ໄລຍະການສະເຫລີມສະຫລອງ ສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ສາກົນ 2023, ໂດຍສະເພາະຊ່ວງ 5 ວັນ ອັນຕະລາຍ ເຊິ່ງເລີ່ມນັບແຕ່ວັນທີ 29 ທັນວາ 2022 ຫາວັນທີ 2 ມັງກອນ 2023 ເຊິ່ງເປັນໄລຍະທີ່ເກີດອຸປະຕິເຫດຕາມທ້ອງຖະໜົນຫຼາຍ ເນື່ອງຈາກຜູ້ຂັບຂີ່ໄດ້ເດີນທາງກັບຄືນໄປຢ້ຽມຢາມບ້ານເກີດເມືອງນອນ, ທ່ອງທ່ຽວ ແລະ ມີການດື່ມສິ່ງມືນເມົາໃນການສະເຫຼີມສະຫຼອງປີໃໝ່ສາກົນ.
ເສັ້ນທາງຫຼັກທີ່ຜູ້ຂັບຂີ່ນໍາໃຊ້ໃນການສັນຈອນ ໃນການກັບຄືນໄປຢ້ຽມຢາມບ້ານເກີດເມືອງນອນ ຫຼື ທ່ອງທ່ຽວ ແມ່ນເສັ້ນທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກທີ 13 ເໜືອ. ສະເພາະເສັ້ນທາງເລກທີ 13 ໃຕ້ ນັບແຕ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄລຍະທາງ 275 ກິໂລແມັດ ທີ່ພວມມີການກໍ່ສ້າງ ແລະ ປັບປຸງເສັ້ນທາງນີ້ ຜູ້ຂັບຂີ່ຕ້ອງໃຊ້ຄວາມລະມັດລະວັງເປັນພິເສດ ແລະ ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ. ນອກນີ້ ຂໍ້ປະຕິບັດພື້ນຖານທີ່ຜູ້ຂັບຂີ່ຕ້ອງເອົາໃຈໃສ່ ເຊັ່ນ: ການໃຊ້ຄວາມໄວຕາມປ້າຍກຳນົດຢ່າງເຄັ່ງ, ໃສ່ສາຍຮັດນິລະໄພ, ໃສ່ໝວກກັນກະທົບ ແລະ ບໍ່ດື່ມສິ່ງມືນເມົາແລ້ວຂັບລົດ.
ໃນວັນທີ 28 ທັນວາ 2022, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ລົງຊຸກຍູ້ວຽກງານໂຄສະນາ ແລະ ບັງຄັບໃຊ້ກົດໝາຍ ຢູ່ຈຸດກວດກາທ່າພະບາດ ເສັ້ນທາງເລກທີ 13 ໃຕ້ ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ສະຫວັດດີພາບຂອງຜູ້ຂັບຂີ່ ແລະ ປ້ອງກັນບໍ່ໃຫ້ເກີດອຸບປະຕິເຫດ ໂດຍສະເພາະໃນໄລຍະ 5 ວັນອັນຕະລາຍ. ການເຮັດກິດຈະກໍາຄັ້ງນີ້ ນອກຈາກຈະມີການກວດກາຄວາມໄວ ແລະ ກວດກາທາດເຫຼົ້າຢ່າງເຄັ່ງຄັດແລ້ວ, ຍັງມີການແຈກນ້ຳດື່ມ ແລະ ໝວກກັນກະທົບໃຫ້ຜູ້ຂັບຂີ່ ອີກດ້ວຍ.
ກິດຈະກໍາ 5 ວັນອັນຕະລາຍ ໄລຍະປີໃໝ່ສາກົນ 2023 ທີ່ພວມດໍາເນີນການຈັດຕັ້ງປະຕິບັດນີ້ ເປັນໜຶ່ງໃນກິດຈະກໍາຍ່ອຍ ຂອງວຽກງານໂຄສະນາ, ເຜີຍແຜ່, ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ, ພາຍໃຕ້ໂຄງການຂະແໜງຂົວທາງໄລຍະ 2 (LRSP2+AF) ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ.
Loading...