ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ 68 ປີ ( 23 ຕຸລາ 1954 – 23 ຕຸລາ 2022 ) ໄດ້ຈັດຂື້ນໃນວັນທີ 23 ຕຸລາ 2022 ນີ້, ຢູ່ທີ່ສະໂມສອນຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ. ມີສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ, ມີຄະນະພັກ-ຄະນະບັນຊາ ບັນດາກົມຊາງແສງ,ຂະແໜງການ,ພະນັກງານ,ອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຂື້ນທົບຫວນຄືນມູນເຊື້ອ ວັນສ້າງຕັ້ງເຫຼົ່າຮົບຄົບຮອບ 68 ປີ ( 23 ຕຸລາ 1954 – 23 ຕຸລາ 2022 ).ພະນັກງານ- ນັກຮົບ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ, ໃນທົ່ວປະເທດ ສຸດທີ່ເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຄົບຮອບ 68 ປີ, ພ້ອມນັ້ນ ກໍ່ເປັນການທົບທວນຄືນເຖິງມູນເຊື້ອ ອັນເປັນປະຫວັດສາດຂອງເຫຼົ່າຮົບຊ່າງແສງທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກອງທັບ, ທົ່ວປວງຊົນລາວ ບັນດາເຜົ່າ ພວມຫ້າງຫາ ກະກຽມ ເພື່ອຂໍ່ານັບຮັບຕ້ອນ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 47 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ທີ່ຈະມາເຖີງ ແລະ ຂໍ່ານັບຮັບຕ້ອນບັນດາວັນ ສຳຄັນຕ່າງໆ ຂອງຊາດ ຢ່າງເປັນຂະບວນຟົດຟຶ້ນ. ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ໄດ້ກຳເນີດເກີດຂຶ້ນໃນລະດູການເກັບກ່ຽວເຂົ້ານາປີຂອງປະຊາຊົນລາວບັນດາເຜົ່າ, ຊຶ່ງກົງກັນກັບວັນທີ 23 ຕຸລາ ປີ 1954 ທີ່ບ້ານປູນ, ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ, ທ່າມກາງທີ່ສະພາບການຕໍ່ສູ້ສົງຄາມຮຸກຮານ ຂອງພວກລັດທິລ່າເມືອງຂຶ້ນແບບເກົ່າທີ່ດຸເດືອດຂ້ຽວຂາດ ແລະ ເປັນປີມ້ວນທ້າຍ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ທີ່ເຂົ້າມາຮຸກຮານລາວ ມາເປັນເວລາ 60 ກວ່າປີ ຜ່ານມາແລ້ວ. ການຈັດຕັ້ງ ຂອງກົມກອງເຫຼົ່າຮົບຊ່າງແສງ ໃນເວລານັ້ນແມ່ນ ມີພຽງແຕ່ 1 ກອງຮ້ອຍເອກະລາດໃສ່ຊື່ວ່າ: ກອງຮ້ອຍ 400 ຊ່າງແສງ, ມີຈຳນວນພົນທັງໝົດ 150 ສະຫາຍ ໂດຍແມ່ນ ທ່ານ ຄຳໄຕ ປະເສີດໄຊ ເປັນຜູ້ ບັນຊາກອງຮ້ອຍ 400 