“ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”ເຊິ່ງແມ່ນວິທະຍຸໂທລະພາບສູນກາງຈີນແລະສະຖານທູດຣັດເຊຍປະຈຳຈີນເປັນເຈົ້າພາບຮ່ວມໄດ້ເລີ່ມຈັດຂຶ້ນໃນວັນທີ 26 ສິງຫານີ້.
ໃນໄລຍະຈັດ“ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”,CGTN ຂອງວິທະຍຸໂທລະພາບສູນກາງຈີນຈະສະໜອງຟີມບັນທຶກ ຟີມຫົວຂໍ້ສະເພາະແລະການລາຍງານຂ່າວສຳຄັນຕ່າງໆທີ່ດີເດັ່ນຈຳນວນໜຶ່ງໃຫ້ຝ່າຍຣັດເຊຍ.ລວມທັງ “ສະຕິປັນຍາຈີນໃນກະລາຊິກ”, “ຖອດລະຫັດເວລາ 10 ປີ”, “ເບິ່ງປະເທດຈີນ”ແລະລາຍການດີເດັ່ນອື່ນໆຈະອອກອາກາດຢູ່ສື່ຫຼັກຂອງຣັດເຊຍເຊັ່ນ:ບໍລິສັດໂທລະພາບວິທະຍຸແຫ່ງຊາດຣັດເຊຍ, ຂ່າວສານສາກົນຣັດເຊຍໃນຊູ່ມື້ນີ້ແລະອື່ນໆເພື່ອສະແດງປະເທດຈີນທີ່ແທ້ຈິງຕໍ່ຜູ້ຊົມຣັດເຊຍຢ່າງຮອບດ້ານ.
ຈີນ-ຣັດເຊຍທັງສອງຝ່າຍກ່າວວ່າ:ຈະຖືເອົາ “ກິດຈະກຳແລກປ່ຽນແລະ ວາງສະແດງຮູບພາບຈີນ-ຣັດເຊຍ”ເປັນໂອກາດ,ລົງເລິກການແລກປ່ຽນ ແລະການຮ່ວມມືດ້ານສື່ມວນຊົນລະຫວ່າງຈີນ-ຣັດເຊຍຢ່າງບໍ່ຢຸດຢັ້ງ,ຊຸກຍູ້ຄວາມ ເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດຈີນ-ຣັດເຊຍຕື່ມອີກ,ເພີ່ມທະວີມິດຕະ ພາຍທີ່ມີມູນເຊື້ອລະຫວ່າງສອງຊາດຈີນ-ຣັດເຊຍ.
ພາຍຫຼັງ “ກິດຈະກຳແລກປ່ຽນແລະວາງສະແດງຮູບພາບຈີນ-ຣັດເຊຍ”ສິ້ນ ສຸດລົງແລ້ວ,ສະຖານທູດຣັດເຊຍໄດ້ຈັດພິທີມອບ “ຫຼຽນໄຊມິດຕະພາບ”ໃຫ້ແກ່ ທ່ານເຊິ້ນໄຫສົງ ຜູ້ອຳນວຍການໃຫຍ່ທັງເປັນຫົວໜ້າບັນນາທິການວິທະຍຸໂທລະພາບສູນກາງຈີນ”.
1,066
People reached
17
Engagements
Boost post
11
Loading...