດ້ານການຜະລິດ ແລະ ການປະຕິຮູບໂຄງສ້າງທາງດ້ານເສດຖະກິດ ເພື່ອຮັບປະກັນຄວາມຍືນຍົງຂອງການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ. ໃນນີ້, ບັນດາຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນ ຈະສະໜັບສະໜູນຍຸດທະສາດໃນໄລຍະຂ້າມຜ່ານນີ້, ໂດຍຈະມີການປະສານງານ ພາຍໃຕ້ຂອບດຳເນີນງານຂອງ ຄະນະກຳມະການຊີ້ນຳລະດັບຊາດ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນດຳເນີນງານ ສະຫະປະຊາຊາດ ສໍາລັບການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຊຶ່ງມີ ລັດຖະມົນຕີ ກະຊວງການຕ່າງປະເທດ ເປັນປະທານ. ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ຂໍ້ມູນ ແລະ ສຸມໃສ່ການປຶກສາຫາລືກ່ຽວກັບ ບັນຫາຕ່າງໆທີ່ກ່ຽວຂ້ອງ ໃນໄລຍະຫ້າປີຕໍ່ໜ້າ ແລະ ໃນຊຸມປີຕໍ່ໆໄປ.

ນອກຈາກນີ້, ບັນດາຄູ່ຮ່ວມງານທີ່ສຳຄັນ ໃນດ້ານວຽກງານພັດທະນາ ຍັງຈະສືບຕໍ່ ກິດຈະກຳການຊ່ວຍເຫຼືອ ຜ່ານຄະນະສະເພາະກິດລະຫວ່າງປະເທດຂອງ ອົງການ ສປຊ ວ່າດ້ວຍ ການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຢູ່ສຳນັກງານໃຫຍ່ ອົງການ ສປຊ ທີ່ ນິວຢອກ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອສະໜັບສະໜູນປະເທດທີ່ກຳລັງຈະຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ. ອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ອົງການການຄ້າໂລກ ຍັງຈະຕ້ອງໄດ້ສືບຕໍ່ໃຫ້ການສະໜັບສະໜູນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໂດຍການຮ່ວມມືກັບ ສໍານັກງານຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈຳ ອົງການ ສປຊ ທີ່ ເຊີແນວ ແລະ ນິວຢອກ. ດ້ວຍການຮ່ວມກັນປະຕິບັດ ເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ທີ່ໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ, ສປປ ລາວ ຈະສືບຕໍ່ກ້າວໜ້າຢ່າງໄວວາ ໃນຫຼາຍທົດສະຫວັດຂ້າງໜ້າ ໃນການພັດທະນາແບບຍືນຍົງ.

ບົດຄວາມສະແດງຄວາມຄິດເຫັນບົດນີ້ ໄດ້ຮັບການຂຽນ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ, ແລະ ທ່ານ ນາງ ຊາຣາ ເຊັກເກເນສ,   ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

ບົດຈາກ: ກົມການຂ່າວກະຊວງການຕ່າງປະເທດ