ໃນວັນທີ 9 ສິງຫາ 2021,​ ຢູ່ສູນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ພາກໃຕ້ ບ້ານໂພນງາມ ນະຄອນປາກເຊ ແຂວງຈໍາປາສັກ ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ 2 ແຂວງ ຄື: ແຂວງຈໍາປາສັກ ແລະ ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງແຜນຈັດສັນ ປ່າສະຫງວນແຫ່ງ ຊາດ ພູຊຽງທອງ.ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນປອນ ແສງທອງ ວ່າການຫົວໜ້າກົມປ່າໄມ້,​ ທ່ານ ສຸລະພົນ ກໍມະນີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ທ່ານ ວັງປະເເສີດ ບຸນເອື້ອວົງສາ ຮອງຫົວໜ້າພະແນກກະສິກໍາ​ ແລະ ປ່າໄມ້ແຂວງສາລະວັນ.​ ມີການນໍາຈາກພະແນກການທີ່ກ່ຽວຂ້ອງຂອງ 2 ແຂວງ,​ ເຈົ້າໜ້າທີ່ ປກຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນປອນ ແສງທອງ ວ່າການຫົວໜ້າກົມປ່າໄມ້ ໄດ້ກ່າວວ່າ:ກອງປະຊຸມປຶກສາຫາລືຜ່ານຮ່າງແຜນຈັດສັນ ປ່າສະຫງວນແຫ່ງຊາດ ພູຊຽງທອງ ແມ່ນມີຄວາມສໍາຄັນຫຼາຍ ຕໍ່ການປົກປັກຮັກສາປ່າໄມ້, ສັດປ່າ ແລະຊີວະນາໆພັນ ,ເປັນການປັນຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະແຜນພັດທະນາເສດຖະກິດ – ສັງຄົມ ກໍຄືການເພີ່ມອັດຕາສ່ວນປົກຫຸ້ມຂອງປ່າໄມ້ທີ່ລັດຖະບານວາງອອກໃຫ້ປະກົດເປັນຈິງ.
ອີງຕາມແຜນຄຸ້ມຄອງປ່າສະຫງວນແຫ່ງຊາດພູຊຽງທອງ (2022-2026)ທີ່ສະເໜີຜ່ານໃນກອງປະຊຸມຄັ້ງນີ້ ໃຫ້ຮູ້ວ່າ:
ປ່າສະຫງວນແຫ່ງຊາດພູຊຽງທອງ ໄດ້ສ້າງຕັ້ງຂື້ນຕາມດຳລັດ 164 ຂອງນາຍົກລັດຖະມົນຕີ ລົງວັນທີ 29 ເດືອນ ຕຸລາ ປີ 1993 ໂດຍມີເນື້ອທີ່ທັງໝົດ 120,000 ຮຕ, ກວມເອົາ 2 ແຂວງ (ສາລະວັນ ແລະ ຈຳປາສັກ) ແລະ 3 ເມືອງ (ເມືອງຄົງເຊໂດນ, ລະຄອນເພັງ, ຊະນະສົມບູນ) . ລະບົບປ່າສະຫງວນ ຂອງ ສປປ ລາວ ແມ່ນມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງ ໂດຍການສ້າງຕັ້ງປ່າສະຫງວນ ບໍ່ໄດ້ເອົາຄົນອອກຈາກພື້ນທີ່ປະກາດເປັນປ່າສະຫງວນ. ສະນັ້ນ, ຮູບແບບການມີສ່ວນຮ່ວມ ຈຳເປັນຕ້ອງໄດ້ມີການພັດ ທະນາສຳລັບການຄຸ້ມຄອງປ່າສະຫງວນ ຂອງ ສປປ ລາວ. ປ່າສະຫງວນແຫ່ງຊາດພູຊຽງທອງ ແມ່ນ 1 ໃນ 18 ປ່າສະຫງວນແຫ່ງຊາດທີ່ມີຄວາມສຳຄັນທາງດ້ານຊີວະນາໆພັນ ເຊິ່ງໄດ້ມີການສ້າງຕັ້ງຂື້ນເປັນຄັ້ງທຳອິດ. ເອກະລັກທີ່ສຳຄັນຂອງປ່າສະ ຫງວນແຫ່ງຊາດພູຊຽງທອງ ຄືການມີຖິ່ນອາໄສປ່າພັດໃບ ແລະ ດົງດິບທີ່ປາກົດຢູ່ໃນເຂດ ຜາຫີນບູຮານ ແລະ ສາຍນ້ຳຂອງ ທີ່ສຳຄັນບັນດານົກນ້ຳ. ປ່າສະ ຫງວນດັ່ງກ່າວ ເປັນສັດລ້ຽງລູກດ້ວຍນ້ຳນົມທີ່ສຳຄັນ ຢ່າງນ້ອຍ 15 ຊະນິດ ເຊັ່ນ: ງົວແດງ, ເມີຍ, ກວາງ, ໝີ, ເຢືອງ ແລະ ມີນົກປະມານ 180 ຊະນິດ, ສັດມີນົມ 70 ຊະນິດ, ສັດເລືອຄານ ແລະ ເຄິ່ງບົກ-ນ້ຳ 65 ຊະນິດ ແລະ ປາ 176 ຊະນິດ. ໃນນີ້ມີສັດປ່າຊະນິດທີ່ສຳຄັນ ແລະ ຫາຍາກລະດັບໂລກ.
