ບຸນກຸດຈີນເຊິ່ງມີຊື່ພາສາຈີນເອີ້ນວ່າ: “ຊຸ່ນເຈ” ຫລື “ໂກ້ໜຽນ” ເປັນບຸນປະເພນີຫຼືເປັນເທສະການອັນເປັນມູນເຊື້ອທີ່ສໍາຄັນຂອງຊາວຈີນ ເຊິ່ງເປັນບຸນໃຫຍ່ໂຕມະ ໂຫລານທີ່ສຸດ ແລະ ມີພິທີກໍາຫຼາຍທີ່ສຸດ. ເມື່ອບຸນກຸດຈີນມາຮອດມາເຖິງ ປະຊາຊົນຈີນທີ່ມີຈໍານວນມະຫາ ສານຈະຮ່ວມກັນຊຶ່ນຊົມຍິນດີຕ້ອນຮັບບຸນປີໃໝ່ຂອງຕົນຢ່າງຄຶກຄື້ນມ່ວນຊື່ນ. ເວົ້າສະເພາະບຸນກຸດຈີນຫຼືບຸນປີໃໝ່ຂອງພີ່ນ້ອງຊາວຈີນປີນີ້ແມ່ນກົງກັບວັນທີ 31 ມັງກອນເປັນມື້ສົ່ງທ້າຍປີເກົ່າປີສະຫຼູ ແລະ ວັນທີ 01 ກຸມພາ 2022 ເປັນມື້ຂຶ້ນປີໃໝ່ປີຂານ.
ສ່ວນປະຫວັດຄວາມເປັນມາຂອງບຸນກຸດຈີນເປັນແນວໃດ? ອີງຕາມຂໍ້ມູນຈາກປຶ້ມສະບາຍດີປະເທດຈີນເຊິ່ງເປັນໂຄງການຜະລິດສາລະພັດສື່ດ້ານວັດທະນະທໍາຂະໜາດໃຫຍ່ທີ່ພິມເຜີຍ ແຜ່ໃນປີ2014 ໂດຍວິທະຍຸສາກົນແຫ່ງປະເທດຈີນCRI ໃຫ້ຮູ້ວ່າ: ຕາມການເລົ່າຂານສືບທອດກັນມາ ໃນສະໄໝດຶກດໍາບັນມີສັດໂຫດຮ້າຍຊະນິດໜຶ່ງມີຊື່ພາສາຈີນເອີ້ນວ່າ:“ໜຽນ” ມັນມັກອອກມາທໍາລາຍເຄື່ອງປູກຂອງຝັງພ້ອມທັງທໍາຮ້າຍຄົນແລະສັດລ້ຽງຂອງເຂົາເຈົ້າໃນມື້ສຸດທ້າຍຂອງທຸກໆປີ. ມີມື້ໜຶ່ງສັດຮ້າຍ “ໜຽນ” ອອກມາອາລະວາດແຕ່ມັນໄດ້ປົບໜີໄປ ຍ້ອນວ່າຢູ່ໜ້າປະຕູເຮືອນຂອງຄອບຄົວໜຶ່ງໄດ້ຕາກເສື້ອສີແດງໄວ້ ແລະເດັກນ້ອຍພວມຈູດ ໝາກກກະໂພກດັງສະໜັ່ນ ຈຶ່ງເຮັດໃຫ້ຮູ້ໄດ້ວ່າສັດຮ້າຍ “ໜຽນ” ຢ້ານສີແດງ, ຢ້ານແສງໄຟແລະສຽງດັງ. ສະນັ້ນ,ຄົນຈີນທັງຫຼາຍຈຶ່ງໄດ້ຕິດຄະຕິຄູ່ສີແດງຢູ່ດ້ານເທີງແລະສອງຝາກຂ້າງບານປະຕູ ພ້ອມທັງຫ້ອຍໂຄມສີແດງ ແລະ ຈູດໝາກກະໂພກໃນໂອກາດບຸນປີໃໝ່ຈີນມາຮອດແລ້ວ ເພາະເຂົາເຈົ້າມີຄວາມເຊື່ອວ່າເມື່ອສັດຮ້າຍ “ໜຽນ”ອອກມາ ແລ້ວແນມເຫັນທຸກເຮືອນລ້ວນແຕ່ມີໂຄມແສງໄຟສີແດງ, ໄດ້ຍິນສຽງຈູດໝາກກະໂພກທີ່ດັງກ້ອງສະໜັ່ນມັນເລີຍຕົກໃຈແລ້ວຫຼົບໜີໄປຈົນບໍ່ກ້າອອກມາອີກ.ເມື່ອປະຊາຊົນພົ້ນໄພຈາກສັດຮ້າຍ“ໜຽນ”ແລ້ວ ຈຶ່ງເອີ້ນມື້ນັ້ນຂອງທຸກປີວ່າ “ກົ້ວໜຽນ” ເຊິ່ງມີຄວາມໝາຍວ່າພົ້ນໄພຈາກການທໍາຮ້າຍຂອງສັດຮ້າຍ “ໜຽນ” ນັ້ນເອງ.
