ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກຸ່ມຜະລິດໄຄແຜ່ນ ບ້ານບວມຫວານ ເມືອງວຽງຄໍາ ຢືນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ.
ອາທິດຜ່ານມານີ້ ຢູ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງວຽງຄໍາ ໄດ້ມີກອງປະຊຸມສະຫຼຸບ ໂຄງການສົ່ງເສີມ ແລະຄຸ້ມຄອງການນໍາໃຊ້ລະບົບຊັບສິນທາງປັນຍາ ເຂົ້າໃນການຜະລິດເປັນສິນຄ້າ ມີ ທ່ານ ສີປະເສີດ ເພັງສະຫວັດ ຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສີທົນ ສິລິວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ພ້ອມດ້ວຍທີມງານຂອງແຂວງ, ຫົວໜ້າ-ຮອງຫົວໜ້າທີ່ກ່ຽວຂ້ອງຂອງເມືອງ ຕະຫຼອດຮອດຜູ້ປະກອບການທຸລະກິດພາຍໃນເມືອງ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍກ່ຽວກັບການຈັດຕັ້ງປະຕິບັດໂຄງການ ໂດຍຍົກໃຫ້ເຫັນສະພາບລວມ, ການຈັດຕັ້ງປະຕິບັດໂຄງການ, ການປະຕິບັດແຜນງົບປະມານ ແລະ ບົດຮຽນທີຖອດຖອນໄດ້ ໂອກາດດຽວກັນນີ້ ຕ່າງໜ້າກຸ່ມຜະລິດໄຄແຜ່ນບ້ານບວມຫວານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການແປຮູບໄຄແຜ່ນໂດຍຫຍໍ້ວ່າ: ບ້ານບວມຫວານ ມີ 83 ຄອບຄົວ, ມີສະມາຊິກກຸ່ມຜະລິດໄຄແຜ່ນ 30 ຄອບຄົວ ພາຍຫຼັງ ມອບ-ຮັບ ໂຮງເຮືອນ ໃນຄັ້ງວັນທີ 12 ທັນວາ 2022 ມາເຖິງປະຈຸບັນ ສາມາດຜະລິດໄຄແຜ່ນໄດ້ ທັງໝົດ 3,602 ຖົງ; ເຄື່ອນໄຫວເປີດບູດຂາຍໄຄແຜ່ນຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ ສ້າງລາຍຮັບໃຫ້ສະມາຊິກກຸ່ມໄດ້ ເກືອບ 20 ລ້ານກີບ ຈາກນັ້ນສະມາຊິກກຸ່ມຜະລິດໄຄແຜ່ນ ໄດ້ຢືກຄໍາຮ້ອງຕໍ່ພະແນກອຸດສະຫະກໍາ ແລະ ການຄ້າແຂວງ ເພື່ອຂໍຈົດທະບຽບເຄື່ອງໝາຍການຄ້າ ເພື່ອເປັນຢັ້ງຢືນຄວາມຖືກຕ້ອງ ແລະ ເປັນເອກະລັກສະເພາະ ຂອງກຸ່ມ, ສະດວກໃນການຄຸ້ມຄອງ ແລະ ຖືກຕ້ອງຕາມລະບຽບການ. ຕອນທ້າຍ ຄະນະປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາບາງບັນຫາຕໍ່ກັບການຄຸ້ມຄອງ, ການນໍາໃຊ້ ເຄື່ອງໝາຍການຄ້າ ເຂົ້າໃນການຜະລິດສິນຄ້າ ຂອງສະມາຊິກກຸ່ມ ເພື່ອເປັນການປົກປ້ອງການນໍາໃຊ້ຊັບສິນທາງປັນຍາ ແລະ ເປັນການເພີ່ມມູນຄ່າ ຂອງຜະລິດຕະພັນສິນຄ້າ ຕື່ມອີກ.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ.