ວັນທີ 9 ມັງກອນ 2023, ການແຂ່ງຂັນຮອບຊີງຊະນະເລີດ ດ້ານການປະກອບອາຊີບແບບນະວັດຕະກໍາ ຈີນ-ອາຊຽນ ປະຈຳປີ 2022 ທີ່ກະຊວງວິທະຍາສາດເຕັກນິກຈີນ ແລະ ສຳນັກງານເລຂາ ນຸການອາຊຽນເປັນເຈົ້າພາບ, ກົມຮ່ວມມືສາກົນຂອງກະຊວງວິທະຍາສາດເຕັກ ນິກ,ຄະນະກຳມະການນະວັດຕະກຳວິທະຍາສາດເຕັກນິກອາຊຽນ, ສູນພັດ ທະນາອຸດສາຫະກຳເຕັກນິກສູງຂອງກະຊວງວິທະຍາສາດເຕັກນິກຈີນ, ພ້ອມດ້ວຍພະແນກວິທະຍາສາດເຕັກນິກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເປັນຜູ້ຮັບຈັດງານນັ້ນ ໄດ້ ຈັດຂຶ້ນຢ່າງສຳ ເລັດຜົນ ຢູ່ນະຄອນ ໜານໜີງ ສປ ຈີນ.
ການແຂ່ງຂັນຄັ້ງນີ້ ພາຍໃຕ້ຫົວຂໍ້ “ຮ່ວມມືກັນແບບນະວັດຕະກຳ, ກ້າວສູ່ອະນາຄົດພ້ອມກັນ”,ໂດຍສຸມໃສ່ 4 ຂົງເຂດວຽກ ງານ ທີ່ສຳຄັນເຊັ່ນ: ກະສິກຳທີ່ທັນສະໄໝ, ເສດຖະກິດດີຈີຕອນ, ຢຸກຢາ-ສຸຂະພາບ ແລະ ການປະຢັດພະລັງງານ-ການອະນຸ ລັກສິ່ງແວດລ້ອມ, ເຊິ່ງໄດ້ເກນເອົາປະ ເພດລາຍການການແຂ່ງຂັນນໍາ ໂຮງຮຽນຊັ້ນສູງ ສະຖາບັນຄົ້ນຄວ້າວິທະຍາສາດ, ວິສະຫະກິດ ແລະອົງການສັງຄົມຕ່າງໆ ຂອງຈີນແລະປະເທດອາຊຽນ. ເລີ່ມດໍາເນີນການແຂ່ງຂັນແຕ່ເດືອນສິງຫາ 2022 ເປັນຕົ້ນມາ, ມີທັງໝົດ 71 ທິມທີ່ຈາກປະເທດທີ່ລຽບຕາມ“ໜຶ່ງແລວທາງ ໜຶ່ງເສັ້ນທາງ” ເຊິ່ງລວມທັງປະເທດອາຊຽນ ໄດ້ເຂົ້າຮ່ວມການແຂ່ງຂັນ. ຜ່ານການແຂ່ງຂັນຢ່າງດຸເດືອດ, ມີ 20 ລາຍການ ທີ່ມີຄຸນນະພາບສູງໄດ້ພົ້ນເດັ່ນຂຶ້ນ ແລະໄດ້ຜ່ານເຂົ້າຮອບຊິງຊະນະເລີດໄດ້ .
ໃນທີ່ສຸດ, ມີສອງລາຍການຄື “Directional Sound to Improve Ear Health—Dr Hearing”ໄດ້ຮັບລາງວັນທີ 1 ຂອງປະເພດວິສາຫະກິດ ແລະ“Low Carbon Combustion Device Coupled with Data for Ground-air-space and New Energy System Application”ໄດ້ຮັບລາງວັນທີ 1 ຂອງປະເພດທິມ; ມີ 6 ລາຍການເຊັ່ນ “Castomize—Casts Made with 4D Printing”ແລະອື່ນໆໄດ້ຮັບລາງວັນທີ 2 ຂອງປະເພດວິສາຫະກິດແລະປະເພດທິມ; ສ່ວນ ລາງວັນທີ 3 ມີທັງໝົດ 12 ລາຍການເຊັ່ນ: Changing “Sky-high-priced Medicine” to “Civilian Medicine”: Microbial Synthesis of the Cardiac Glycoside Drug Digitoxin ແລະອື່ນໆ. ນອກນີ້, ເພື່ອສົ່ງເສີມຄວາມກະຕືລືລົ້ນໃນດ້ານການນະວັດຕະກໍາ ໃຫ້ກັບ ນັກທຸລະກິດໜຸ່ມ ຂອງປະເທດຕ່າງໆ, ຝ່າຍຈັດງານ ຍັງໄດ້ອີງໃສ່ຄວາມຄິດສ້າງສັນແລະອະນາຄົດການຮ່ວມມືຂອງຜົນງານ, ແລ້ວຄັດເລືອກເອົາ 10 ລາຍ ການເດັ່ນດ້ານການຮ່ວມື ແລະ10 ລາຍ ການເດັ່ນດ້ານຄວາມຄິດສ້າງສັນ.
ຕາມການລາຍງານ, ການແຂ່ງຂັນຄັ້ງນີ້ ແມ່ນນໍາໃຊ້ ນະວັດຕະກຳວິທະຍາສາດເຕັກນິກ ເປັນຂົວຕໍ່, ຊອກຄົ້ນສ້າງສາກົນໄກໃຫ້ມີຄວາມເຊື່ອມໂຍມ ນະວັດຕະກຳກັບການປະກອບອາຊີບ, ລົງເລິກຊຸກຍູ້ການການຮ່ວມມືແລກປ່ຽນດ້ານນະວັດຕະກຳເຕັກໂນໂລຊີ ລະຫວ່າງ ຈີນ ກັບ ປະເທດອາຊຽນ , ຍົກສູງຄວາມສາມາດດ້ານນະວັດຕະກຳໃນພາກພື້ນຈີນ-ອາຊຽນ, ກະຕຸກພະລັງດ້ານການນະວັດຕະກຳ, ຊຸກຍູ້ການແລກປ່ຽນດ້ານໝາກຜົນວິທະຍາສາດເຕັກນິກ, ການເງິນແລະເງິນທຶນ, ທິມງານທີ່ມີຄວາມສາມາດ ແລະຂໍ້ມູນຂ່າວສານອື່ນໆ, ເພື່ອເປັນບົດບາດສຳຄັນໃນການເລັ່ງລັດການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນໃຫ້ໃກ້ຊິດຂຶ້ນຕື່ມ.
Loading...