ໃນປະຫວັດສາດແຫ່ງການກຳເນີດວັນກຳມະກອນສາກົນ ວັນທີ 1 ພຶດສະພາ 1886 ໄດ້ເປັນສິ່ງຢັ້ງຢືນໃຫ້ເຫັນວ່າ “ ຊົນຊັ້ນກຳມະກອນ ຫລື ຊາວຜູ້ອອກແຮງງານ ແມ່ນຊົນຊັ້ນດຽວທີ່ມີຄວາມສາມາດລົບລ້າງລະບອບນາຍທຶນ ແລ້ວສ້າງຕັ້ງລະບອບກອມມູນິດ” ຍ້ອນຊົນຊັ້ນກຳມະກອນເປັນຊົນຊັ້ນທີ່ມີຈິດໃຈກ້າຫານຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນກວ່າໝູ່ ແລະ ມີມານະຈິດປະຕິວັດສູງສົ່ງ, ເປັນຜູ້ດຸໝັ່ນຄົ້ນຄວ້າຮ່ຳຮຽນເອົາຄວາມຮູ້ວິທະຍາສາດເຕັກນິກນັບມື້ສູງຂຶ້ນເລື້ອຍໆຈຶ່ງເປັນຊົນຊັ້ນທີ່ກ້າວໜ້າກວ່າໝູ່, ມີຄວາມສາມັກຄີເລິກເຊິ່ງ, ກວ້າງຂວາງ ແລະ ສາມັກຄີສາກົນຢ່າງຜ່ອງໃສ, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ຮູ້ປະສານກົມກຽວລະຫວ່າງຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ, ມີຄວາມມານະອົດທົນ, ມີວິໄສທັດກວ້າງໄກໃນການຕີລາຄາບັນຫາ. ດ້ວຍຄຸນລັກສະນະອັນດີເລີດດັ່ງກ່າວ ກຳມະກອນຈຶ່ງເປັນກຳລັງແຮງຕົ້ນຕໍໃນພັດທະນາ, ສ້າງສາປະເທດຊາດ ຍ້ອນກຳມະກອນໄດ້ປະກອບສ່ວນຢ່າງຕັ້ງໜ້າໃນທຸກຂົງເຂດວຽກງານ ປະກອບ ສ່ວນເຮັດໃຫ້ເສດຖະກິດ-ສັງຄົມຂອງຊາດໃຫ້ພັດທະນາ.
ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕໍ່ສູ້ສົມທົບກັບເນຶ້ອໃນຂອງຖະແຫຼງການ ຮຽກຮ້ອງໃຫ້ ພວກນາຍທຶນຕ້ອງປະຕິບັດຕາມການ ສະເໜີກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ”. ໃນມື້ນັ້ນ ໄດ້ມີກຳມະກອນ ນັດຍຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ; ມີຜູ້ເຂົ້າຮ່ວມ 3 ແສນກວ່າຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ.ຈາກເຫດການຂອງວັນທີ 1 ພຶດສະພາ 1886 ໄດ້ສ້າງກະແສຟອງອັນໃຫຍ່ຫລວງ ແລະ ແຂງແຮງຂອງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບ ອາເມລິກາ, ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສຳຄັນໃຫຍ່ຫລວງ ຂອງຊົນຊັ້ນກຳມະກອນ ໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.
ຕະຫລອດໄລຍະຜ່ານມາພາຍໃຕ້ການຊີ້ນຳໂດຍກົງຂອງພັກປະຊາຊົນປະຕິວັດລາວ, ອົງການກຳມະບານລາວແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ກຳມະກອນໃນການສືບຕໍ່ເສີມຂະຫຍາຍທາດແທ້, ລັກສະນະດີເລີດຂອງຊົນຊັ້ນກຳມະກອນ ແລະ ມູນເຊື້ອປະຕິວັດອັນດີງາມຂອງຊາດ, ປະຕິບັດສິດ ແລະ ພັນທະເຂົ້າໃນພາລະກິດປະຕິວັດໃນໄລຍະໃໝ່ຢ່າງຖືກຕ້ອງ. ປັດຈຸບັນຊົນຊັ້ນກຳມະກອນລາວຢູ່ຕາມຫົວໜ່ວຍແຮງງານ, ໂຮງຈັກ, ໂຮງງານ, ຮາກຖານຕ່າງໆໄດ້ເປັນເຈົ້າການປະກອບສ່ວນທາງສະຕິປັນຍາ ແລະ ກຳລັງແຮງໃນກນພັດທະນາເສດຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ເຂັ້ມແຂງເປັນຕົ້ນ: ການກໍ່ສ້າງຖະໜົນຫົນທາງ, ຂົວ, ອາຄານ, ການຂຸດຄົ້ນແຮ່ທາດ, ນ້ຳປະປາ, ກົນຈັກ, ສ້ອມແປງ, ບໍລິການປຸ່ງແຕ່ງ, ການຄົມມະນາຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ ລ້ວນແຕ່ມີການປະກອບສ່ວນຢ່າງຕັ້ງໜ້າຂອງກຳມະກອນ ແລະ ຊາວຜູ້ອອກແຮງງານເຮັດໃຫ້ພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມຂອງຊາດມີຄວາມໜັກແໜ້ນເຂັ້ມແຂງ./.
Loading...