ຕອນຄໍ່າວັນທີ 1 ກັນຍາ 2022 ທີ່ນະຄອນປາກເຊ ແຂວງຈໍາປາສັກ, ກົງສູນໃຫຍ່ ສສ ຫວຽດນາມປະຈຳພາກໃຕ້ລາວ ທີ່ປາກເຊ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ ( 2/9/1945-2/9/2022) ດ້ວຍບັນຍາກາດອັນຄຶກຄື້ນ.
ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ ທີ່ປາກເຊ ໄດ້ກ່າວປາໄສ ຫວນຄືນມູນເຊື້ອວັນຊາດ ທີ 2 ກັນຍາ ຕະຫຼອດໄລຍະ 77 ປີ, ໂດຍຍົກໃຫ້ເຫັນຄວາມອົງອາດກ້າຫານ,ສູ້ຮົບມີໄຊ ຄຽງບ່າຄຽງໄລ່ຮ່ວມຂຸມຄອງດຽວກັນ ລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່, ຊຶ່ງພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມຸນິດຫວຽດນາມ ທີ່ມີປະທານ ໂຮ່ຈິມິນ ຜູ້ນຳທີ່ຫຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ ແລະ ນຳພາ ສາມາດປົດປ່ອຍປະເທດຊາດ ຫວຽດນາມ ໃນວັນທີ 2 ກັນຍາ ປີ 1945 .ປະທານ ໂຮ່ຈິມິນ ໄດ້ອ່ານຖະແຫຼງການເອກະລາດ ໃນລະດູໃບໄມ້ຫຼົ່ນ ປີ 1945 ຊຶ່ງໄດ້ຖືກກໍາເນີດ ປະເທດ ສສ ຫວຽດນາມ ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ເຊິ່ງປະຊາຊົນຫວຽດນາມ ໄດ້ຈາລຶກ ໄວ້ວ່າ: ບໍ່ມີສິ່ງໃດປະເສີດກ່ວາເອກະລາດ ແລະ ເສລິພາບ, ໄດ້ເຕົ້າໂຮມຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ເດັດດ່ຽວຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປົກປັກຮັກສາປະເທດຊາດ, ປົກປັກຮັກສາຄວາມເປັນເອກະລາດ ແລະ ເສລີພາບ ຂອງ ປະເທດຊາດ ໄວ້ຢ່າງໜຽວແໜ້ນ, ສ້າງສາ ແລະ ພັດທະນາປະເທດ ນັບມື້ນັບສະຫງ່າຜ່າເຜີຍ, ຫຍິ່ງໃຫຍ່ ແລະ ສວຍງາມ, ຄຽງຄູ່ກັບການປະກອບສ່ວນຢ່າງຕັ້ງໜ້າ, ເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກ່າວວ່າ: ຕະຫຼອດໄລຍະ 77 ປີ ຜ່ານມາ ພວກຂ້າພະເຈົ້າ ສຸດທີ່ມີຄວາມຮູ້ສຶກເບີກບານມ່ວນຊື່ນ ແລະ ມີຄວາມເອກອ້າງທະນົງໃຈ ທີ່ໄດ້ເຫັນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫ່ວາງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຍາມໃດກໍ່ສວຍສົດງົດງາມ, ມີຄວາມບໍລິສຸດສັດຊື່, ສະໜິດສະໜົມ ຈິງໃຈ ແລະ ຫາຍາກ ໃນການພົວພັນສາກົນໃນໂລກ ມີນຶ່ງບໍ່ມີສອງ ນອກຈາກສອງຊາດ ລາວ-ຫວຽດນາມ ຂອງພວກເຮົາ ທີ່ມີມາ ແຕ່ຄັ້ງປະຫັວດສາດ, ເຊີ່ງໄດ້ຮັບການລິເລີ້ມກໍ່ສ້າງໂດຍ ປະທານ ໂຮ່ຈິມິນ ທີ່ຍິ່ງໃຫ່ຍ ແລະ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ທີ່ໄດ້ຮ່ວມສ້າງເປັນພື້ນຖານໜັກແໜ້ນ, ແບບຢ່າງ ທີ່ດີ ແລະ ໄດ້ຮັບການສືບທອດຮັກສາຖະນຸຖະໜອມ ຈາກບັນດາຮຸ້ນການນໍາ ກາຍເປັນຊັບສົມບັດອັນລ້ຳຄ່າມາເຖິງປັດຈຸບັນນີ້.
ກ່ອນເຂົ້າສູ່ພິທີໃນງານລ້ຽງຍັງໄດ້ມີການສະແດງສິລະປະວັນນະຄະດີ ທີ່ສ່ອງແສງເຖິງສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່ລາວ -ຫວຽດນາມ, ຂະບວນການຕໍ່ສູ້ອັນອົງອາດກ້າຫານ,ຄວາມອຸດົມສົມບູນ,ສວຍສົດງົດງາມ, ການພັດທະນາເສດຖະກິດ – ສັງຄົມ ຂອງປະເທດຫວຽດນາມ ຕະຫຼອດໄລຍະ 77 ປີ.
ເປັນກຽດຮ່ວມງານລ້ຽງສະເຫຼີມສະຫຼອງວັນຊາດ ຫວຽດນາມໃນຄັ້ງນີ້ ມີ ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ ສສ ຫວຽດນາມປະຈຳພາກໃຕ້ ທີ່ປາກເຊ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກພ້ອມດ້ວຍຄະນະ ແລະ ບັນດາເຈົ້າແຂວງພາກໃຕ້ຄື: ເຈົ້າແຂວງ ສາລະວັນ, ເຊກອງແລະເຈົ້າແຂວງອັດຕະປື, ຈາກນີ້ຍັງມີບັນດາການນຳຈາກ 6 ແຂວງ ຂອງຫວຽດນາມຄື: ແຂວງກວາງນາມ, ກວາງບິ້ງ, ບິ້ງເຢືອງ, ກວາງຈິ້, ກອນຕູມ ແລະ ເລິ່ມດົງ, ມີຕາງໜ້າອົງການຈັດຕັ້ງຕ່າງໆ ຂອງລາວ ແລະ ຫວຽດນາມ, ນັກທຸລະກິດ, ຊາວຄ້າຂາຍ ຕະຫຼອດຮອດປະຊາຊົນຊາວຫວຽດນາມທີ່ດຳລົງຊີວິດຢູ່ແຂວງຈຳປາສັກເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂດຍ: ເກດສະໜາ ແກ້ວສຸວັນນະແສງ