ອີງຕາມຂໍ້ມູນຈາກປື້ມ “ສະບາຍດີປະເທດຈີນ” ໃຫ້ຮູ້ຕື່ມວ່າ:ແຕ່ລະປີເມື່ອບຸນກຸດຈີນໄກ້ຈະໝູນວຽນມາເຖິງປະຊາຊົນຈີນຈະເຮັດອະນາໄມເຮືອນຊານບ້ານຊ່ອງຂອງຕົນ, ກະກຽມອາ ຫານການກິນຕ່າງໆທີ່ແຊບຊ້ອຍແລະກະກຽມເສື້ອຜ້າອາພອນໃໝ່.ບຸນກຸດຈີນແມ່ນເລີ່ມຈາກວັນທີ່ພາສາຈີນເອີ້ນວ່າ “ຊູຊິ” ຫຼືວັນສົ່ງທ້າຍປີເກົ່າເຊິ່ງກົງກັບຕອນຄໍ່າມື້ສຸດທ້າຍຂອງປີຕາມປະຕິທິນຈັນທະຄະຕິຈີນ. ໃນມື້ນັ້ນ,ຄົນໃນຄອບຄົວທັງໝົດຈະມາເຕົ້າໂຮມກັນ ຕິດຄະຕິຄູ່ທີ່ໃຊ້ຄໍາສັບສໍານວນກະທັດຮັດໃສ່ບານປະຕູເພຶ່ອສະແດງຄວາມອວຍພອນອັນປະເສີດໃຫ້ພາ ລະກິດມີຄວາມຈະເລີນຫຼາຍກວ່າເກົ່າ,ປະເທດຊາດມີຄວາມສະຫງົບປອດໄພແລະປະຊາຊົນຢູ່ເຢັນເປັນສຸກ, ພ້ອມທັງຈູດໝາກກະໂພກເພື່ອຂັບໄລ່ສັດທີ່ຊົ່ວຮ້າຍໃຫ້ອອກໄປ ແລະ ສະ ແດງເຖິງຄວາມປາຖະໜາອັນດີງາມທີ່ຈະໄດ້ຮັບຄວາມສຸກໂຊກດີຂອງປະຊາຊົນຈີນ ແລະກິນເຂົ້າສາມັກຄີຮ່ວມກັນ. ຫຼັງຈາກກິນເຂົ້າແລ້ວ,ຈະສືບຕໍ່ໂອ້ລົມກັນແລະພາກັນຫໍ່ຂະໜົມກ້ຽວ. ຕາມທໍາມະດາແລ້ວ,ຂະໜົມກ້ຽວຕ້ອງຫໍ່ແລະຕົ້ມໃຫ້ສຸກກ່ອນເວລາ 0 ໂມງຂອງວັນສິ້ນປີໃໝ່ຕາມປະຕິທິນຈັນທະຄະຕິຈີນແລະກິນໃນເວລາຕອນທ່ຽງຄືນ. ເນື່ອງຈາກຕອນທ່ຽງຄືນນັບແຕ່ເວລາ 23 ໂມງຫາ 1 ໂມງແມ່ນເປັນໄລຍະເວລາທີ່ປ່ຽນຈາກປີເກົ່າຂ້າມໄປຫາປີໃໝ່. ຄົນທັງຫຼາຍກິນຂະໜົມກ້ຽວໃນໄລຍະນີ້ກໍເພື່ອອະທິຖານໃຫ້ປີໃໝ່ທີ່ໝູນວຽນມາເຖິງຈົ່ງມີແຕ່ຄວາມເປັນສິຣິມຸງຄຸນ, ສະມາຊິກໃນຄອບຄົວຈະໄດ້ຢູ່ພ້ອມໜ້າພ້ອມຕາກັນ ແລະ ທຸກຄົນມີຄວາມຮັ່ງມີຜາສຸກ. ພ້ອມກັນນັ້ນ,ໃນປັດຈຸບັນນີ້ຫຼາຍຄອບຄົວຍັງເຕົ້າໂຮມກັນເບິ່ງງານລາຕີສະໂມສອນເພື່ອສະເຫຼີມສະຫຼອງບຸນກຸດຈີນ ແລະ ຈະບໍ່ເຂົ້ານອນໄວເພື່ອຄອຍຖ້າປີໃໝ່ໝູນວຽນມາເຖິງເຊິ່ງພາສາຈີນເອີ້ນວ່າ: “ໂຊ້ວຊຸ້ຍ” ແປວ່າເຝົ້າລໍຄອຍຄໍ່າຄືນສົ່ງທ້າຍປີເກົ່າ.ສ່ວນມື້ທີສອງເປັນວັນຂຶ້ນປີໃໝ່ຕາມປະຕິທິນຈັນທະຄະຕິຈີນ,ປະຊາຊົນຈີນຈະອອກໄປອວຍພອນປີໃໝ່ຢູ່ເຮືອນຂອງຍາດຕິ່ພີ່ນ້ອງແລະເພື່ອນມິດສະຫາຍ ໂດຍຈະກ່າວຄໍາອວຍ ພອນເປັນພາສາຈີນວ່າ:“ໂກ້ໜຽນຫາວ” ແປວ່າສະບາຍດີປີໃໝ່ ແລະ “ກົ່ງຊີຟາສາຍ” ແປວ່າຂໍໃຫ້ລໍ້າລວຍຮັ່ງມີສີສຸກ. ຜູ້ອະວຸໂສຈະມອບອັງເປົ່າຫຼືພາສາຈີນເອີ້ນວ່າ:“ຢາຊຸ້ຍສຽນ” ແປວ່າເງິນປາບສິ່ງຊົ່ວຮ້າຍໃຫ້ແກ່ເດັກນ້ອຍຜູ້ເປັນລູກຫຼານເພື່ອໃຫ້ທຸກຄົນມີຄວາມສຸກໂຊກດີ, ມີສຸຂະພາບແຂງແຮງ ແລະ ມີຄວາມເບີກບານມ່ວນຊື່ນຕະຫຼອດປີໃໝ່.
