ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ກົມຂະບວນການຊາວໜຸ່ມ ສຊປລ ຮ່ວມກັບ ກົມຂົນສົ່ງ ກະຊວງ ຍທຂ ຈັດກິດຈະກຳໂຄສະນາປູກຈິດສໍານຶກຂັບຂີ່ປອດໄພຕາມທ້ອງຖະໜົນໃຫ້ຊາວ ໜຸ່ມ -ໄວໜຸ່ມ ມສ ໂພນທອງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້”ຊາວໜຸ່ມຍຸກໃໝ່ຫ່ວງໃຍຊີວິດໃສ່ໃຈປະຕິບັດກົດລະບຽບຈາລະຈອນ”. ໂດຍການເປັນປະທານຮ່ວມຂອງ ທ່ານ ພັດທະນົງ ລາສີ ຮອງຫົວໜ້າກົມຂະ ບວນການຊາວໜຸ່ມ ສຊປລ; ທ່ານຄໍາກ້ອນ ບົວວັນວື ຕາງໜ້າກົມຂົນສົ່ງ ກະຊວງ ຍທຂ; ທ່ານ ສີພັນ ມະນີວົງ ຮອງຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ; ພັນຕີ ຫລຽນໄຊ ມົງພັນຄຳ ຫົວໜ້າກອງໂຄສະນາ-ສຶກສາອົບຮົມພະແນກຕຳຫຼວດຈາລະຈອນ ນະຄອນຫລວງວຽງຈັນ ຕ່າງໜ້າ ຄຊປປລ ເມືອງນາຊາຍທອງ ; ມີບັນດາຄະນະອຳນວຍການໂຮງຮຽນ ມສ ໂພນທອງ , ຊາວໜຸ່ມ-ໄວໜຸ່ມ ນັກຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກິດຈະກໍາໃນຄັ້ງນີ້ ເພື່ອເປັນການໂຄສະນາປູກຈິດສໍານຶກ ໃນການຂັບຂີ່ປອດໄພ ຕາມທ້ອງຖະໜົນ ໃຫ້ຊາວໜຸ່ມ-ໄວໜຸ່ມ ພາຍໃຕ້ຫົວຂໍ້: ຊາວໜຸ່ມຍຸກໃໝ່ ຫ່ວງໄຍຊີວິດ ໃສ່ໃຈປະຕິບັດກົດລະບຽບຈາລະຈອນ ແລະ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນ ສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຂະບວນການຕ້ອນຮັບ ເທດສະການບຸນປີໃໝ່ ລາວ ຄສ 2023 ເຮັດໃຫ້ສະມາຊິກຊາວໜຸ່ມ-ໄວໜຸ່ມ ໄດ້ມີຄວາມຮູ້ກ່ຽວ ກັບກົດລະບຽບຈາລະຈອນ ເຫັນໄດ້ເຖີງຄວາມປອດໄພທາງຊີວິດ, ຊັບສິນ ແລະ ຈິດໃຈຂອງ ປະຊາຊົນບັນດາເຜົ່າ ທີ່ເກີດຈາກອຸປະຕິເຫດຕ່າງໆຕາມທ້ອງຖະໜົນ ແນໃສ່ຫຼຸດຜ່ອນປະກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ໃນກິດຈະກຳຍັງໄດ້ຮັບຟັງການເຜີຍແຜ່ພາລະບົດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຈາກວິທະຍາກອນກົມຂະບວນການຊາວໜຸ່ມ ສຊປລ, ຮັບຟັງກົດລະບຽບ ແລະ ນິຕິກຳຂອງການສັນຈອນຕາມທ້ອງຖະໜົນຈາກວິທະຍາກອນພະແນກ ຍທຂ ນວ. ໃນພິທີຄະນະຮັບຜິດຊອບຍັງໄດ້ຈັດກິດຈະກຳຖາມ- ຕອບຄຳຖາມແບບວິທະຍາສາດເພື່ອຮັບຂອງລາງວັນ. ພາຍໃຕ້ການສະໜັບສະ ໜູນກິດຈະກຳດັ່ງກ່າວຈາກພາກສ່ວນດັ່ງລຸ່ມນີ້:
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ;ກະຊວງໂຍທາທິການ ແລະ ຂົນ ສົ່ງ;ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ;ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ;ກອງທຶນທາງຫຼວງ;ບໍລິສັດຫຍ້າສີຟ້າ;ສະຫະພາບເອີຣົບປະຈຳ ສປປ ລາວ;ບໍລິສັດ ລາວຟອດ ຊີຕີ;ບໍລິສັດ ວີເອັສ ບໍລິການຈັດສົ່ງລົດ ທົ່ວປະເທດ;ນາດື່ມສະອາດວາລີ;ວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່.
ພັນຕີ ຫລຽນໄຊ ມົງພັນຄຳ ໄດ້ກ່າວວ່າ: ການລົງໂຄສະນາເຜີຍແຜ່ ກົດລະ ບຽບຈະລາຈອນຕາມທ້ອງຖະໜົນໃນຄັ້ງນີ້, ກໍ່ເພື່ອເຮັດໃຫ້ບັນດານັກຂັບຂີ່ ທີ່ໃຊ້ລົດ-ໃຊ້ຖະໜົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບຈະລາຈອນທາງບົກ, ແລ້ວນຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ໃນຊີວິດປະຈຳວັນ, ເພື່ອຫຼີກລ້ຽງການເກີດອຸບັດຕິເຫດຕາມທ້ອງຖະໜົນ, ໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງຂັບຂີ່ປອດໄພ, ພ້ອມກັນນີ້ທ່ານຍັງໄດ້ຍົກໃຫ້ເຫັນເຖິງບັນຫາ ທີ່ພາໃຫ້ເກີດອຸບັດຕິເຫດ ຕາມທ້ອງຖະໜົນ ແລະ ອະທິບາຍບັນດາເຄື່ອງໝາຍການສັນຈອນຕ່າງໆ, ຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງພາຫະນະ, ຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີໃບຂັບຂີ່, ຂາດສະຕິ ບໍ່ເຄົາລົບກົດລະບຽບຈະລາຈອນ, ເຕັກນິກລົດບໍ່ຮັບປະກັນ, ການດັດສະພາບລົດ, ແລະ ດື່ມສິ່ງມືນເມົາແລ້ວຂັບຂີ່.
ຄວາມຈຳເປັນໃນການລົງໂຄສະນາຂັບຂີ່ປອດໄພ ເພື່ອເຮັດໃຫ້ຊາວໜຸ່ມ-ໄວໜຸ່ມ ນັກຮຽນຮູ້ປັນຍາຊົນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງນາຊາຍທອງ ເວົ້າລວມເວົ້າສະເພາະ ມສ ໂພນທອງ ໃຫ້ມີຄວາມເຂົ້າໃຈດັ່ງລາຍລະອຽດດັ່ງນີ້:
-ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ແລະ ພໍ່ແມ່ປະຊາຊົນ ເຂົ້າໃຈຕໍ່ການນໍາໃຊ້ລົດໃຊ້ຖະໜົນໃຫ້ ຖືກຕ້ອງຕາມລະບຽບກົດຈາລະຈອນ.
-ໃຫ້ຊາວໜຸ່ມ-ເຍົາວະຊົນຮູ້ໄດ້ເຖິງຜົນກະທົບ ແລະ ຄວາມເສຍຫາຍຂອງການເກີດອຸປະຕິເຫດ ຕາມທ້ອງຖະໜົນ.
– ໄດ້ປູກຈິດສຳນຶກ, ສ້າງນິໄສກໍ່ຄືວິໄນການຂັບຂີ່ໃຫ້ກາຍເປັນມາລະຍາດຂອງປະຊາຊົນລາວບັນດາ ເຜົ່າເວົ້າລວມ, ເວົ້າສະເພາະຊາວໜຸ່ມລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
-ບັນຫາອຸປະຕິເຫດຕາມທ້ອງຖະໜົນຫຼວງຈະຫຼຸດນ້ອຍຖອຍລົງໃນກຸ່ມຊາວໜຸ່ມທີ່ໄດ້ເຂົ້າຮ່ວມຮັບ ຟັງການໂຄສະນາ.
– ເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃຫ້ ເຕີບໂຕຂື້ນສູງກວ່າເກົ່າ.








