ທ່ານ ຄຳໄພ ປຣະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນສະຫະພັນບານເຕະແຫ່ງຊາດ ຫລື ສຕລ ເປັນປະທານຖະແຫລງຂ່າວ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2022 ໃນຕອນບ່າຍວັນທີ 18 ມີນານີ້ ທີ່ Studio Indee Record ບ້ານໂພນສະ ຫວາດໃຕ້ ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ.
ການແຂ່ງຂັນຄັ້ງນີ້ ມີ 7 ສະໂມສອນກິລາບານເຕະເຂົ້າຮ່ວມແຂ່ງຂັນ ຄື: ສະໂມ ສອນ ຊ້າງນ້ອຍ, ສະໂມສອນກອງທັບ, ສະໂມສອນ ວຽງຈັນ, ສະໂມສອນ ເອສະຣາ, ສະໂມສອນ ມາສເຕີ້ ເຊເວັ້ນ, ສະໂມສອນ ຫຼວງພະບາງ ແລະ ສະໂມສອນ ຈຳປາສັກ ໂດຍນໍາໃຊ້ 5 ສະຫນາມແຂ່ງຂັນ ຄື: ສະຫນາມກິລາແຫ່ງຊາດຫຼັກ 16, ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຂວງຈຳປາສັກ ແລະ ສະຫນາມກິລາແຂວງຫຼວງພະບາງ. ສ່ວນຮູບແບບການແຂ່ງ ຂັນແມ່ນແບບພົບກັນຫມົດຈໍານວນ 3 ຮອບ (ຮອບ 3: ສະໂມສອນທີ່ມີຜົນງານດີກວ່າໃນການແຂ່ງຂັນພົບກັນ ຮອບທີ 1 ແລະ 2 ຫລື Head to Head ໄດ້ສິດລົງແຂ່ງຂັນເປັນທີມເຈົ້າບ້ານໃນຮອບ 3).
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2022 ແຂ່ງຂັນກັນຢ່າງເປັນທາງການໃນລະຫວ່າງວັນທີ 12 ມີນາ ຫາ 4 ກັນຍາ 2022 ເຊີ່ງມີທັງຫມົດ 63 ນັດແຂ່ງຂັນ ແລະ ມີສ່ວນເງິນລາງວັນການແຂ່ງຂັນລວມທັງໝົດໝົດ 630 ລ້ານກີບ ຄື: ຊະນະເລີດ 300 ລ້ານກີບ, ຮອງຊະນະເລີດ 150 ລ້ານກີບ, ອັນດັບສາມ 80 ລ້ານກີບ, ອັນດັບສີ່ 40 ລ້ານກີບ, ອັນດັບຫ້າ 30 ລ້ານກີບ, ອັນດັບຫົກ 20 ລ້ານກີບ ແລະ ອັນດັບສຸດທ້າຍ 10 ລ້ານກີບ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເປັນການແຂ່ງຂັນກິລາບານເຕະລະ ດັບສູງສຸດຂອງສະໂມສອນກິລາບານເຕະໃນ ສປປ ລາວ ທີ່ຖືກຮັບຮອງຈາກສະຫະ ພັນບານເຕະອາຊີ (AFC) ແລະ ສະຫະພັນບານເຕະນາໆຊາດ ຫຼື FIFA ເລີ່ມເລີ່ມຈັດ ການແຂ່ງຂັນນັບແຕ່ປີ 2013 ເປັນຕົ້ນມາ, ແຕ່ໃນປີ 2021 ຖືກໂຈະການແຂ່ງຂັນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19.
ໃນພິທີຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີການມອບ-ຮັບການອຸປະຖໍາຈາກບໍລິສັດຜູ້ໃຫ້ການສະໜັບສະໜູນຈໍານວນໜຶ່ງຕື່ມອີກ.
Photo by: ສຕລ




