ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນ 2 ມິຖຸນາ 2022, ກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບຮ່ວມກັບ ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ເຂື່ອນນໍ້າງື່ມ1ໄດ້ຈັດພິທີປິດອົບຮົມ_ຫັດແອບວຽກງານຊອກຄົ້ນຜູ້ປະສົບໄພຈົມຢູ່ໄຕ້ນໍ້າ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແຊງ ກົມໃຫຍ່ເສນາທິການກອງທັບ ມີສະຫາຍ ສົມໃຈ ສີ ຈັນທະລາດ ຜູ້ອຳນວຍການ ເຂື່ອນໄຟຟ້ານໍ້າງືມ1 ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ ພະນັກງານແລະນັກສຳມະນາກ່ອນເຂົ້າຮ່ວມ.
ສະຫາຍ ພັນໂທ ໂອທອງ ຄຳບານໄຊ ຮອງຫົວໜ້າພະແນກອົບຮົມກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບໄດ້ຂື້ນຜ່ານບົດລາຍງານຕະຫຼອດໄລຍະການຝືກຊ້ອມຂອງຫນ່ວຍງານດຳນໍ້າກົມຊ່າງແສງແມ່ນໄດ້ດຳເດີນມາເປັນລາວ11ວັນເລີ່ມແຕ່23ພຶດສະພາຫາວັນ2ມິຖຸນາໄດ້ສຳເລັດການຈັດຕັ້ງອົບຮົມຫັດແອບແມ່ນພົບຄວາມສະດວກແລະຄວາມຫຍຸ້ງຍາກ, ແຕ່ຢ່າງໃດກໍ່ຕາມຄະນະຄູຝຶກກໍໄດ້ເອົາໃຈໃສຢ່າງຕັ້ງໜ້າເພື່ອຈັດຕັ້ງປະຕິບັດຕາມໂມງເວລາ ພາກທິດສະດີແລະພາກປະຕິບັດຕົວຈິງເຊີງເພີ່ນໄດ້ຖ່າຍທອດຄວາມຮູ້ຢ່າງລະອຽດຈະແຈ້ງເຖີງວ່າການຝຶກຊອ້ມໄລຍະສັ້ນພວກເຮົາຊອກທຸກວິທີທາງເພື່ອເຮັດໃຫ້ນັກອົບຮົມມີຄວາມຮູ້, ຄວາມສາມາດເຂົ້າໃຈແຈ້ງພາກທິດສະດີຫຼັກການໃຫ້ບັດລຸຕາມຈຸດປະສົງຄາດໜາຍທີ່ວາງໃວ້, ບັນດາສະຫາຍນັກຝຶກອົບຮົມທຸກຄົນແມ່ນໄດ້ເອົາໃຈໃສສຸ່ມສະຕິປັນຍາເຂົ້າໃນການຄົ້ນຄ້ວາຮໍ່າຮຽນພາກທິດສະດີ, ລະບຽບຫຼັກການເກັບກຳເອົາຄວາມຮູ້ວິທີການຈັດຕັ້ງປະຕິບັດຕົວຈິງຢູ່ພາກສະໜາມນອກຈາກການຂື້ນຫ້ອງສິດສອນຕາມເນື້ອໃນຕົວຈິງທີ່ຄູຝຶກໄດ້ຄົ້ນຄົ້ວວາງແຜນຝຶກຊ້ອມດຳນໍ້າຂັ້ນພື້ນຖານຢູ່ອ່າງນໍ້າໃສແລະຝຶກຢູ່ເຂື່ອນນໍ້າງືມເຊີ່ງມີຄວາມເລີກເພື່ອເຮັດໃຫ້ນັກດຳນໍ້າມີຄວາມຊຳນິຊຳນານຄູຝືກແລະນັກຝືກຊ້ອມດຳນໍ້າຍັງໄດ້ມີການຄົ້ນຄ້ວາສົນທະນາຍົກບັນຫາຈາກປະສົບການຕົວຈິງແລະການຮຽນຮູ້ຕົວຈິງມາແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ບາງສະຫາຍນັກດຳນໍ້າແມ່ນຜ່ານການຝຶກຊ້ອມມາແລ້ວຕະຫຼອດໄລຍະການຝຶກໍຊອ້ມດຳນໍ້າພວກເຮົາແມ່ນຮັກສາໄດ້ຄວາມສາມັກຄີຮັກແພງລະຫວ່າງຄະນັກຄູຝຶກແລະນັກຝຶກຊ້ອມດຳນໍ້າມີຄວາມເຂົ້າໃຈຢ້າງເລີກເຊີງແລະເພື່ອນມິດສະຫາຍ,ການຈັດຕັ້ງຝືກອົບຮົບຫັດແແອບໃນຄັ້ງປະກອບມີ2ພາກຄືພາກທິດສະດີປະກອບ ວິທີການດຳນໍ້າ 1ວັນ,ທິດສະດີກ່ຽວກັບການນຳໃຊ້ພາຫະນະ ແລະ ອຸປະກອນດຳນຳ 1 ວັນ,ການນໍາໃຊ້ອຸປະກອນດຳນຳ ແລະ ການຫານໃຈໃນນໍ້າ 2 ວັນ,ການປະຕິບັດຕົວຈິງໃນການດຳນໍ້າ ແລະ ການສື່ສານຢູ່ໃຕ້ນໍ້າ 1 ວັນ ແລະ ພາກປະຕິບັດຕົວຈິງດຳນໍ້າ 5 ວັນ. ພາກປະຕິບັດຕົວຈິງ ຝຶກຊ້ອມດໍານໍ້າອ່າງນໍ້າງື່ມ ລະດັບຄວາມເລີກ 1- 2 ແມ້ດຂັ້ນພື້ນຖານ ແລະ 2 – 17 ແມ້ດ.ສາມາດຕິລາຄ່າຂັ້ນເກັ່ງພາກທິດສະດີ 5 ສະຫາຍ,ເທົ່າກັບ 41,6 %, ກາງ 7 ສະຫາຍ,ເທົ່າກັບ 58,4 %. ພາກປະຕິບັດຕົວ ເກັ່ງ 4 ສະຫາຍ, ເທົ່າກັບ 33,3%, ກາງ 8 ສະຫາຍ,ເທົ່າກັບ 66,7%.
ພາບ-ຂ່າວ: ເກນ ວິໄລສານ