ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 4 ເມສາ 2022 ທີ່ຫ້ອງວ່າແຂວງເຊກອງ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຫງວຽນ ວັນຈຸງ ສະຖານກົງສຸນແຫ່ງ ສສ ຫວຽດນາມ ປະຈໍານະຄອນປາກເຊ ສປປ ລາວ ພ້ອມດ້ວຍນັກທຸລະກິດ ແລະສະມາຄົມຫວຽດນາມ 4 ແຂວງພາກໃຕ້ ສປປ ລາວ ທີ່ມາຢ້ຽມຢາມ ແລະເຂົ້າອວຍພອນປີໃໝ່ການນໍາແຂວງເຊກອງ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້ ທັງນີ້ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືນໍາກັນໃນຕໍ່ໜ້າໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ຫງວຽນ ວັນຈຸງ ກ່າວວ່າ: ເນື່ອງໃນໂອກາດບຸນປີໃໝ່ລາວທີ່ໃກ້ຈະມາຮອດໃນມໍ່ໆນີ້ ໃນນາມສ່ວນຕົວ ກໍຄືຕາງໜ້າໃຫ້ແກ່ຄະນະນຳກົງສຸນ ທີ່ປະຈຳການຢູ່ ສປປ ລາວ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ໃນຄັ້ງນີ້. ຂໍອວຍພອນໄຊໃຫ້ແກ່ທ່ານເຈົ້າແຂວງ ກໍຄືບັນດາທ່ານການນຳຂອງແຂວງ ແລະປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຈົ່ງມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພໃນການຫລິ້ນບຸນປີໃໝ່ລາວ.ຂໍອວຍພອນໄຊໃຫ້ແດ່ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມທີ່ສົມບູນ ແລະສຳເລັດຜົນອັນສູງສົ່ງໃນໜ້າທີ່ການງານທຸກປະການ.
ໃນໂອກາດນີ້ທ່ານ ເຫຼັກໄຫຼ ສີວິໄລ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແລະອວຍພອນປີໃໝ່ໃນຄັ້ງນີ້ ເຊິ່ງໄດ້ຕີລາຄາສູງຕໍ່ຜົນການຮ່ວມມື ແລະການຈັດຕັ້ງປະຕິບັດໜ້າທີ່ຂອງກົງສູນຫວຽດນາມ ປະຈຳນະຄອນປາກເຊ ກໍຄືການສືບຕໍ່ຮ່ວມມືໃນຕໍ່ໜ້າ, ການມາຢ້ຽມຢາມ ແລະອວຍພອນປີໃໝ່ ແຂວງເຊກອງໃນຄັ້ງນີ້ ແມ່ນເພື່ອສືບຕໍ່ເສີມຂະຫຍາຍຮັດແໜ້ນສາຍພົວພັນມິດຕະພາບລາວ-ຫວຽດນາມ-ຫວຽດນາມ-ລາວ ທີ່ມີມາແຕ່ດົນນານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ຕາງໜ້າໃຫ້ຄະນະພັກອົງການປົກຄອງແຂວງ ກໍຄືປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຂໍສະແດງຄວາມຂອບໃຈມາຍັງທ່ານພ້ອມຄະນະທີ່ມາອວຍພອນປີໃໝ່ໃນຄັ້ງນີ້.ເຊິ່ງສະແດງໃຫ້ເຫັນວ່າ ປີ2022 ນີ້ເປັນປີທີ່ພິເສດຂອງສອງຊາດພວກເຮົາ ເຊິ່ງເປັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ, ວັນເຊັນສົນທິສັນຍາຮ່ວມມືພິເສດ ຄົບຮອບ 45 ປີ ເຊິ່ງເປັນປີທີ່ມີຄວາມໝາຍຄວາມສຳຄັນຫຼາຍ. ເຊິ່ງໃນໄລຍະປີ 2020-2021 ຜ່ານມານີ້ ເຖິງວ່າພະຍາດໂຄວິດ ລະບາດ ແຕ່ພວກເຮົາກໍໄດ້ພະຍາຍາມໄປມາຫາສູ່ກັນຕະຫຼອດເວລາ, ເນື່ອງໃນໂອກາດປີໃໝ່ຂອງລາວ ແລະ ປີໃໝ່ຂອງຫວຽດນາມ ກໍ່ໄດ້ມີການອວຍພອນເຊິ່ງກັນແລະກັນ
ໂອກາດນີ້ການນໍາພະແນກການຕ່າງປະເທດ ຍັງໄດ້ຈັດພິທີບາສີສູ່ຂວັນ ຕາມປະເພນີຂອງລາວ ເພື່ອເປັນສີລິມຸງຄຸນໃຫ້ແກ່ຄະນະນຳກົງສຸນຕື່ມອີກ.
ຂ່າວ-ພາບ:ພຸດທະສອນ