ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພວມຮ່ວມກັບພະແນກ ຖວທ ແຂວງ ຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ກຽມພັດທະນາຜາຖີ່ ຢູ່ເມືອງຊໍາເໜືອ, ແຂວງຫົວພັນ ເປັນແຫລ່ງທ່ອງທ່ຽວລະດັບປະເທດ ແລະ ກາຍເປັນສະຖານທີ່ສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວແຂວງຫົວພັນ ໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.
ທ່ານ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດທີ່ທ່ານເດີນ ທາງໄປເຂົ້າຮ່ວມພິທີມອບ-ຮັບລາງວັນເມືອງວຽງໄຊ ເປັນເມືອງທ່ອງທ່ຽວສະອາດອາຊຽນ, ທັງໄດ້ໄປທ່ອງທ່ຽວຢູ່ຜາຖີ່ ເມື່ອບໍ່ດົນມານີ້ ວ່າ: ຜາຖີ່ ຍັງບໍ່ທັນໄດ້ເອົາເຂົ້າໃນບັນຊີແຫລ່ງທ່ອງທ່ຽວຂອງລາວເທື່ອ ເນື່ອງຈາກຕ້ອງໄດ້ປັບປຸງພື້ນຖານໂຄງລ່າງ ກໍຄື ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ແຕ່ມາຮອດປັດຈຸບັນ ເຫັນວ່າພື້ນຖານໂຄງລ່າງຫລາຍຢ່າງໄດ້ຮັບການພັດທະນາດີຂຶ້ນ, ລວມເຖິງດ້ານບຸກຄະລາກອນຂອງແຂວງຫົວພັນ ທີ່ຈະເຮັດໜ້າທີ່ການບໍລິການດ້ານການທ່ອງທ່ຽວຢູ່ສະຖານທີ່ແຫ່ງນີ້ມີຄວາມພ້ອມ ແລ້ວ. ດັ່ງນັ້ນ, ປັດຈຸບັນ ກົມພັດທະນາການທ່ອງທ່ຽວ, ພະແນກ ຖວທ ແຂວງຫົວພັນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ພວມຢູ່ໃນຂັ້ນຕອນປຶກສາຫາລື ເພື່ອກະກຽມພັດທະນາຜາຖີ່ ໃຫ້ເປັນແຫລ່ງທ່ອງທ່ຽວລະດັບປະເທດ ໂດຍຈະສຸມໃສ່ປັບປຸງຫລາຍຢ່າງ ໂດຍສະເພາະດ້ານພື້ນ ຖານໂຄງລ່າງບາງດ້ານທີ່ເຫັນວ່າຍັງບໍ່ດີເທົ່າທີ່ຄວນ ແລະ ການປັບປຸງດ້ານອື່ນໆ ທີ່ກ່ຽວຂ້ອງ ເພື່ອໃຫ້ກາຍເປັນສະ ຖານທີ່ທ່ອງທ່ຽວລະດັບປະເທດ ແລະ ສາມາດເປີດບໍລິ ການນັກທ່ອງທ່ຽວຢ່າງເປັນທາງການໃນອີກບໍ່ດົນນີ້.
ທ່ານ ພອນມະລີ ອິນທະພົມ ກ່າວຕື່ມວ່າ: ເຖິງວ່າຍັງບໍ່ທັນໄດ້ເອົາເຂົ້າບັນຊີແຫລ່ງທ່ອງທ່ຽວຂອງລາວ ແຕ່ໄລຍະຜ່ານມາ ໂດຍສະເພາະກ່ອນເກີດການລະບາດຂອງພະຍາດໂຄວິດ-19 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວຢູ່ຜາຖີ່ຫລາຍສົມຄວນ. ຢ່າງໃດກໍຕາມ ການຈະພັດທະນາສະຖານທີ່ແຫ່ງນີ້ເປັນແຫລ່ງທ່ອງທ່ຽວລະດັບປະເທດ ມັນຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ປະຕິບັດວຽກຕ່າງໆ ຮ່ວມກັນຢ່າງໄກ້ສິດ ແລະ ຕໍ່ເນື່ອງ, ຂະນະທີ່ນັກທ່ອງທ່ຽວເອງ ຕ້ອງມີສ່ວນຮ່ວມໃນການຮັກສາທໍາມະຊາດແລະ ຄວາມສວຍງາມໃນສະຖານທີ່ທ່ອງທ່ຽວແຫ່ງນີ້. ສິ່ງສໍາຄັນ ປະຊາຊົນ ກໍຄື ຊຸມຊົນທີ່ຢູ່ໃກ້ຄຽງຕ້ອງເຂົ້າມາມີສ່ວນຮ່ວມ ແລະ ມີລາຍໄດ້ຈາກສະຖານທີ່ທ່ອງທ່ຽວດັ່ງກ່າວ ຈິ່ງຈະເຮັດໃຫ້ເປັນສະຖານທີ່ທ່ອງທ່ຽວລະດັບປະ ເທດທີ່ສາມາດສ້າງລາຍຮັບໃຫ້ຊຸມຊົນ ແລະ ມີຄວາມຍືນຍົງຕະຫລອດໄປ.
ຜາຖີ່ ຕັ້ງຢູ່ໃນເຂດເມືອງຊໍາເໜືອ, ຫ່າງຈາກເທດສະ ບານແຂວງຫົວພັນ 68 ກິໂລແມັດ. ໃນສະໄໝສົງຄາມເປັນທີ່ຕັ້ງທະຫານລັບຂອງສະຫະລັດອາເມລິກາ ຮູ້ຈັກກັນໃນຊື່ລະຫັດ ລີມາ 85 ຫຼື LS-85 ຕັ້ງຢູ່ເທິງພູຜາສູງຈາກລະດັບນ້ຳທະເລປະມານ 1.700 m, ຕ້ອງໃຊ້ຍົນເຮລີຄ໋ອບເຕີເທົ່ານັ້ນ ສໍາລັບລໍາລຽງອາວຸດຍຸດໂທປະກອນຕ່າງໆ ຂຶ້ນໄປຕິດຕັ້ງປະຈໍາການ, ເຊີ່ງທະຫານກອງທັບລາວອິດສະຫລະ ໄດ້ປີນຜາຖີ່ເພື່ອຂຶ້ນໄປດັບສູນສັດຕູ, ທໍາລາຍຖານເຣດາ ແລະ ຄື້ນວິທະຍຸສື່ສານອັນສຳຄັນຂອງສັດຕູໄດ້ໃນວັນທີ 11 ເດືອນມີນາ ປີ 1968, ເຊິ່ງຖືເປັນໄຊຊະນະທີ່ອົງອາດກ້າຫານ, ດຸເດືອດທີ່ສຸດ ແລະ ເປັນບັ້ນຮົບທີ່ປະເທດຊາດຕ້ອງຈາລຶກໄວ້ຕະຫລອດໄປ.
ໃນປີ 2018 ຜ່ານມາ, ພັກ ແລະ ລັດຖະບານ ໄດ້ຕົກລົງໃຫ້ຈັດພິທີສະເຫລີມສະຫລອງ ວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ ແລະ ໄດ້ພັດທະນາພື້ນຖານໂຄງລ່າງຫລາຍຢ່າງຜາແຫ່ງນີ້, ໃນນີ້ ລວມທັງຂັ້ນໃດຂຶ້ນຜາຖີ່ທີ່ສວຍງາມ ແລະ ມີຫລາຍກວ່າ 1.000 ຂັ້ນ.
Cr: ບຸນຕຽງ ຈັນທະວົງ
May be an image of 2 people and nature