ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກໍາລັງຕໍາຫຼວດສື່ສານກະຊວງ ປກສ ສົມທົບ ກັບ ປກສ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານສື່ສານ ໃນການຕິດຕໍ່, ພົວພັນ, ປະສານວຽກງານໃຫ້ມີຄວາມສະດວກວ່ອງໄວ ແລະ ແກ້ໄຂເຫດໃຫ້ທັນເວລາໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022.
ພັອ ບົວຜັນ ສີສະຫວັດ ຮອງຫົວໜ້າກົມສື່ສານ ກະຊວງ ປກສ, ທັງເປັນຄະນະຮັບຜິດຊອບວຽກງານປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 19 ທັນວາ 2022 ວ່າ: ກົມສື່ສານ ຮັບຜິດຊອບໜ້າທີ່ການປະກອບອຸປະກອນຕິດຕໍ່ສື່ສານເຂົ້າໃນວຽກງານປ້ອງກັນງານມະຫາກໍາກິລາຄັ້ງນີ້ ໂດຍໄດ້ກະກຽມບັນດາອຸປະກອນສື່ສານຕ່າງໆ ເປັນຕົ້ນ ໄດ້ກະກຽມບັນດາດ້ານກໍາລັງຈໍານວນພົນ, ອຸປະກອນສື່ສານລະບົບປ້ອງກັນຕົວເມືອງ, ໄດ້ຕິດຕັ້ງທຸກເມືອງຂອງແຂວງຊຽງຂວາງ ແລະ ແຂວງແມ່ນໄດ້ຕັ້ງສູນ;ນອກຈາກນີ້, ກໍຍັງມີລະບົບໂຟນີ່ທີ່ໄດ້ປະກອບເຂົ້າໃນງານຄັ້ງນີ້ ຈໍານວນ 300 ກວ່າເຄື່ອງພ້ອມທັງຮັບຜິດຊອບກ່ຽວກັບວຽກງານກ້ອງວົງຈອນປິດໃນທົ່ວເທດສະບານແຂວງຊຽງຂວາງ ໂດຍສະເພາະຢູ່ສະໜາມ ເປີດ-ປິດ ໄດ້ຕິດຕັ້ງເປັນລະບົບຄົບຊຸດ.
ນອກນີ້, ຍັງມີອຸປະກອນສຳຮອງ, ກ້ອງວົງຈອນປິດຕິດຕັ້ງລົດເຄື່ອນທີ່, ໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ເຊິ່ງໄດ້ເລີ່ມແຕ່ວັນທີ 1 ທັນວາຜ່ານມານີ້, ມາຮອດປັດຈຸບັນ, ຖືວ່າວຽກງານສື່ສານມີຄວາມຮັບປະກັນ 100% ມາຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານ ໂດຍສະເພາະວຽກງານປ້ອງກັນງານມະຫາກໍາໃນຄັ້ງນີ້ໃຫ້ມີຄວາມສະຫງົບ-ປອດໄພ, ພ້ອມດຽວກັນນີ້, ຍັງຈະສືບຕໍ່ສຸມໃສ່ໃນການປະຈໍາການ, ຕິດຕັ້ງເສີມກ້ອງ, ອຸປະກອນສື່ສານຕ່າງໆ ເພື່ອຮັບໃຊ້ວຽກງານຄັ້ງນີ້ໃຫ້ມີຜົນສໍາເລັດຈົນຮອດມື້ປິດງານ.