ລະຫວ່າງວັນທີ 9-13 ຕຸລາ 2023 ນີ້ ອົງການກາແດງແຫ່ງຊາດລາວ ໄດ້ຈັດອົບຮົມ ການກະກຽມພ້ອມໃຫ້ພະນັກງານກ່ອນລົງປະຕິບັດການຊ່ວຍເຫລືອປະຊາຊົນໃນພາກສະຫນາມ,ການຝຶກອົບຮົມຄັ້ງນີ້ແນໃສ່ການທົບທວນຄືນ ວຽກງານການຊ່ວຍເຫຼືອເປັນເງິນ ແລະ ບັດແທນເງິນສົດ ໃຫ້ແກ່ພະນັກງານອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຂວງ 8 ແຂວງ ຄື: ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ລວມທັງໝົດ 24 ຄົນ, ຍິງ 12ຄົນ, ທັງນີ້ກໍເພື່ອໃຫ້ພະນັກງານອົງການກາແດງທົບທວນຄືນຄວາມຮູ້, ຖອນຖອນບົດຮຽນ ໃນການປະຕິບັດວຽກງານການຊ່ວຍເຫຼືອເປັນເງິນ ແລະ ບັດແທນເງິນ ໃນໄລຍະຜ່ານມາ ແລະ ກຽມຄວາມພ້ອມ ກ່ອນການຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ບົດຮຽນທີ່ມານຳສະເໜີປະກອບມີ ຂັ້ນຕອນ ແລະ ວິທີການກະກຽມ, ຂັ້ນຕອນ ແລະ ວິທີການລົງແຈກຢາຍ, ສິ່ງທີ່ຕ້ອງເຮັດຫຼັງການລົງແຈກຢາຍ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານໄດ້ຢ່າງຖືກຕ້ອງ, ສອດຄ່ອງ, ມີຄວາມປອດໄພ ແລະ ມີປະສິດທິພາບ ຊຸດຝຶກອົບຮົມຄັ້ງນີ້ ໂດຍການເປັນປະທານຂອງທ່ານ ສຈ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໂດຍປະທານໄດ້ເນັ້ນຫນັກໃຫ້ບັນດາພະນັກງານທີ່ເຂົ້າຮ່ວມໃຫ້ຢຶດຖືຫລັກ,ແລະນຳໄປຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດມີປະສິດຕິພາບ,ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບສະໜັບສະໜູນດ້ານວິຊາການ ແລະ ງົບປະມານຈາກ ສະຫະພັນກາແດງແລະ ຊີກວົງເດືອນແດງສາກົນ.
ໂດຍ: ນັກຂ່າວອົງການກາແດງ

