– ໄລຍະວັນທີ 23 ຫາ 25 ກັນຍາ 2021: ຈະມີຝົນຕົກໜັກ ຫາ ໜັກຫລາຍ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະ ເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນໍ້າ ຖ້ວມຍຶ່ງ ຢູ່ບາງທ້ອງຖິ່ນ.
– ໄລຍະວັນທີ 24 ຫາ 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາ ເວັນຕົກ ເຊັ່ນ: ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນໍ້າຖ້ວມກະທັນຫັນ, ນໍ້າຖ້ວມຊຸ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.