ພິທີເຊັນສັນຍາ ການພັດທະນາສູນການຄ້າຄິວມໍ ຈັດຂື້ນໃນຕອນບ່າຍວັນທີ 26 ມິນາ 2021.ທີ່ເຂດເສດຖະກິດບຶງທາດຫຼວງ ໂດຍການເຂົ້າຮ່ວມຂອງທ່ານ ນາງຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການແລະການລົງທືນ ມີ ທ່ານ ອິນທີ ເດືອນສະຫັວນ ຜູ້ອຳນວຍການບໍລິສັດກິຼນດິສໂຄເວີລີລາວ ຜູ້ໃຫ້ບໍລິການ ທ່ານ ນາງ ຫວງ ຊິວເຫວີນ ຜູ້ອຳນວຍການໂຄງການເສດຖະກິດພິເສດບຶງທາດຫຼວງພ້ອມດ້ວຍພະນັກງານ ແລະພາກທຸລະກິດທີ່ກ່ຽວຂ້ອງ.
ທ່ານ ນາງ ຫວງ ຊິວ ເຫວີນ ກ່າວວ່າ: ການເຊັນສັນຍາຄັ້ງນີ້ແມ່ນການຮ່ວມມືດ້ານການລົງທືນແລະການຈັດສັນຄຸ້ມຄອງຕອນດິນທີ 3 ຂອງເຂດເສດຖະກິດບຶງທາດຫຼວງເພື່ອຮ່ວມກັນສ້າງຕັ້ງສູນການຄ້າຊຸມຊົນ ໂດຍການອອກແບບດ້ວຍແນວຄວາມຄິດທີ່ວ່າໃຫ້ບໍລິການຊຸມຊົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຊິວິດປະຈຳວັນ ແລະສະໜອງການບໍລິການທີ່ສະດວກສະບາຍ ແລະເພື່ອສະໜອງໃຫ້ການບໍລິການຂາຍຍ່ອຍ ຮ້ານຄ້າສະດວກຊື້ ດ້ານສຸຂະພາບ ຄວາມບັນເທິງ ສະຖານທີ່ພັກຜ່ອນ ຮ້ານອາຫານແລະອື່ນໆ.
ໂອກາດນີ້ ທ່ານ ອິນທີ ເດືອນສະຫັວນ ໃຫ້ສຳພາດວ່າ ພວກເຮົາເຫັນໂອກາດໃນການພື້ນຕົວຂອງເສດຖະກິດ ຊຶ່ງປະຈຸບັນ ສະຖານທີ່ບືງທາດຫຼວງມີຜູ້ປະກອບການທຸລະກິດຫຼາກຫຼາຍສາຂາເຂົ້າມາໃຫ້ບໍລິການນັກທ່ອງທ່ຽວນັກລົງທຶນຊຶ່ງພວກເຮົາໜັນ້ໃຈວ່າ ການພັດທະນາເຂດດັ່ງກ່າວຈະສາມາດຕອບສະໜອງຜູ້ມານຳໃຊ້ບໍລິການ ຜູ້ມາຄ້າຂາຍ ແລະນັກລົງທືນຈະໄດ້ຮັບຜົນປະໂຫຍດຮ່ວມກັນ ບໍລິສັດພວກຂ້າພະເຈົ້າ ແມ່ນຜູ້ລິເລີ່ມຈາກການພັດທະນາການທ່ອງທ່ຽວ ແລະເປັນຜູ້ລົງທຶນດ້ານບໍລິການ ລວມທັງໂຮງແຮມ, ແຫລ່ງທ່ອງທ່ຽວ ເຊິ່ງມີທິມງານທີ່ມີປະສົບການຈາກພາຍໃນແລະຕ່າງປະເທດ, ຍ້ອນເຂດສະກິດບຶງທາດຫລວງ ເປັນເຂດເສດຖະກິດທີ່ໃຫ່ຍ ແລະກວ້າງຂວາງ ໄດ້ເລີ່ມມີນັກທຸລະກິດ, ບໍລິສັດຫ້າງຮ້ານ, ສະຖານທູດ ຕະຫລອດຮອດບຸກຄົນເລີ່ມເຂົ້າມາເຊົ່າ, ໃຊ້ບໍລິການຈໍານວນນັບມື້ນັບຫລາຍຂຶ້ນ ຖ້າມີຊຸມຊົນເກີດຂຶ້ນຕ້ອງມີສູນການຄ້າເພື່ືອອໍານວຍຄວາມສະດວກໃນການດໍາລົງຊີວິດປະຈໍາວັນ ແລະພວກເຮົາເຊື່ອວ່າຈະສາມາດໃຫ້ບໍລິການຊຸມຊົນທີ່ເປັນມິດຕໍ່ສິ່ງແວດລ້ອມ , ເປັນປະໂຫຍດຕໍ່ຜູ້ເຂົ້າມາຊົມໃຊ້ແລະດໍາເນີນທຸລະກິດ,
ການຮ່ວມມືໃນຄັ້ງນີ້ມີໄລຍະເວລາ 20 ປີ ໃນເນື້ອທີ່ 20.000 ຕາແມັດ ໃນນີ້ເນື້ອທີ່ສ້າງເດີມ 8.500 ຕາແມັດໂດຍຈະຮ່ວມືກັນພັດທະນາສູນການຄ້າຄິວມໍເປັນເຄື່ອງໝາຍການຄ້າອັນດັບໜື່ງໃນຊຸມຊົນຂອງປະເທດລາວ ພ້ອມນັ້ນຍັງຈະຮ່ວມມືກັນຫຼາຍດ້ານເພື່ອສ້າງຜົນປະໂຫຍດໃຫ້ປະຊາຊົນລາວ
Loading...