ວັນທີ 23 ມີນາ ຜ່ານມາ, ກົມໃຫຍ່ເສນາທິການກອງທັບ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ແລະ ເອກະສານ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ບັນຫາຢາເສບຕິດ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງ, ພະແນກ ການ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ, ກົມໃຫຍ່ເສນາທິການ ໄດ້ເຜີຍແຜ່ເອກະສານມູນເຊື້ອວັນສ້າງຕັ້ງພັກວ່າ: ກ່ອນໜ້ານີ້ 67 ປີ ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ສືບທອດພາລະກິດອັນມີກຽດສະຫງ່າຂອງພັກກອມມູນິດອິນດູຈີນ ທີ່ປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງນັ້ນ, ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ເຊິ່ງແມ່ນພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ສ້າງຕັ້ງ ເມື່ອໄດ້ຮັບການສ້າງຕັ້ງ ພັກເຮົາກໍປະເຊີນໜ້າກັບການຮຸກຮານຂອງພວກຫົວໂປ່ຈັກກະພັດ ທີ່ມີຄວາມເຂັ້ມແຂງທາງດ້ານຈໍານວນພົນ, ອາວຸດ, ພາຫະນະເຕັກນິກ ໂດຍສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຮູ້ນໍາໃຊ້ລັດທິມາກ-ເລນິນ ເຂົ້າໃນເງື່ອນໄຂຕົວຈິງຂອງປະເທດ ພັກເຮົາໄດ້ວາງແນວທາງອອກໃນແຕ່ລະໄລຍະຢ່າງຖືກຕ້ອງ, ທັນການ, ສົບທົບແໜ້ນກັບບັນດາຮູບການຕໍ່ສູ້ຢ່າງປີຊາສາມາດ ນໍາພາຈັດຕັ້ງປະຕິບັດແນວທາງຂອງພັກຢ່າງມີຜົນສໍາເລັດ ແລະ ນໍາພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກຈັກກະພັດ ນໍາເອົາຄວາມເປັນເອກະລາດ, ອິດສະຫລະພາບ, ສິດເປັນເຈົ້າຂອງປະເທດ ຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ, ຍາມໃດພັກເຮົາ ກໍຮັກສາໄດ້ທາດແທ້ມູນເຊື້ອປະຕິວັດອັນເດັດດ່ຽວໜຽວແໜ້ນ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເດີນຕາມເສັ້ນທາງສັງຄົມນິຍົມ, ຜົນງານໄຊຊະນະ 67 ປີຜ່ານມາມີຄວາມໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດ, ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຈາກນັ້ນ, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍໄດ້ເຜີຍແຜ່ເອກະສານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດ ມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ (2021-2023) ແລະ ຄໍາສັ່ງວ່າດ້ວຍເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ (2021-2023) ເພື່ອດໍາເນີນການແກ້ໄຂ ແລະ ປຸກລະດົມກໍາລັງແຮງ, ຄວາມສາມາດບົ່ມຊ້ອນທັງໝົດຂອງທຸກການຈັດຕັ້ງພັກ-ລັດ, ປະຊາຊົນທົ່ວສັງຄົມ ຈັດຕັ້ງປະຕິບັດພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແນໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ໃຫ້ເຂົ້າສູ່ສະພາບທີ່ດີຂຶ້ນ ໂດຍຕິດພັນກັບການແກ້ໄຂບັນຫາຢາເສບຕິດ ການຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ ແມ່ນເປັນໜ້າທີ່ພັນທະ ແລະ ຄວາມຮັບຜິດຊອບໝົດທຸກພາກສ່ວນໃນສັງຄົມ, ປຸກລະດົມຂົນຂວາຍທຸກກໍາລັງແຮງສັງລວມເຂົ້າໃນການແກ້ໄຂຢາເສບຕິດທີ່ແຜ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫລຸດລົງຢ່າງຈະແຈ້ງ, ສ້າງໃຫ້ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ປອດໄພຈາກຈາກເສບຕິດໃຫ້ໄດ້ດີທີ່ສຸດ.
ຂ່າວ-ພາບ: ເກດຕະວັນ