ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 2 ພະຈິກ 2021 ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ບ້ານນ້ຳຜາໃຫຍ່ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ມີພິທີ ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນຫຼັງໃໝ່ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ອຸດອນ ສິງດາລາ ເຈົ້າເມືອງລ້ອງແຈ້ງ, ທ່ານ ບົວທອງ ພົນມະນີ ຫົວໜ້າຫ້ອງການ ສຶກສາທິການ-ກິລາເມືອງ ທັງເປັນເຈົ້າຂອງໂຄງການ, ທ່ານ ຄຳຊາຍ ງາມຄຳເຫຼັກ ຕາງໜ້າບໍລິສັດ ຮ່ວມພັດທະນາໂລກສີຂຽວ(ODB)ຈຳກັດ , ມີບັນດາທ່ານຮອງເລຂາພັກເມືອງ, ທ່ານຮອງເຈົ້າເມືອງ, ກອງກໍ່ສ້າງຮາກຖານ913, ຄະນະກຳມະການຕິດຕາມໂຄງການ, ຄູ-ອາຈານ ແລະ ນາຍບ້ານ 4 ບ້ານ ກຸ່ມນຳ້ຜາໃຫຍ່ເຂົ້າຮ່ວມ
ທ່ານ ຄຳຊາຍ ງາມຄຳເຫຼັກ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານນ້ຳຜາໃຫຍ່ ຊື່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງ ໃນທ້າຍເດືອນມິຖຸນາ(ເດືອນ6) ແລະ ສຳເລັດ ໃນທ້າຍເດືອນສິງຫາ(ເດືອນ8) 2021 ມີມູນຄ່າທັງໝົດ357ລ້ານກວ່າກີບ ໃນນັ້ນມີທຶນພັດທະນາເມືອງ 250 ລ້ານກີບ, ທຶນສົມທົບລັດຖະບານ 50 ລ້ານກວ່າກີບ ແລະ ທຶນສົມທົບຈາກຊຸມຊົນ 50 ລ້ານກວ່າກີບ ເປັນອາຄານ1 ຫຼັງ, ມີ 4 ຫ້ອງຮຽນ, ມີຂະໜາດ 7,5 x 32 ແມັດ ກໍ່ດ້ວຍດິີນບອກ, ໂຄ້ງຫຼັງຄາໄມ້, ມຸ້ງດ້ວຍກາເບື້ອງ ພ້ອມນີ້ຍັງຍົກໃຫ້ເຫັນບັນຫາຂໍ້ຫຍຸ້ງຍາກສີ່ງທ້າທາຍເປັນຕົ້ນການແຜ່ລະບາດເຊື້ອພະຍາດໂຄວິດ19, ເປັນເມືອງຫ່າງໄກສອກຫຼີກ, ການປະສານງານ, ການຂົນສົ່ງອຸປະກອນກໍ່ສ້າງມີຄວາມຫຍຸ້ງຍາກ ມາຮອດປະຈຸບັນຕາມສັນຍາກໍ່ສ້າງແມ່ນສຳເລັດແລ້ວ100%
ຈາກນັ້ນ ຕາງໜ້າບໍລິສັດດັ່ງກ່າວ ,ເຈົ້າຂອງໂຄງການ ແລະ ການຈັດຕັ້ງບ້ານ ກໍ່ໄດ້ລົງນາມເຊັນບົດບັນທຶກມອບ-ຮັບ ຮ່ວມກັນ ພ້ອມທັງມອບໃຫ້ເຈົ້າຂອງໂຄງການ ມອບຕໍ່ໃຫ້ຜູ້ອຳນວຍການໂຮງຮຽນມໍຕົ້ນນ້ຳຜາໃຫຍ່ ນຳໃຊ້ຢ່າງເປັນທາງການ ໂດຍຊ່ອງໜ້າຄະນະນຳເມືອງ ,ການຈັດຕັ້ງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນພິຍານ
ໃນໂອກາດນີ້ ທ່ານ ເຈົ້າເມືອງລ້ອງແຈ້ງ ໄດ້ຍ້ອງຍໍຊົມເຊີຍມາຍັງບໍລິສັດທີ່ໄດ້ເອົາໃຈໃສ່ກໍ່ສ້າງໂຮງຮຽນຈົນສຳເລັດຕາມແຜນການຄາດໝາຍ, ເຮັດໃຫ້ພື້ນຖານໂຄງລ່າງໂຮງຮຽນແຫ່ງດັ່ງກ່າວເພີ່ມຂື້ນ, ມີຄວາມແໜ້ນໜາ ແລະ ມີຄວາມສະດວກ ໃນການຮຽນ-ການສອນ ໃຫ້ແກ່ຄູ-ອາຈານ, ນ້ອງນ້ອຍນັກຮຽນ 4 ບ້ານ ກຸ່ມນ້ຳຜາໃຫຍ່ ຊື່ງຍັງຈະໄດ້ສືບຕໍ່ຄົ້ນຄວ້າຊອກຫາງົບປະມານນຳໃຊ້ເຂົ້າໃນວຽກໂບກຝາ, ທາສີ, ໃສ່ເພດານ , ຊື້ໂຕະ-ຕັ່ງ ແລະ ສ້າງຫ້ອງນ້ຳ ພ້ອມທັງເໜັ້ນໃຫ້ຫ້ອງການສືກສາທິການ-ກິລາ ເມືອງ ,ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ເອົາໃຈໃສ່ປົກປັກຮັກສາຄຸ້ມຄອງ ຊ່ວຍກັນ ນຳໃຊ້ອາຄານຮຽນດັ່ງກ່າວ ເຂົ້າໃນວຽກງານການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຍາວນານ.
ບັນນາທິການ:ທ່ານ ສຸເຢີຊົງ; ຂ່າວ: ອານຸສອນ ຈັນທະວີໄຊ