ນອກຈາກກິນອາຫານຕ່າງໆທີ່ອຸດົມສົມບູນໃນມື້ບຸນກຸດຈີນຢ່າງແຊບຊ້ອຍໂດຍສະເພາະປາເຊິ່ງພາສາຈີນເອີ້ນວ່າ “ອີ” ເປັນອາຫານເຍື່ອງໜຶ່ງທີ່ຂາດບໍ່ໄດ້ໃນຄາບເຂົ້າຍາມບຸນກຸດຈີນ ເພາະຄົນຈີນເຊື່ອວ່າຖ້າທຸກປີມີປາກໍໝາຍຄວາມວ່າທຸກປີມີເຫຼືອຢູ່ເຫຼືອກິນ ໝາຍເຖິງຄວາມອີ່ມໜໍາສໍາລານ ແລະ ທຸກປີມີເງິນມີຄໍາໃຊ້ບໍ່ຂາດມື. ນອກນັ້ນ,ປະຊາຊົນທົ່ວປະເທດຈີນຍັງມີງານບຸນແລະຮີດຄອງປະເພນີອັນດີງາມທີ່ຫຼາກຫຼາຍເພື່ອສະເຫຼີມສະຫຼອງບຸນກຸດຈີນຕື່ມອີກເຊັ່ນ:ການຕິດຄະຕິຄູ່ໃສ່ບານປະຕູ, ການຈັດງານບຸນວັດ, ການສະແດງງິ້ວຫຸ່ນກະບອກ, ຕີກອງທ້າຍຜີງຫຼືເອີ້ນວ່າກອງສັນຕິສຸກ, ສະແດງຟ້ອນສີງໂຕ, ການແລ່ນເຮືອແຫ້ງເຮັດດ້ວຍໄມ້ໄຜ່ເຊິ່ງເປັນການຟ້ອນພື້ນເມືອງປະເພດໜຶ່ງຂອງຈີນທີ່ໄດ້ຮັບການສືບທອດແລະເຜີຍແຜ່ຢ່າງກວ້າງຂວາງ ແລະອື່ນໆ. ແຕ່ສີ່ງທີ່ຂາດບໍ່ໄດ້ໃນບຸນກຸດຈີນແມ່ນການອວຍພອນປີໃໝ່ເຊິ່ງແມ່ນຮີດຄອງປະເພນີຂອງຊາວຈີນ ພ້ອມທັງແມ່ນວິທີການໜຶ່ງທີ່ປະຊາຊົນຈີນຝາກຄໍາອວຍພອນປີໃໝ່ອັນດີງາມເຊິ່ງກັນແລະກັນໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຂອງພີ່ນ້ອງຊາວຈີນ. ໂດຍທົ່ວໄປແລ້ວ,ຂະນົບທໍານຽມການອວຍພອນປີໃໝ່ໃນໂອກາດບຸນກຸດຈີນ ຜູ້ເປັນລູກຫຼານຈະກົ້ມຫົວແລະຄຸເຂົ່າລົງເພື່ອສະແດງຄວາມເຄົາລົບນັບຖືຜູ້ອະວຸໂສ, ສ່ວນໝູ່ເພື່ອນຍາດຕິພີ່ນ້ອງທີ່ເປັນຮຸ່ນລາວຄາວດຽວກັນຈະສະແດງຄວາມນັບຖື ແລະ ອວຍ ພອນກັນດ້ວຍການນົບແບບວັດທະນະທໍາຈີນ.
“ ສະບາຍດີປິໃໝ່, ຊິນໜຽນ ຄວ້ຍເລີ້ ”
ໂດຍ: ຟ້າໃສ ຈະເລີນສຸກ

