ວັນ 23 ພຶດສະພາ 2022ນີ້, ກົມຊ່າງແສງ ຮ່ວມກັບ ບໍລິສັດໄຟຟ້າລາວ ມະຫາຊົນ ເປີດຝຶກອົບຮົມ-ຫັດແອບວຽກງານຊອກຄົ້ນຜູ້ປະສົບໄພຈົມຢູ່ໃຕ້ນໍ້າ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ມີສະຫາຍ ສົມໃຈ ສີຈັນທະລາດ ຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ມີຄະນະພັກ-ຄະນະບັນຊາ ບັນດາ ຄູ-ອາຈານ ພະນັກງານ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສະຫາຍ ພັນໂທ ໂອທອງ ຄຳບານໄຊ ຮອງຫົວໜ້າພະແນກອົບຮົມກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ ໄດ້ຜ່ານແຜນການເປີດຝຶກອົບຮົມຊອກຄົ້ນຜູ້ປະສົບໄພຈົມໃຕ້ນໍ້າ ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າການອານຸມັດໃຫ້ ກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບຈັດຕັ້ງຝຶກອົບຮົມວິທີການຊອກຄົ້ນກອບກູ້ໄພພິບັດທາງທຳມະຊາດ ແລະ ອີງໃສ່ຄວາມຮຽກຮອ້ງຕ້ອງການຂອງໜ້າທີ່ວຽກງານຄຸ້ມຄອງໄພພິບັດຢູ່ໃນກອງທັບປະຊາຊົນລາວ ເພື່ອສ້າງເປັນໜ່ວຍງານຊອກຄົ້ນຜູ້ປະສົບໄພທີ່ຈົມຢູ່ໃຕ້ນໍ້າໃຫ້ມີຄວາມສຳນິສຳນານເພື່ອກຽມຄວາມພ້ອມເຂົ້າຮ່ວມຝຶກຊ້ອມກອບກູ້ໄພພິບັດ ຮ່ວມ 3 ປະເທດຄື: ກອງທັບປະຊາຊົນລາວ, ສສ ຫວຽດນາມ ແລະ ຣາຊະອານາຈັກກຳປູເຈຍ ປະຈຳປີ 2022.
ພະນັກງານ-ນັກຮົບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ-ຫັດແອບຕ້ອງເຊື່ອມຊຶມກຳແໜ້ນຫຼັກການວິຊາສະເພາະ, ພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ພາກສະໜາມເພື່ອນຳເອົາບົດຮຽນທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານກອບກອບກູ້ຊ່ວຍເຫຼືອຜູ້ປະສົບໄພທີ່ອາດຈະເກີດຂຶ້ນເພື່ອກຽມພ້ອມດ້ານກຳລັງ ພາຫະນະເມື່ອມີຄຳສັ່ງຈາກຂັ້ນເທິງ. ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ມີ 2ພາກຄື: ພາກທິດສະດີ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບການດຳນໍ້າຊອກຄົ້ນຜູ້ປະສົບໄພທີ່ຈົມຢູ່ໃຕ້ພື້ນນໍ້າ, ວິທີນຳໃຊ້ອຸປະກອນຊອກຄົ້ນດ້ວຍຊຸດດຳນໍ້າ, ການບົວລະບັດຮັກສາຄຸ້ມຄອງເຄື່ອງອຸປະກອນຊຸດດຳນໍ້າ. ພາກປະຕິບັດຕົວຈິງປະກອບມີ : ຝຶກດຳນໍ້າຂັ້ນພື້ນຖານ, ວິທີການຊອກຄົ້ນຊ່ວຍເຫຼືອຜູ້ປະສົບໄພທີ່ຈົມຢູ່ໃຕ້ນໍ້າ ແລະ ວິທີປະຖົມພະຍາບານເບື້ອງຕົ້ນ ເພື່ອນໍາສົ່ງໂຮງໝໍ ກຳນົດເວລາໃນການຝຶກອົບຮົມ 12 ວັນ ເລີ່ມແຕ່ວັນທີ 23 ພຶດສະພາ – 2 ມີຖຸນາ 2022 ແມ່ນສຳເລັດຕາມແຜນການ.
ພາບ-ຂ່າວ: ກົມຊ່າງແສງ



