ວັນທີ 8 ກຸມພາ 2021 ທີ່ຫ້ອງປະຊຸມ ສະຫະພັນບານ ເຕະແຫ່ງຊາດລາວ, ນະຄອນຫລວງວຽງຈັນ ໄດ້ຈັດພິທີຈັບສະຫລາກແບ່ງກຸ່ມ ແລະ ຖະແຫລງຂ່າວ ການແຂ່ງຂັນຟຸດຊໍ ລາຍການ ຣີໄວ ຄັບ ຊີງຂັນປະທານ ສະຫະພັນບານເຕະແຫ່ງຊາດລາວ REVIVE FUTSAL CUP 2021 ໂດຍມີ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ທັງເປັນຫົວຫນ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ, ມີຜູ້ໃຫ້ການສະຫນັບສະຫນູນ,ພ້ອມດ້ວຍຕາງຫນ້າທີມທີ່ເຂົ້າຮ່ວມແຊ່ງຂັນ ແລະ ສື່ມວນຊົນເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ມີ 12 ທີມເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັຍ 2 ກຸ່ມ ຜົນການຈັບສະຫລາກແບ່ງກຸ່ມ ມີ ຄື:
+ ກຸ່ມ ເອ : ເຫນືອ – ໃຕ້ ເອັຟຊີ , ເອັສວີເອັສ ເອັຟຊີ , ຄິງດອມ ອິນເຕີເນັດ ເອັຟຊີ
ນະຄອນຫລວງວຽງຈັນ ເອັຟຊີ, ທະເວັນຕີ ຊິກ ຢູໄນເຕັດ ແລະ ໂນອາ ຢູໄນເຕັດ.
+ ກຸ່ມ ບີ: ອໍນິວ ( All New ), ຮ້ານນ້ຳເຕົາຮູ້ ຕຸ້ຍ & ຈ່ອຍ ເອັຟຊີ , ຮ້ານເຄື່ອງກິລາ ໄອ – ສະປອດ, ຮ້ານອາຫານ ເບ ປີ້ງແບ ສະຫວັນ ມາລວຍ ແລະ ເຄພີທີ ເອັຟຊີ.
ການແຂ່ງຂັນ ຈະຈັດຂຶ້ນໃນລະຫວ່າງ ວັນທີ 13 ກຸມພາ ຫາ 14 ມີນາ 2021 ຢູ່ທີ່ສະຫນາມຟຸດຊໍ ສະຫະ ພັນບານເຕະແຫ່ງຊາດລາວ.
ສ່ວນລາງວັນຊະນະເລີດ ຈະໄດ້ຮັບເງິນ 8.000.000 ກີບ ພ້ອມຂັນແຊ້ມ ແລະ ຫລຽນຄຳ, ອັນດັບ 2 ຈະໄດ້ຮັບເງິນລາງວັນ 5.000.000 ກີບ ແລະ ຫລຽນເງິນ, ອັນດັບ 3 ຈະໄດ້ຮັບເງິນ 3.000.000 ກີບ ແລະ ຫລຽນທອງ, ນອກຈາກນັ້ນຍັງມີລາງວັນທີມມາລະຍາດດີເດັ່ນຈະໄດ້ຮັບເງິນລາງວັນ ຈຳນວນ 1.500.000 ກີບ, ລາງວັນຜູ້ຍິງປະຕູຫລາຍສຸດ 1.000.000 ກີບ ແລະ ລາງວັນຜູ້ຮັກສາປະຕູ 1.000.000 ກີບ.
     
Loading...