
ຕອນບ່າຍວັນທີ 30 ມີນາ 2022 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ນະຄອນຫລວງວຽງຈັນ, ທ່ານ ເພັດສະຫວັນ ເຄີນວິໄລ, ຜູ້ອຳນວຍການໃຫ່ຍ ບໍລິສັດ TPLUS Digital ຈຳກັດ ຜູ້ດຽວ ແລະ ທ່ານ ພຸດດາມອນ ຈັນທະລາສີ ປະທານບໍລິສັດ ເຊຍລາວ ສະປອດ ເອັນເຕີເທັນເມັນ ຈຳກັດຜູ້ດຽວ ໄດ້ເປັນປະທານຖະແຫລງຂ່າວການແຂ່ງຂັນ ບານເຕະ ລາຍການ Tplus Street Football 3×3 ເຊີ່ງການແຂ່ງຂັນຈະຈັດຂຶ້ນໃນລະຫວ່າງວັນທີ 2-3 ເມສາ 2022ທີ່ເດີ່ນໜ້າສູນການຄ້າ ວຽງຈັນ ເຊັນເຕີ້.

ການແຂ່ງຂັນລາຍການດັ່ງກ່າວ ຖືເປັນຄັ້ງທໍາອິດທີ່ຈັດຂຶ້ນໃນລາວ ໂດຍຈະເປັນການແຂ່ງຂັນບານເຕະ ຝ່າຍລະ 3 ຄົນ ໃນເດີ່ນທີ່ມີຂະໜາດກວ້າງ 12 ແມັດ ແລະ ຍາວ 18 ແມັດ ໂດຍແຂ່ງຂັນກັນທັງໝົດ 20 ນາທີ, ແບ່ງອອກເປັນສອງເຄີ່ງເວລາ (ເຄີ່ງເວລາລະ 10 ນາທີ ), ຝ່າຍໃດຍິງປະຕູຮອດ 12 ລູກ ຈະເປັນຝ່າຍຊະນະ.
ທ່ານ ພຸດດາມອນ ຈັນທະລາສີ ໃຫ້ຮູ້ວ່າ: ການຈັດການແຂ່ງຂັນບານເຕະລາຍ ການ Tplus Street Football 3×3 ແມ່ນຖອດຖອນບົດຮຽນມາຈາກຕ່າງປະເທດ ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມໄວໜຸ່ມໃຫ້ຫັນມາຫລີ້ນກິລານັບມື້ຫລາຍຂຶ້ນ ເພື່ອຫ່າງໄກຈາກສິ່ງເສບຕິດ ກໍຄື ປະກົດການຫຍໍ້ທໍ້ຕ່າງໆ, ທັງເປັນການສ້າງພື້ນ ຖານໃຫ້ເຂົາເຈົ້າມີປະສົບການເຂົ້າຮ່ວມການແຂ່ງຂັນບານເຕະລາຍການສໍາຄັນຕ່າງໆ ໃນຕໍ່ໜ້າ, ຜ່ານການປະກາດຮັບສະໝັກເຫັນວ່າມີຫລາຍທີມເຈດຈຸດປະສົງຢາກເຂົ້າ ຮ່ວມການແຂ່ງ ແຕ່ເພື່ອປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຈິ່ງຈໍາເປັນຕ້ອງຕັດອອກໃຫ້ເຫລືອພຽງ 22 ທີມທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ແລະ ຖ້າຫາກການແຂ່ງຂັນຄັ້ງນີ້ປະສົບຜົນສໍາເລັດໃນຕໍ່ໜ້າຈະສືບຕໍ່ຮ່ວມກັບຜູ້ໃຫ້ການອຸປະຖໍາຈັດການແຂ່ງຂັນລາຍການນີ້ຂຶ້ນທຸກປີ.


ສໍາລັບເງິນລາງວັນການແຂ່ງຂັນຄັ້ງນີ້: ຊະນະເລີດຈະໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມເສື້ອຂອງແທ້ຈາກສະໂມສອນ ໂບຣຸສເຊຍ ດ໊ອດມູນ ແລະ ເບີງາມຈາກ T-Plus, ຮອງຊະນະເລີດ ຈະໄດ້ເງິນລາງວັນ 5 ລ້ານກີບ ພ້ອມເບີງາມຈາກ T-Plus ແລະ ອັນດັບ 3 ຈະໄດ້ເງິນລາງວັນ 3 ລ້ານກີບ ພ້ອມເບີງາມຈາກ T-Plus.
ໃນພິທີຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີການຈັບສະຫຼາກຫາຄູ່ແຂ່ງຂັນທັງ 22 ທີມ ເປັນທີ່ຮຽບຮ້ອຍແລ້ວ.