ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ສູນໂພຊະນາການ ຮ່ວມກັບສະຫະ ພາບເອີຣົບປະຈໍາລາວ ຮ່ວມກັນສະ ເຫລີມສະຫລອງວັນໂພຊະນາການແຫ່ງຊາດພາຍໃຕ້ຄໍາຂວັນກິນດີ ມີສຸກ.

ພິທີສະເຫລີມສະຫລອງວັນໂພຊະນາການແຫ່ງຊາດຄັ້ງທີ 3 ປະຈໍາປີ 2023 ພາຍໃຕ້ຄໍາຂວັນກິນດີ ມີສຸກ ຈັດຂຶ້ນໃນ ວັນທີ 30 ກໍລະ ກົດ 2023 ທີ່ສູນການຄ້າວຽງຈັນເຊັນເຕີ້ ນະ ຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ມີທ່ານ ນາງ ອະສຸນຕາ ເທສຕາ ຜູ້ຮັບຜິດຊອບແຜນງານຄໍ້າປະກັນສະບຽງອາຫານປະຈໍາລາວ, ຫົວໜ້າສູນໂພຊະນາການ ກົມອະນາໄມ ກະຊວງສາທາ ລະນະສຸກ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງອ້າງຂ້າງກະຊວງສາທາລະນະສຸກ ແລະ ແຂກຮັບເຊີນເຂົ້າຮ່ວມ.


ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກມີຄໍາເຫັນວ່າ: ວັນໂພຊະນາການເປັນວັນທີ່ມີຄວາມໝາຍຄວາມສໍາຄັນອີກວັນໜຶ່ງ ຈຸດປະສົງເພື່ອຍົກສູງບົດບາດຂອງວຽກງານໂພຊະນາການໃຫ້ນັບມື້ນັບມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ແນໃສ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າໃຫ້ມີສຸຂະພາບທີ່ດີ ແຂງແຮງດ້ານຮ່າງກາຍ ແລະ ມັນສະໜອງ. ໂພຊະນາການມີຄວາມໝາຍທີ່ກວ້າງກວ່າ ແລະ ແຕກຕ່າງຈາກຄໍາວ່າອາຫານ, ອາຫານທີ່ເຮົາບໍລິໂພກກັນຢູ່ທຸກໆ ມື້ນີ້ມີຄຸນປະໂຫຍດ ແລະ ບໍ່ມີຄຸນ ປະໂຫຍດແຕກຕ່າງກັນ, ມີອາຫານຫຼາຍຊະນິດທີ່ບໍລິໂພກແລ້ວຮູ້ສຶກພຽງແຕ່ອີມ ແຕ່ບໍ່ມີຄຸນປະໂຫຍດ ແຕ່ອາດຈະໃຫ້ໂທດຕໍ່ຮ່າງກາຍຄົນເຮົາໄດ້, ການໄດ້ຮັບສານອາຫານທີ່ພຽງພໍ ແລະ ຖືກຊັດສ່ວນເປັນສິ່ງທີ່ຈໍາເປັນທີ່ສຸດສຳຫຼັບຮ່າງກາຍຄົນເຮົາ ເພື່ອໃຫ້ມີສຸຂະພາບທີ່ແຂງແຮງ ປັດສະຈາກໂລກໄພໄຂ້ເຈັບ. ປະຊາຊົນທີ່ກິນດີຍອມມີພາວະໂພຊະນາການທີ່ສົມບູນ ມີຄຸນນະພາບຊີວິດທີ່ດີ ເປັນຊັບພະຍາກອນອັນລຳຄ່າ ໃນການພັດທະນາປະເທດຊາດ ຖ້າປະຊາຊົນມີຄວາມສົນໃຈ ແລະ ມີຄວາມເຂົ້າໃຈໃຫ້ຄວາມສຳຄັນໃນເລື່ອງໂພຊະນາການ ສາມາດນຳເອົາຄວາມຮູ້ນຳໄປໃຊ້ໃຫ້ເປັນປະ ໂຫຍດໃນຊີວິດປະຈໍາວັນຂອງຕົນເອງ ແລະ ຄອບຄົວແລ້ວຈະເປັນກຳລັງສຳຄັນໃນການແກ້ ແລະ ຫຼຸດບັນຫາທາງດ້ານໂພຊະນາການທີ່ບໍ່ດີລົງໄດ້.

ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບມີຄໍາເຫັນຕື່ມວ່າ: ທຸກຄົນໃນສັງຄົມແມ່ນມີບົດບາດສໍາຄັນໃນການເຮັດໃຫ້ຕົວເອງ ແລະ ສະມາຊິກຄອບຄົວມີສຸຂະພາບແຂງແຮງ ເຊັ່ນ: ເຮົາສາມາດປູກພືດຜັກ ປູກໝາກໄມ້ກິນເອງ ອອກກໍາລັງກາຍເປັນປະຈໍາຫລຸດຜ່ອນອາຫານທີ່ບໍ່ເປັນປະໂຫຍດ ແລະ ອາຫານບໍ່ສະອາດທີ່ສາມາດກໍ່ໃຫ້ເກີດພະຍາດຕ່າງໆຕໍ່ສຸຂະພາບ ແລະ ຮ່າງກາຍໄດ້ ດ້ວຍການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານໂພຊະນາການ, ວິທີການປ່ຽນ ແປງພຶດຕິກໍາຈາກຄວາມສິ້ນເຄີຍແບບດັ່ງເດີມ ມາຮຽນຮູ້ຂໍ້ມູນຂ່າວສານທີ່ມີຊ່ອງທາງຕາມສື່ຕ່າງໆ ເຊັ່ນ: ວິທະຍຸ ໂທລະພາບ ໜັງສືພີມ ງານເທດສະການຕ່າງໆ ແລະ ສື່ອອນໄລສ໌ອື່ນໆ, ນອກນີ້ ໃນພິທີຍັງມີຫລາຍກິດຈະກໍາເປັນຕົ້ນ: ການຮ້ອງເພງ, ຮັບຊົມການສະແດງລະຄອນສັ້ນກ່ຽວກັບໂພຊະນາການ ແລະ ການດໍາລົງຊີວິດທີ່ດີຕໍ່ສຸຂະພາບ, ການສົນທະນາກັບຜູ້ຊ່ຽວຊານ ໂພຊະນາການພາຍໃຕ້ຫົວຂໍ້ ກິນດີ ມີສຸກ ສາທິດການແຕ່ງອາຫານ ທ່ຽວຊົມການສະແດງ ຫລິ້ນເກມ ແລະ ອື່ນໆ.

ຂຽນໂດຍ: ບຸນຍັງ ພຸດສະຫວັດ