ກາເຟໜາກຊ້ອມ ຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ cpc ໄດ້ຮັບລາງວັນຊະນະເລີດ ໃນລາຍການປະກວດແຂ່ງຂັນ ກາເຟໝາກຊ້ອມຄັ້ງທີ 3 ປະຈຳປີ 2023 ຊື່ງລາຍການທີ່ຊະ ນະເລີດແມ່ນລາຍການປະກວດ ຜະລິດ ຕະພັນ ກາເຟກາງ ທາງປຽກ Robusta Semi_washed ເຊິ່ງສະມາຄົມກາເຟລາວຈັດການປະກວດແຂ່ງຂັນຂຶ້ນແຕ່ວັນທີ 10 ຫາວັນທີ 25 ມີນາ 2023. ພິທີມອບ – ຮັບໂລ້ລາງວັນຊະນະເລີດ ໄດ້ຈັດຂຶ້ນທີ່ໂຮງແຮມປາກເຊ ນະຄອນປາກເຊ ແຂວງຈຳປາສັກ ໃນວັນທີ 25 ມີນາ 2023 ໂດຍເປັນກຽດມອບຂອງທ່ານ ປີ ເຕີ ເຮມອນ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສ ປປ ລາວ (-H.E. Dr. Peter Haymond,) ຮັບໂດຍ ທ່ານ ຄຳພັນ ແກ້ວທະວີ, ຮອງຜູ້ອຳນວຍ ການ ຫົວຫນ້າ ການຕະຫລາດ ຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ cpc.
ການທີ່ຊະນະເລີດລາຍການປະກວດ ກາເຟກາງທາງປຽກ Robusta Semi_washed ຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ cpc ໃນຄັ້ງນີ້ ໄດ້ຢັ້ງຢືນອີກເທື່ອໜື່ງວ່າ ກາເຟກາງ ໝາກຊ້ອມ ຂອງ Cpc ຍັງຄົງຮັກສາລົດຊາດທີ່ເປັນເອກະລັກ,ຄຸນະພາບດີ ໄດ້ມາດຕະຖານ ພິເສດແມ່ນກາເຟອໍແກນິກ ປອດສານພິດ ຜະລິດຈາກຊາວສວນເຂດພູພຽງບໍລະເວນທີ່ມີຄວາມອຸສົມບູນທາງທຳມະຊາດ . ທີ່ສຳຄັນທຸກຂັ້ນຕອນການຜະລິດແມ່ນຜ່ານຕະຖານສາກົນທີ່ວາງໄວ້ນັບແຕ່ການປູກ,ການເກັບກູ້,ການຮັກ ສາ,ການຂົ້ວ ແລະຫັນເປັນຜະລິດຕະພັນ ອື່ນໆ ອີກ.ດັ່ງນັ້ນຜະລິດຕະພັນ ກາເຟກາງ ທາງປຽກ Robusta Semi_washed ທີ້ໄດ້ຮັບລາງວັນຊະນະເລີດ ຂອງ cpc ນີ້ຈິ່ງເປັນທີ່ຕ້ອງ ການຂອງຕະຫຼາດຕ່າງປະເທດ. ເວົ້າສະເພາະສົ່ງໄປຍັງ ສະຫາລັດອາເມລິກາ 19,200 ກິໂລຕໍ່ປີ. ສາມາດສ້າງລາຍຮັບແກ່ສະມາຊິກສະກອນ cpc ໄດ້ເປັນຢ່າງດີ.
ການໄດ້ຮັບລາງວັນຊະນະເລີດລາຍການປະກວດ ກາເຟກາງໝາກຊ້ອມ Robusta Semi_washed ໄດ້ນຳກຽດ ແລະ ຊື່ສຽງ ໃຫ້ແກ່ສະຫະກອນ,ທັງສ້າງຄວາມເຊຶ່ອໝັ້ນ,ຄວາມໄວ້ວາງໃຈໃຫ້ແກ່ລູກຄ້າ ແລະ ຕະຫຼາດກາເຟຂອງ Cpc ໃຫ້ສູງຂຶ້ນບາດກ້າວໜື່ງຕື່ມອີກ.
ເກເສະໜາ ແກ້ວສຸວັນນະແສງ


