ໃນຕອນເຊົ້າວັນທີ 7 ຕຸລາ 2021 ນີ້ ທີ່ສຳນັກງານເມືອງໂຂງ ແຂວງຈຳປາສັກ ທ່ານ ເພັດສະໄໝ ບຸນລ້ຽງ ຕາງໜ້າກຸ່ມບໍລິສັດ ເພັດສະໄໝພັດທະນາສີພັນດອນ ໄດ້ມອບນ້ຳດື່ມຈຳນວນ 100 ແພັກ ແລະ ໄຂ່ເປັດຈຳນວນ 10 ແຕະ ລວມເປັນເງິນຈຳນວນ 3 ລ້ານກີບມອບໃຫ້ກັບອຳນາດການປົກຄອງເມືອງໂຂງ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຊຸກຍູ້ວຽກງານສະກັດກັ້ນ, ກັນການລະບາດຂອງພະຍາດໂຄວິດ-19.
ກ່າວຮັບເຄື່ອງຄັ້ງນີ້ໂດຍທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂມງ, ຊ້ອງໜ້າບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ເຈົ້າເມືອງໆໂຂງ ໄດ້ສະແດງຄວາມຂອບໃຈມາຍັງກຸ່ມບໍລິສັດ ທີ່ເຫັນໄດ້ເຖິງຄວາມສຳຄັນໃນວຽກງານປ້ອງກັນ, ສະກັດກັ້ນການລະບາດຂອພະຍາດໂຄວິດ-19; ໂດຍສະ ເພາະນ້ຳດື່ມ ແລະ ໄຂ່ທີ່ໄດ້ຮັບຄັ້ງນີ້ ແມ່ນຈະນຳໄປແຈກຢາກໃຫ້ກຳລັງທີ່ປະຕິບັດໜ້າທີ່ປະຈຳຢູ່ດ່ານ, ຈຸດເວນຍາມຢູ່ສູນກັກໂຕໃນແຕ່ລະສຸນພາຍໃນເມືອງ ເພື່ອເປັນຂວັນກຳລັງໃຈໃຫ້ກັບຜູ້ປະຕິບັດໜ້າທີ່ ແລະ ທີ່ສຳຄັນ ກໍເປັນອີກແຮງໜຶ່ງໃຫ້ກັບເມືອງເພື່ອແບ່ງເບົາງົບປະມານນຳໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19.
ຂ່າວ-ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ

