ກົມຊ່າງແສງ ໄດ້ຈັດພິທີປະກາດ ການປະດັບຊັ້ນຊັ້ນ ໃຫ້ ແກ່ ນັກສຶກສາ ທີ່ຮຽນຈົບຈາກ ວິທະຍາຄານ ບັນຊາຊ່າງແສງ ທີ່ສ.ລັດເຊຍ ແລະ ໂຮງຮຽນນາຍທະຫານ ຊ່າງແສງ ສສ. ຫວຽດນາມ ໃນວັນທີ 20 ສິງຫາ 2021 ນີ້, ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ພັນໂທ ບຸນທະວີ ໂພໄຊ ຮອງຫົວໜ້າ ກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີບັນດາພະແນກການຂອງກົມຊ່າງແສງ ພ້ອມດ້ວຍ ນັກສຶກສາທີ່ ຮຽນຈົບຈາກ ວິທະຍາຄານ ບັນຊາ ຊ່າງແສງ ສ.ລັດເຊຍ ແລະ ໂຮງຮຽນນາຍທະຫານ ຊ່າງແສງ ສສ. ຫວຽດນາມ ທີ່ໄດ້ຮັບການ ປະດັບຊັ້ນເຂົ້າ ຮ່ວມ.
ສະຫາຍ ພັນໂທ ວຽງສະຫວັນ ດາລາແສນ ຫົວໜ້າພະແນກແຜນການ-ສັງລວມ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ກົມໃຫ່ຍການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ-ເລື່ອນ ທຽບຊັ້ນໃຫ້ນາຍທະຫານທີ່ຮຽນຈົບຢູ່ຕ່າງປະເທດຄື: ສສ ຫວຽດນາມ ຈຳນວນ 05 ສະຫາຍ ແລະ ສ. ຣັດເຊຍ ຈຳນວນ19 ສະຫາຍ ອີງຕາມກົດໝາຍນາຍ ທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນ- ປະດັບຊັ້ນຊັ້ນໃຫ້ນາຍທະຫານໃນນີ້ .
ໂອກາດນີ້ ສະຫາຍ ພັນໂທ ບຸນທະວີ ໂພໄຊ ຮອງຫົວໜ້າ ກົມຊ່າງແສງ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການປະດັບຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍນຳເອົາບົດຮຽນທີ່ໄດ້ຮຽນມາ ຈັດຕັ້ງປະຕິບັດ ຢູ່ພາຍໃນກົມກອງຂອງຕົນເອງ ໃຫ້ສອດຄ່ອງກັບສະພາບຂອງກົມກອງ, , ເປັນແບບຢ່າງໃນການ ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນ ເປັນປົກກະຕິຕໍ່ເນື່ອງ, ຫ້າວຫັນຕໍ່ການປະຕິບັດ ໜ້າທີ່ວຽກງານ ແລະ ປະຕິບັດຄຳສັ່ງຂອງຂັ້ນເທິງ, ເພີ່ມທະວີຄວາມສາມັກຄີ ພາຍໃນກົມກອງເປັນຕົນແມ່ນບັນດາຂໍ້ກຳນົດລະບຽບ 7 ລະບອກ 18 ໃນມື້ໜຶ່ງຂອງກອງທັບ.
ໂດຍ: ເກນ ວິໄລສານ