ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 05 ເມສາ 2022, ໃນການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ. ລາວ, ຂອງສະຫາຍ ດິງຕຽນຢຸງ – ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກ ນະຄອນຫຼວງ ຮາໂນ້ຍ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ
ຕາງໜ້າໃຫ້ການນໍາ ແລະ ພະນັກ ງານທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ, ທ່ານ ຫງວຽນດຶກຫວູ – ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ໄດ້ລາຍງານກ່ຽວກັບການດໍາເນີນທຸລະກິດຂອງທະນາຄານ, ຕະຫຼອດໄລຍະ 23 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດ ຖະກິດ ແລະ ສັງຄົມຂອງລາວ.
ຮອດປັດຈຸບັນທຶນຈົດທະບຽນບັນລຸ 791,3 ຕື້ກີບ (ທຽບເທົ່າກັບ 100 ລ້ານໂດລາ ຕາມອັດຕາແລກປ່ຽນໃນຊ່ວງທີ່ຈົດ ທະບຽນ).
ລວມຍອດຊັບສິນຂອງທະນາ ຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ຢູ່ອັນດັບ 3 ຂອງຂະແໜງ ທະນາຄານຢູ່ລາວ, ບັນລຸ 1,1 ຕື້ໂດລາ (ເພີ່ມຂຶ້ນ ~100 ເທົ່າເມື່ອທຽບກັບຊ່ວງເລີ່ມສ້າງຕັ້ງ); ລວມຍອດການລະດົມທຶນຢູ່ອັນດັບທີ 3 ໃນທົ່ວຂະແໜງ, ບັນລຸ ~01 ຕື້ໂດລາ (ເພີ່ມຂຶ້ນ 700 ເທົ່າເມື່ອທຽບກັບຊ່ວງເລີ່ມສ້າງຕັ້ງ); ລວມໜີ້ສິນຄົງເຫຼືອຢູ່ອັນດັບທີ 3 ໃນທົ່ວຂະແໜງ, ບັນລຸເກືອບ 700 ລ້ານໂດລາ (ເພີ່ມຂຶ້ນເກືອບ 1000 ເທົ່າເມື່ອທຽບກັບຊ່ວງເລີ່ມສ້າງຕັ້ງ);
ມາຮອດວັນທີ 31/03/2022, ບັນດາຜົນສຳເລັດສືບຕໍ່ຢູ່ໃນລະດັບສູງ: ລວມຍອດຊັບສິນ ~ 1,1 ຕື້ໂດລາ. ລວມຍອດລະດົມທືຶນ 1 ຕື້ໂດລາ. ກຳໄລໃນໄຕມາດ 1 ຄາດຄະເນ 1 ລ້ານໂດລາ, ໃນນັ້ນເກັບຄ່າທຳນຽມຈາກການບໍລິການ ແລະ ແລກ ປ່ຽນເງິນຕາຕ່າງປະເທດ 1,6 ລ້ານໂດລາ. ຖານລູກຄ້າເພີ່ມຂຶ້ນເປັນຢ່າງດີ (ປັດຈຸບັນມີລູກຄ້າ 138.328 ຄົນ ເມື່ອທຽບກັບ 31/12/2021 ແມ່ນມີ 133.878 ຄົນ).
ອັດຕາສ່ວນໜີ້ເສຍ, ໜີ້ກຸ່ມ 2, ອັດຕາສ່ວນຄວາມປອດໄພໃນການເຄື່ອນໄຫວແມ່ນສາມາດຮັບປະກັນໄດ້ຕາມລະບຽບຂໍ້ກຳນົດຂອງທະນາຄານແຫ່ງ ສ.ປ.ປ ລາວ.
ໃນໂອກາດນີ້ ສະຫາຍ ດິງຕຽນຢຸງ – ເລຂາຄະນະພັກນະຄອນຫຼວງ ຮາໂນ້ຍ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການພັດທະນາຂອງທະນາຄານ ຮ່ວມທຸລະກິດ ລາວ- ຫວຽດ ຈຳກັດ ຜ່ານການໄດ້ຮັບລາງວັນ ແລະ ການຍ້ອງຍໍຂັ້ນຕ່າງໆຈາກພັກ – ລັດຖະບານລາວໃນໄລຍະຜ່ານມາ. ສະຫາຍຕີລາຄາສູງຕໍ່ຄວາມພະຍາຍາມ ຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງ ຍາກ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ແຕ່ທະນາຄານ ຍັງບັນລຸໄດ້ຜົນງານຫຼາຍດ້ານທີ່ການນໍາຂອງສອງພັກ, ສອງລັດວາງອອກ. ພ້ອມດຽວ ກັນ ຍັງໄດ້ຊີ້ນໍາໃຫ້ ພະນັກງານທົ່ວທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ສືບຕໍ່ຮັກສາຕົວເລກການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ. ພິເສດ ແມ່ນຜັນຂະຫຍາຍວຽກງານກໍ່ສ້າງຊັບພະຍາກອນຄຸນນະພາບສູງໃຫ້ລາວ, ຊຶ່ງເປັນຂະແໜງການທີ່ລາວມີຄວາມຕ້ອງການ.
ທະນາຄານ ຮ່ວມທຸລະກິດ ລາວ- ຫວຽດ ຈຳກັດ ສ້າງຕັ້ງຂື້ນໃນປີ 1999, ນອກຈາກ ມີໜ້າທີ່ໃນການຊຳລະສະສາງ, ແລກ ປ່ຽນ, ສະໜອງສິນເຊື່ອ ແລະ ການບໍລິການທາງການເງິນແລ້ວ, ທະ ນາຄານຍັງເຮັດໜ້າທີ່ທາງການເມືອງທີ່ພັກ ແລະ ລັດຖະບານສອງປະເທດມອບໝາຍໃຫ້, ໂດຍສະເພາະປະຕິບັດພາລະບົດບາດເປັນຂົວຕໍ່ອັນສຳ¬ຄັນ ລະ ຫວ່າງສອງພື້ນຖານເສດ¬ຖະ¬ກິດລາວ – ຫວຽດນາມ, ທັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ – ການຄ້າ ແລະ ການລົງທຶນຂອງສອງປະເທດໃຫ້ຂະຫຍາຍຕົວຂຶ້ນເທື່ອລະກ້າວ./.
ພາບ, ຂ່າວ: ພະແນກຂ່າວພາສາຫວຽດ (ຟອງສະໝຸດ ດວງພະຈັນ, ຕຸ້ຍ ຈັນສະຫວັນ)