ຊ່າງແສງ ເປັນອົງປະກອບໜຶ່ງທີ່ສຳຄັນ ໃນກອງທັບແນວລາວອິດສະຫຼະ, ພໍໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກອງຮ້ອຍດັ່ງກ່າວກໍ່ໄດ້ຮັບການມອບໝາຍໜ້າທີ່ອັນສູງສົ່ງ ຈາກຂັ້ນເທິງ ໃນການເຮັດໜ້າທີ່ຮັບປະກັນເຊັ່ນ: ສູ້ຮົບປະສານສົມທົບກັບບັນດາເຫຼົ່າຮົບອື່ນໆ, ເຮັດໜ້າທີ່ວຽກງານຮັບປະກັນໃນການສູ້ຮົບ, ກໍ່ສ້າງຂົວ-ທາງການທະຫານ, ຂຸດຂຸມຄອງ, ແຊມກາຍ, ກໍ່ສ້າງສະໜາມ, ປ້ອມສັງເກດການ, ສູນບັນຊາ, ກໍ່ສ້າງເຄຫະສະຖານ, ສະຖານທີ່ເຮັດວຽກຂອງຜູ້ນຳ ແລະ ເຮັດໜ້າທີ່ລຳລຽງຂົນສົ່ງ, ປຸກລະດົມຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ້ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງ ຢ່າງຕັ້ງໜ້າ ພາລະໜ້າທີ່ຂອງກົມກອງໃນເວລານັ້ນ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ,ທາງດ້ານການປະກອບພາຫະນະກົນຈັກ, ຍຸດໂທອຸປະກອນປະກອບຕ່າງໆ ຍັງແມ່ນແບບປະຖົມປະຖານ ນຳໃຊ້ແຮງງານຄົນ ເປັນຈຸດໜັກ ໃຊ້ຈົກ, ໃຊ້ຊ້ວນ, ພ້າ, ມີດ, ຂັວນ, ສຽມ, ເຫຼັກສະແຫຼ່ງ ແລະ ອື່ນໆ ນຳໃຊ້ການບຸກເບີກເສັ້ນທາງ, ສ້າງສະໜາມ, ຈຳນວນພົນການປະກອບພັດມີໜ້ອຍ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍປະຕິບັດຄຳຂວັນທີ່ວ່າ: “ ທຸກສິ່ງທຸກຢ່າງແມ່ນຕີເອົາຊະນະ ຈັກກະພັດຜູ້ຮຸກຮານ ແລະ ທຸກສິ່ງຢ່າງ ເພື່ອພາລະກິດປົດປ່ອຍຊາດ ” ພະນັກງານ-ນັກຮົບກອງຮ້ອຍ 400 ໄດ້ພ້ອມກັນຕັດສິນໃຈ ຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກນາໆປະການ, ເຮັດທຸກວິທີທາງ ເພື່ອສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ຈາກຂັ້ນເທິງ, ນອກນັ້ນຍັງໄດ້ຄຽງບ່າຄຽງໄລ່ກັບກົມກອງເຫຼົ່າຮົບອື່ນໆເຄື່ອນໄຫວຕີສັດຕູ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການ ປົກປັກຮັກສາສອງແຂວງເຕົ້າໂຮມ, ໜ້າທີ່ອັນສຳຄັນຂອງ ເຫຼົ່າຮົບຊ່າງແສງພວກເຮົາ ໃນໄລຍະນີ້ແມ່ນ: ບຸກເບີກເສັ້ນທາງ, ຮັບໃຊ້ໃຫ້ແກ່ການລຳລຽງ ຂົນສົ່ງ, ກໍ່ສ້າງສິ່ງກີດຂວາງດ້ວຍສຽງແຕກ ແລະ ບໍ່ແຕກ, ກວດ-ກູ້ລະເບີດ, ມິ່ນ, ບົ່ມອອກຈາກເສັ້ນທາງ, ທຳລາຍຂົວ, ຕັດເສັ້ນທາງລຳລຽງ ຂົນສົ່ງຂອງສັດຕູ ແລະ ເປີດທາງໄຂຜ່ານສະໜາມສິ່ງກີດຂວາງ ໃຫ້ແກ່ທະຫານຮາບເຂົ້າບຸກໂຈມຕີສັດຕູ, ນອກນັ້ນຍັງໄດ້ກໍ່ສ້າງຂຸມໃຫ້ຜູ້ບັນຊາ, ຂຸມລົບໄພ, ຂຸມຄອງຕ່າງໆ ລວມທັງບັນດາວຽກງານ ກໍ່ສ້າງສະຖານທີ່ພັກເຊົາ ຢູ່ເຂດແນວຫລັງ ພາຍຫຼັງກອງພັນນ້ອຍ 19 ຊ່າງແສງໄດ້ຈັດຕັ້ງຂຶ້ນ ກໍ່ໄດ້ເຄື່ອນໄຫວໄລຍະໜຶ່ງ ຕໍ່ມາຂັ້ນເທິງກໍ່ໄດ້ມີຄຳສັ່ງໃຫ້ຈັດຕັ້ງເອົາກອງຮ້ອຍທີ 1 (ສູ້ຮົບ) ແລະ ກອງຮ້ອຍທີ 3 (ເຕັກນິກ) ໄປປະຕິບັດໜ້າທີ່ຢູ່ຊໍາເໜືອ, ສ່ວນກອງຮ້ອຍທີ 2 (ຂົວ-ທາງ) ແມ່ນສືບຕໍ່ປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ ຄືເກົ່າ ກອງຮ້ອຍທີ 1 ແລະ ກອງຮ້ອຍທີ 3 ທີ່ໄປປະຕີບັດໜ້າທີ່ຢູ່ຊຳເໜືອ ໄດ້ລວມເຂົ້າກັນເປັນກອງກອງຮ້ອຍດຽວໃສ່ຊື່ວ່າ: ( ກອງຮ້ອຍ 27 ) ກອງຮ້ອຍດັ່ງກ່າວ ນອກຈາກເຮັດໜ້າທີ່ຄືດັ່ງກ່າວມາຂ້າງເທິງນັ້ນ ຍັງໄດ້ເຮັດໜ້າທີ່ເຈາະຖໍ້າໃຫ້ທ່ານຜູ້ນຳ, ຖໍ້າຫ້ອງການເມືອງ, ຖໍ້າຫ້ອງເສນາ, ຖໍ້າຫ້ອງພະລາທິການ ແລະ ຖໍ້າໂຮງໝໍນາຫວີດ (ເມືອງວຽງໄຊ ແຂວງຫົວພັນ ໃນປະຈຸບັນ).ນອກຈາກນີ້ກໍ່ໄດ້ຈັດຕັ້ງໜ້າປະຕິບັດຕາມ 4 ໜ້າທີໃຫ່ຍ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ຢ່າງເປັນຂະບວນຟົດຟື້ນ, ສາມາດສ້າງໄດ້ຫຼາຍກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ໃນທົ່ວເຫຼົ່າຮົບຊ່າງແສງ, ນອກນັ້ນ ຍັງມີບາງກົມກອງພວມເປັນເປົ້າໝາຍທີ່ຈະສ້າງເປັນກອງຈຸດສຸມ, ກອງວັດທະນະທຳ ຕາມທິດນໍາຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄລຍະຜ່ານມາກໍ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງນັບແຕ່ໃບຍ້ອງຍໍຮອດຫຼຽນໄຊປະເພດຕ່າງໆ, ທັງສ່ວນບຸກຄົນ ແລະ ລວມໝູ່ ຢ່າງສົມກຽດ ເຊັ່ນ : ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 5 ໜ່ວຍ,ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 6 ໜ່ວຍ,ຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 5 ໜ່ວຍ,ຫຼຽນກາແຮງງານ ຈໍານວນ 2 ໜ່ວຍ,ຍ້ອງຍໍລັດຖະບານ 3 ໃບ,ຍ້ອງຍໍກະຊວງປ້ອງກັນປະເທດ 5 ໃບ,ຍ້ອງຍໍກົມໃຫຍ່ການເມືອງ 2 ໃບ,ຍ້ອງຍໍສູນຟື້ນຟູຄົນພິການ 1 ໃບ ຢ່າງສົມກຽດ.
ພາບ-ຂ່າວ: ເກນ ວິໄລສານ



