ວັນທີ 14 ສິງຫາ 2020, ການນຳຂັ້ນສູງພັກ ແລະ ລັດ ຖະບານ ແຫ່ງສປປ ລາວ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າວາງພວງມາລາ ແລະ ຂຽນປຶ້ມໄຫວ້ອາໄລ ເຖິງດວງວິນຍານ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳລາວ ທີ່ນະຄອນຫລວງວຽງຈັນ.
ໃນປຶ້ມໄຫວ້ອາໄລມີເນື້ອໃນຂຽນວ່າ:“ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ ມີຄວາມໂສກເສົ້າເສຍດາຍເປັນຍ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງ ສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໃນວັນທີ 7 ສິງຫາ 2020 ຜ່ານມາ.
ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ສູນເສຍນັກປະຕິວັດຜູ້ອົງອາດກ້າແກ່ນບໍ່ຍອມຈຳນົນ, ຜູ້ນຳທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ການຈາກໄປຂອງສະຫາຍ ຍັງເປັນການສູນເສຍເພື່ອນຮ່ວມຮົບປະຕິວັດຜູ້ອົງອາດກ້າແກ່ນ ໃນໄລຍະທີ່ສອງປະເທດພວກເຮົາດຳເນີນການຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ ເປັນເວລາຫລາຍທົດສະຫວັດຜ່ານມາ, ສູນເສຍສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າ. ສະຫາຍເປັນຜູ້ໜຶ່ງທີ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດລາວ ແລະ ຫວຽດນາມຕະຫລອດມາ.
ໃນຊ່ວງເວລາເສົ້າໂສກເສຍດາຍນີ້, ພວກຂ້າພະເຈົ້າຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ ກໍ່ຄືຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍເລຂາຟຽວມານະໂອກາດນີ້ດ້ວຍ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈະຫັນຄວາມເສົ້າໂສກນີ້ໃຫ້ເປັນພະລັງແຮງສືບຕໍ່ພາລະກິດ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ. ຂໍໃຫ້ດວງວິນຍານຂອງສະຫາຍ ເລ ຂາຟຽວ ຈົ່ງໄປສູ່ສຸຂະຕິເຖີ້ນ ”.
ນອກຈາກ ຄະນະຜູ້ແທນຂັ້ນສູງພັກລັກແລ້ວ, ຍັງມີການນຳຂະແໜງການຕ່າງໆ ໄດ້ໄປວາງພວງມາລາທີ່ສະຖານທູດຫວຽດນາມເຊັ່ນກັນ.