ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 29 ກັນຍາ 2021 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດອະນຸຍາດໃຫ້ນາຍທະຫານຢູ່ກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ພັກການເພື່ອກຽມຮັບບໍານານ ແລະ ປະກາດແຕ່ງຕັ້ງຫົວໜ້າກົມນໍ້າມັນເຊື້ອໄຟ ຜູ້ໃໝ່ປ່ຽນແທນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່ພະລາທິການ, ຄະນະນໍາກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງເຂົ້າຮ່ວມ. ສະຫາຍ ພັນເອກ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ພັກການ ເພື່ອກຽມຮັບເບ້ຍບໍານານ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ, ສະບັບປັບປຸງ ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນບໍານານຂອງນາຍທະຫານ, ອີງຕາມ ການຕົກລົງເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຄັ້ງວັນທີ 14 ກໍລະກົດ 2021, ອີງຕາມ ການສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ, ຕົກລົງອະນຸຍາດໃຫ້ ສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ຫົວໜ້າກົມນໍ້າມັນເຊື້ອ ກົມໃຫຍ່ພະລາທິການກອງທັບ ພັກການ ເພື່ອກຽມຮັບເບ້ຍບໍານານ ແລະ ອີງຕາມກົດໝາຍນາຍທະຫານ, ສະບັບປັບປຸງ ໃນພາກທີ II ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ, ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ຈັນທະຈັກ ໄຊຍະວົງສາ ເປັນຫົວໜ້າກົມນໍ້າມັນເຊື້ອໄຟ ຜູ້ໃໝ່, ໃນພິທີດັ່ງກ່າວ ສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ຫົວໜ້າກົມນໍ້າມັນເຊື້ອໄຟຜູ້ເກົ່າ, ກໍໄດ້ຂື້ນຜ່ານບົດລາຍງານການຊີ້ນໍາ-ນໍາພາວຽກງານໃນໄລຍະຜ່ານມາເຊີ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ, ໂດຍສະເພາະການແບ່ງປັນຄວາມຮັບຜິດຊອບຂັ້ນຮັບປະກັນພື້ນຖານວັດຖຸເຕັກນິກ ແລະ ການຄຸ້ມຄອງນໍາໃຊ້ນໍ້າມັນເຊື້ອໄຟໃນກອງທັບ, ເຊີ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ໄດ້ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກ,ນັກຮົບໃນທຸກຂະແໜງຂອງການກົມນໍ້າມັນເຊື້ອໄຟທຸກສະຫາຍແມ່ນມີແນວຄິດອຸ່ນອຽນທຸ່ທ່ຽງ, ມີຄຸນທາດການເມືອງໜັກແໜ້ນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ປະຕິບັດລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ປັບປຸງ, ກໍ່ສ້າງຂະແໜງການ ເພື່ອເເນໃສ່ເຮັດໃຫ້ກົມກອງມີຄວາມສະຫງົບປອດໄພ, ມີຄວາມກ້າວໜ້າຫັນເປັນທັນສະໄໝ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ, ຈາກນັ້ນກໍ່ໄດ້ມີພິທີເຊັນບົດບັນທຶກການມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມນໍ້າມັນເຊື້ອໄຟກອງທັບ ຜູ້ເກົ່າ ແລະ ຜູ້ໃໝ່ຢ່າງສົມກຽດ, ໂດຍມີຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແລະ ຄະນະນໍາກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ. ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ທີ່ໄດ້ພັກການເຂົ້າຮັບເບ້ຍບໍານານໃນຄັ້ງນີ້, ກ່ອນອື່ນໄດ້ກ່າວສະເເດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ໄດ້ທຸ່ມເທທຸກສະຕິປັນຍາເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກອງທັບປະຕິວັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ປັບປຸງກໍ່ສ້າງກົມກອງຕະຫຼອດໄລຍະທີ່ຜ່ານໃນແຕ່ລະຂົງເຂດວຽກງານວິຊາສະເພາະທີ່ໄດ້ມອບໝາຍຢ່າງມີຜົນສໍາເລັດຈົບງາມ, ທັງເປັນແບບຢ່າງທີ່ໃຫ້ແກ່ພະນັກງານສືບທອດປ່ຽນແທນ, ນີ້ແມ່ນນະໂຍບາຍຂອງພັກ-ລັດ ກໍ່ຄື ກະຊວງປ້ອງກັນປະເທດ ທີ່ມີຕໍ່ພະນັກງານ-ນັກຮົບທຸກຄົນ ເມື່ອຮອດອາຍຸກະສຽນກໍ່ຕ້ອງມີການປະຕິບັດນະໂຍບາຍໃຫ້ຖືກຕ້ອງ ຕາມແນວທາງພັກ-ລັດ ທີ່ໄດ້ກໍານົດໄວ້, ສະນັ້ນເມື່ອໄດ້ຮັບນະໂຍບາຍພັກການເຂົ້າຮັບເບ້ຍບໍານານແລ້ວ, ຈົ່ງສືບຕໍ່ປະຕິບັດແບບແຜນການດໍາລົງຊີວິດຂອງຕົນຢູ່ໃນຄອບຄົວ ກໍ່ຄືການຈັດຕັ້ງອໍານາດການປົກຄອງທ້ອງຖີ່ນບ້ານ ແລະ ຢູ່ໃນສັງຄົມໃຫ້ຄວາມສາມັກຄີເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຢ່າງເຂັ້ມງວດ, ສະເພາະຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເປັນຫົວໜ້າກົມນໍ້າມັນເຊື້ອໄຟກອງທັບ, ຈົ່ງເອົາໃຈໃສ່ເຊື່ອມຊຶມຕໍ່ໜ້າທີ່ການເມືອງຂອງກົມກອງ, ຍົກສູງນໍ້າໃຈຮັກຊາດ ເດັດດ່ຽວໜຽວແໜ້ນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ, ຕັ້ງໜ້າປັບປຸງການນໍາພາ-ບັນຊາ ຕາມຫຼັກການລວມສູນປະຊາທິປະໄຕ ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ, ຍົກສູງບົດບາດການນໍາຂອງພັກ, ເຄື່ອນໄຫວຕາມພາລະບົດບາດຢ່າງຖືກຕ້ອງ, ກຽມພ້ອມປະຕິບັດທຸກມະຕິຄໍາສັ່ງຂອງຄະນະພັກຂັ້ນເທິງໃຫ້ເຂັ້ມງວດ, ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ, ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດສິນທໍາປະຕິວັດ, ປັບປຸງທັດສະນະຫຼັກໝັ້ນຊົນຊັ້ນ, ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮູ້ຜັນຂະຫຍາຍແນວທາງໃຫ້ຖືກຕ້ອງ, ສຸມທຸກສະຕິປັນຍາ, ມີຫົວຄິດປະດິດສ້າງ ແທດເໝາະກັບສະພາບຕົວຈິງຂອງກົມກອງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ຄຸ້ມຄອງຮັບປະກັນໄດ້ລະບົບການເບີກ, ຮັບ-ຈ່າຍນໍ້າມັນເຊື້ອໄຟຂອງກອງທັບຢ່າງຖືກຕ້ອງ ຕາມຂໍ້ກໍານົດກົດລະບຽບທີ່ກໍານົດໄວ້, ມີແບບແຜນການດໍາລົງຊີວິດປອດໃສຂາວສະອາດ, ມີລະບຽບວິໄນເຂັ້ມງວດຕໍ່ກອງທັບ, ສືບຕໍ່ປັບປຸງກໍ່ສ້າງຂະແໜງການນໍ້າມັນເຊື້ອໃຫ້ມີຄວາມກ້າວໜ້າ, ເຂັ້ມແຂງ ແລະ ທັນສະໄໝ, ຍົກສູງສະຕິເປັນເຈົ້າຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວມເຂັ້ມແຂງດ້ວຍຕົນເອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ໃນກົມກອງໃຫ້ນັບມື້ດີຂື້ນເທື່ອລະກ້າວ, ເພີ່ມທະວີຮັດແໜ້ນຄວາມສາມັກຄີສາຍພົວພັນກັບເພື່ອນມິດຍຸດທະສາດ ຕາມແນວທາງການຕ່າງປະເທດຂອງພັກ, ໄປພ້ອມກັບການພົວພັນປະສານສົມທົບກັບກົມກອງເພື່ອນ, ອໍານາດການປົກຄອງຖ້ອງຖີ່ນ ເພື່ອແລກປ່ຽນຖອດຖອນປ່ຽນບົດຮຽນ ແລະ ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນ, ພ້ອມກັນເຮັດສໍາເລັດໜ້າທີ່ການການເມືອງຂອງກົມກອງ ແລະ ການຈັດຕັ້ງຂັ້ນເທິງພັກ-ລັດ, ກອງທັບມອບໝາຍໃຫ້ຕະຫຼອດໄປ.
ໂດຍ:ຄໍາປະສົງ ລາດຊະວົງ.