ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 3 ກັນຍາ 2022 ນີ້ ກຸ່ມສະ ຫະພັນແມ່ຍິງ-ທຸລະກິດ ແຂວງອຸດົມໄຊ ເຊິ່ງນໍາໂດຍ ທ່ານນາງ ເກດມະນີ ອິນດາລາ ຫົວໜ້າກຸ່ມສະຫະພັນແມ່ຍິງ-ທຸ ລະກິດ ແຂວງອຸດົມໄຊ ພ້ອມທີມງານ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ລົງໄປມອບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງນາໝໍ້, ແຂວງອຸດົມໄຊ.
ພິທີມອບ-ຮັບໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງເມືອງນາໝໍ້ ເຊິ່ງເຄື່ອງທີ່ນຳມາມອບມີ: ເຂົ້າສານ, ປ໋ອງປາ, ເຂົ້າຈີ່, ນ້ຳດື່ມ, ໄຂ່, ໝີ່, ຊາມ, ຄຸ, ໂຖນ້ຳ ແລະ ອື່ນໆລວມມູນຄ່າເກືອບ 20 ລ້ານກີບ. ຈາກນັ້ນ ໄດ້ນຳເອົາເຄື່ອງລົງໄປມອບ ແລະ ແຈກຢາຍໃຫ້ປະຊາຊົນຢູ່ 3 ບ້ານຄື: ບ້ານພູເອືອດ, ບ້ານພູເຄືອ ແລະ ບ້ານຫ້ວຍອອນ ຈຳນວນ 65 ຄອບຄົວ. ພ້ອມນີ້ ທາງທີມງານ ຍັງໄດ້ນຳເອົາເຄື່ອງຊ່ວຍເຫລືອໄປມອບໃຫ້ກຳລັງອ້າຍນ້ອງທະຫານ ທີ່ໄດ້ລົງຊ່ວຍປະຊາຊົນ ປຸກສ້າງເຮືອນ, ອະນາໄມບໍລິເວນທີ່ໄດ້ຮັບຄວາມເສຍຫາຍຕື່ມອີກ.
ການລົງເຄື່ອນໄຫວມອບເຄື່ອງອຸປະ ໂພກ-ບໍລິໂພກ ແລະ ປັດໃຈ ຂອງກຸ່ມສະຫະພັນແມ່ຍິງ-ທຸລະກິດ ແຂວງອຸດົມໄຊ ກໍເພື່ອເປັນການປະກອບສ່ວນໃນການບັນເທົ່າທຸກໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ເປັນການຊຸກຍູ້ ແລະໃຫ້ກຳລັງໃຈແກ່ອ້າຍນ້ອງທະຫານ ທີ່ລົງຊ່ວຍວຽກປະຊາຊົນ.
ນອກຈາກການລົງມອບເຄື່ອງ ຢູ່ເມືອງນາໝໍ້ແລ້ວ ທີ່ຜ່ານມາ ທາງທີມງານ ກຸ່ມສະຫະພັນແມ່ຍິງ-ທຸລະກິດ ຍັງໄດ້ລົງມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ອ້າຍນ້ອງທະຫານ ກອງພົນທະຫານຮາບທີ 3 ທີ່ລົງຊ່ວຍປະຊາຊົນຜູ້ທີ່ປະສົບໄພນ້ຳຖ້ວມ ຢູ່ເມືອງຫລາ ຕື່ມອີກ.
ຂ່າວ: ຄານມະນີ ຮຽນດໍຈັນ
ກວດແກ້: ອ່ຽງຄຳ ວິລະສັກ
May be an image of 7 people, people sitting and people standing
May be an image of 3 people, people sitting and people standing
May be an image of 7 people, people standing and outdoors
May be an image of 16 people, people standing and outdoors
May be an image of 4 people, people standing and outdoors