ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 30 ຕຸລາ 2021, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງພະນົມເປັນ, ໄດ້ມີພິທີມອບ-ຮັບ ເງິນຈຳນວນ 1 ລ້ານໂດລາສະຫະລັດ ຈາກກຸ່ມບໍລິສັດ Prince Holding Group ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ. ຕາງໜ້າມອບໃນຄັ້ງນີ້ໂດຍ ທ່ານ ເຊນ ສີ, ປະທານກຸ່ມບໍລິສັດ Prince Holding Group ແລະ ຕາງໜ້າຮັບໂດຍ ທ່ານ ອຳໄພ ກິນດາວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ, ມີພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ອໍາໄພ ກິນດາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງກຸ່ມບໍລິສັດ Prince Holding Group ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ, ນໍ້າໃຈຈາກກຸ່ມບໍລິສັດ ພ້ອມທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມ ມາແຕ່ບູຮານ ນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດລາວ ແລະ ກຳປູເຈຍ ທີ່ນັບມື້ ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ກຸ່ມບໍລິສັດ Prince Holding Group ເປັນໜຶ່ງໃນບັນດາກຸ່ມບໍລິສັດທີ່ໃຫຍ່ທີ່ສຸດໃນກຳປູເຈຍ, ບໍລິສັດດັ່ງກ່າວໄດ້ດຳເນີນທຸລະກິດຫຼັກ 3 ດ້ານ ຄື: ການພັດທະນາອະສັງຫາລິມະຊັບ (Real estate development), ການບໍລິການດ້ານການເງິນ (Financial services) ແລະ ການໃຫ້ບໍລິການຜູ້ບໍລິໂພກ (Consumer services).