

ວັນທີ 24 ກັນຍາ 2021 ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ພ້ອມຄະນະໄດ້ນໍາເອົານ້ຳດື່ມ 445 ແພັກ, ເຈວລ້າງມື 570 ກ່ອງ, ຜ້າອັດປາກ-ດັງ 455 ກັບ, ສາຍສະທ້ອນປ້ອງກັນສະຖານ ທີ່ເກີດເຫດ 15 ກໍ້ ທີ່ໄດ້ຮັບການສະໜັບ ສະໜູນຈາກ ບໍລິສັດໂຄລາວ ມາມອບໃຫ້ຕໍາຫຼວດຈະລາຈອນບັນດາເມືອງອ້ອມຂ້າງນະຄອນ ຫຼວງ ທີ່ປະຈໍາຢູ່ຈຸດກວດຄົນເຂົ້າ-ອອກ ເພື່ອປ້ອງກັນໂຄວິດ-19; ໂດຍຊ່ອງໜ້າທ່ານ ໜູໄຊ ແຫວນສະຫວັນ ປະທານບໍລິສັດໂຄລາວ ພ້ອມດ້ວຍຕຳຫຼວດຈະລາຈອນທີ່ປະຈໍາແຕ່ລະຈຸດເຂົ້າຮ່ວມ.
ໃນນີ້ແມ່ນໄດ້ມີການມອບຢູ່ຈຸດໄຟອໍານາດສະໜາມບິນສາກົນວັດໄຕ ໂດຍມອບໃຫ້ຕໍາຫຼວດຈະລາຈອນເມືອງສັງທອງ, ເມືອງນາຊາຍທອງ, ເມືອງສີໂຄດຕະບອງ; ຈຸດໄຟ 4 ແຍກໄຟແດງໂພນສະອາດ ມອບໃຫ້ພະແນກຕໍາຫຼວດນະຄອນຫຼວງ ແລະ ຈະລາຈອນເມືອງຈັນທະບູລີ; ຈຸດ 4 ແຍກໄຟອໍານາດໂພນທັນ ມອບໃຫ້ຈະລາຈອນເມືອງຫາດຊາຍຟອງ, ເມືອງໄຊເສດຖາ, ເມືອງສີສັດຕະນາກ; ຈຸດວົງວຽນດອນໜູນ ມອບໃຫ້ຈະລາຈອນເມືອງໄຊທານີ, ເມືອງປາກງື່ມ ເຊິ່ງແຕ່ລະພາກສ່ວນທີ່ມາກ່າວຮັບເຄື່ອງໃນຄັ້ງນີ້ແມ່ນຈະນໍາໄປມອບຕໍ່ໃຫ້ແຕ່ລະຈຸດກວດຄົນເຂົ້າ-ອອກ ເພື່ອປ້ອງກັນພະຍາດໂຄວິດ-19 ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ລວມທັງໝົດ 48 ຈຸດໃນແຕ່ລະເມືອງ ແລະ 6 ດ່ານເຂົ້າ-ອອກທົ່ວນະຄອນຫຼວງ.


ພັນເອກ ກົງສີ ສຸວັນນະຕຸ້ມ ກ່າວວ່າ: ເຄື່ອງຈໍານວນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜຸນຈາກບໍລິສັດໂຄລາວ ທີ່ເຫັນໄດ້ຄວາມສໍາຄັນໃນການປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນທີ່ປະຈໍາແຕ່ລະຈຸດໃນການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຄື່ອງຈໍານວນດັ່ງກ່າວແມ່ນຈະນໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.