ປ່າສະຫງວນແຫ່ງຊາດພູຊຽງທອງກໍຄືຫຼາຍໆປ່າສະຫງວນທີ່ປະຊາຊົນອາໄສຢູ່ໃນພື້ນທີ່ປ່າສະຫງວນຊື່ງມີບ້ານທັງໝົດ 61 ບ້ານ 6 ບ້ານໃນ ນອນໃນ 13 ກຸ່ມບ້ານ ທີ່ຕັ້ງຢູ່ໃນ ແລະ ໃກ້ຄຽງກັບປ່າສະຫງວນ ນອນຢູ່ໃນ 3 ເມືອງ. ມີປະຊາກອນທັງໝົດ (51,567 ຄົນ) ທີ່ອາໄສຢູ່ໃນ ແລະ ອ້ອມຂ້າງປ່າສະຫງວນດັ່ງກ່າວ, ຊື່ງເມືອງຊະນະສົມບູນ ມີປະຊາກອນທີ່ອາໄສຢູ່ເຂດປ່າສະຫງວນຫຼາຍກວ່າໝູ່ (20,493 ຄົນ), ຈາກນັ້ນ ແມ່ນເມືອງຄົງເຊໂດນ (17,257 ຄົນ ) ແລະເມືອງລະຄອນເພັງ (13,796 ຄົນ).
ແຜນຄຸ້ມຄອງປ່າສະຫງວນແຫ່ງຊາດພູຊຽງທອງ ໄລຍະ 5 ປີ (2022-2026) ເປັນແຜນການຄຸ້ມຄອງຮ່ວມ ຂອງພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະຫ້ອງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເປັນຜູ້ສະໜັບສະໜູນໃນການຄຸ້ມຄອງ ພ້ອມທັງສ້າງໃຫ້ບ້ານ ແລະ ກຸ່ມບ້ານ ເປັນເຈົ້າການໃນການຈັດຕັ້ງປະ ຕິບັດຢູ່ຂັ້ນທ້ອງຖິ່ນ. ການກະກຽມແຜນ ການຄຸ້ມຄອງນີ້ ໄດ້ມີການປຶກສາຫາລື ໃນລະດັບບ້ານ, ກຸ່ມບ້ານ, ເມືອງ ແລະ ແຂວງ ໂດຍມີພາກສ່ວນທີ່ກ່ຽວ ຂ້ອງຂອງແຂວງເຂົ້າຮ່ວມ ລວມທັງທະຫານແຂວງ.
ການຄຸ້ມຄອງປ່າສະຫງວນແຫ່ງຊາດພູຊຽງທອງ ບໍ່ພຽງແຕ່ການອະນຸລັກສັດປ່າ ແຕ່ຈຳເປັນຕ້ອງໄດ້ພິຈາລະນາເລື່ອງການພັດທະຮາຊີວິດການເປັນຢູ່ນຳ. ຮູບແບບການຄຸ້ມຄອງຮ່ວມ ສຳລັບປ່າສະຫງວນແຫ່ງຊາດພູຊຽງທອງ ຈະເຮັດວຽກຮ່ວມຢ່າງໃກ້ຊິດຕິດແທດກັບ 25 ບ້ານເປົ້າ ໝາຍໃນໄລຍະ 5 ປີ ທຳອິດ. ໂດຍອີງຕາມການຄຸ້ມຄອງແລ້ວ ບ້ານທີ່ມີຄວາມສຳຄັນທີ່ສຸດ ແມ່ນທີ່ຕັ້ງຢູ່ໃນ, ກວມເຂດສາຍແດນປ່າສະຫງວນທີ່ສຸດ ຫຼື ຢູ່ໃນເຂດອ້ອມຮອບ ທີ່ເປັນຈຸດທາງຜ່ານເຂົ້າເຂດປ່າສະຫງວນ.
ເກດສະໜາ ແກ້ວສຸວັນນະແສງ
Loading...