ທ່ານາງສົມໃຈ ວົງສາ ເລຂາທິການສະຫະພັນກິລາປີ່ງປ່ອງເເຫ່ງຊາດລາວໃຫ້ຮູ້ວ່າ: ບັນຍາກາດການແຂ່ງຂັນ ກິລາປິງປ່ອງຊາວໜຸ່ມເຍົາວະຊົນໂລກ ຫລື wtt youth contender ທີ່ລາວເປັນເຈົ້າພາບ ຈັດຂຶ້ນທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ມື້ທີ 3 ໃນວັນທີ 22 ກັນຍາ 2023 ດໍາເນີນໄປດ້ວຍບັນຍາກາດທີ່ດີ ໂດຍມີ ນັກກິລາຈາກ 11ປະເທດເຂົ້າຮ່ວມເເຂ່ງຂັນ ຄື: ຮົງກົງເເລະໃຕ້ຫວັນຂອງຈີນ, ຢີ່ປຸ່ນ, ສ. ເກົາຫລີ , ສິງກະໂປ, ອີນໂດເນຍເຊຍ, ມາເລເຊຍ,ຟີລີບປີນ, ໄທ, ອີນເດຍ ແລະລາວເຈົ້າພາບ, ທ່ານາງສົມໃຈ ວົງສາ ໃຫ້ຮູ້ອີກວ່າ ລາວເຮົາມີຄວາມສາມາດຈັດງານນີ້ໄດ້ດີຫລາຍ ໂດຍສະເພາະສະຖານທີ່ຈັດການແຂ່ງຂັນ ໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະນະກໍາມະການແຂ່ງຂັນ ຍ້ອນລາວເຮົາໄດ້ມີການກະກຽມທີ່ດີ ໄດ້ມາດຕະຖານສາກົນ ລວມທັງຄວາມພ້ອມຂອງອຸປະກອນການແຂ່ງຂັນດ້ານຕ່າງໆ ແລະ ການຮັກສາຄວາມປອດໄພປະຕິບັດໄດ້ເປັນຢ່າງດີ ນອກຈາກນີ້ທີມງານໂຄສະນາ ສື່ມວນຊົນ ການຖ່າຍທອດສົດ ລ້ວນແຕ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະນະກໍາມະການ ເນື່ອງຈາກວ່າ ໃນໄລຍະຜ່ານມາປະເທດເຮົາມີປະສົບການໃນການຈັດງານແຂ່ງຂັນໃນລະດັບສາກົນມາ 4 ຫາ5 ຄັ້ງແລ້ວ ໂດຍສະເພາະໃນປີ 2022 ຜ່ານມາ ພວກເຮົາໄດ້ເປັນເຈົ້າພາບຈັດການແຂ່ງຂັນລາຍການຊີງແຊມກິລາເຍົາວະຊົນອາຊີ .
ພາຍຫຼັງສໍາເລັດການແຂ່ງລາຍການນີ້ແລ້ວ ນັກກິລາລາວແຕ່ລະຄົນ ແມ່ນມີຄະແນນ ສະສົມແຕ້ມ ເພື່ອຈະລົງແຂ່ງຂັນໃນຄັ້ງຕໍ່ໄປ .
ສໍາລັບປີ 2024 ທີ່ຈະເຖິງນີ້ ລາວເຮົາ ຍັງຈະໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນກິລາປີງປ່ອງຊີງແຊມຊາວໜຸ່ມເຍົາວະຊົນໂລກຕື່ມອີກ ເຊິ່ງຈະຂື້ນໃນລະຫວ່າງວັນທີ 14-18 ກັນຍາ 2024.
ໂດຍ: ຄໍາກອງ


