ສະມາສະມາຄົມເຟີນິເຈີລາວ ( ສຟລ ) ຈະຈັດງານວາງສະແດງສິນຄ້າເຟີນິເຈີວຽງຈັນ ຄັ້ງທີ 5 ປະຈຳປີ 2021 ໃນລະຫວ່າງວັນທີ 20-28 ມີນາ 2021 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).ນະຄອນຫລວງວຽງຈັນ
ໃນວັນທີ 9 ມີນາ 2021 ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດ ແລະຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງຂັ້ນເທີງວາງອອກໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ, ຜັນຂະຫຍາຍຕາມເນື້ອໃນຄໍາສັ່ງຂອງນາຍົກລັດຖະ ມົນຕີ ສະບັບເລກທີ 15/ນຍ, ເພື່ອເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປະຈຸບັນຕ້ອງ ການ ແລະເປັນທີ່ນິຍົມກັນຢູ່ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນິເຈີລາວໃຫ້ກາຍເປັນສິນຄ້າທີ່ມີຄຸນນະ ພາບ ແລະລາຄາສູງຕາມຄວາມຕ້ອງການຂອງລູກຄ້າ ແລະຕະຫຼາດເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກ ຍາກໃນອະນາຄົດ.ນອກຈາກນີ້ ຍັງເປັນການສົ່ງເສີມການປູກໄມ້ ແລະຫັນມາໃຊ້ໄມ້ປູກທົດແທນໄມ້ທຳມະຊາດ, ເຮັດໃຫ້ສັງຄົມຮູ້ຈັກກັບຜະລິດຕະພັນເຟີນິເຈີໄມ້ລາວຫຼາຍຂຶ້ນ ແລະກວ້າງຂວາງໄປເລື້ອຍໆ, ສົງເສີມງານວາງສະແດງສິນຄ້າເຟີນິເຈີໄມ້ລາວໃຫ້ໂດດເດັ່ນມີຊື່ ສຽງ ເປັນທີ່ຮູ້ຈັກ ແລະທັງເປັນການດຶງດູດເອົາລູກຄ້າເຂົ້າ ມາຊື້-ຂາຍສິນຄ້າເຟີນິເຈີໃນ ສປປ ລາວ ຫຼາຍຂຶ້ນ, ສຳລັບຜະລິດຕະພັນທີ່ນຳມາວາງສະແດງຈະມີ ເຄື່ອງເຟີນິເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະຈາກວັດສະດຸເສດເຫຼືອຕ່າງໆ, ຜະ ລິດຕະພັນຫັດຖະກຳ ແລະເຄື່ອງແກະສະ ຫຼັກ, ເຄື່ອງປະ ດັບຕົກແຕ່ງ ແລະເອ້ຢ້ອງພາຍໃນເຮືອນ ແລະ ອື່ນໆ.
ສຳລັບຫ້ອງວາງສະແດງທ່ານ ບຸນຖອງ ຫລວງໂຄດ ຄະ ນະ ສຟລ ໃຫ້ຮູ້ວ່າ: ມີທັງໝົດ 200 ຫ້ອງ ໃນນັ້ນ ມີ 30 ຫ້ອງສຳລັບຫົວໜ່ວຍທຸລະກິດໂອດັອບ, ປະຈຸບັນການຈັບຈອງຫ້ອງຂາຍໄດ້ 90%, ໂດຍຈະມີຫົວໜ່ວຍ ຫຼື ໂຮງງານທີ່ຈະເຂົ້າມາຮ່ວມ 70 ຫົວໜ່ວຍ ແລະຕ່າງແຂວງ 20 ຫົວ ໜ່ວຍຈາກ 10 ແຂວງ, ຊຶ່ງຄາດຄະເນຕະຫຼອດການຈັດງານຈະມີການຈໍລະຈອນຊື້-ຂາຍສິນຄ້າພາຍໃນງານ ປະມານ 10 ຕື້ກີບ ແລະຈະມີຜູ້ເຂົ້າທ່ຽວຊົມປະມານ 10.000 ຄົນ.
ສ່ວນທ່ານ ກອງແຊງ ລາດສະມູນ ຄະນະ ສຟລ ໃຫ້ຮູ້ວ່າ: ພາຍໃນງານວາງສະແດງນັບແຕ່ວັນທີ20-28 ມີນາ ຍັງມີກິດຈະກຳຕ່າງໆ ເປັນຕົ້ນ ວາງສະແດງຊຶ້-ຂາຍສິນຄ້າ, ສະແດງດົນຕີລາວ, ສະແດງກາຍຍະສິນ, ມິນິຄອນເສີດ, ຈັບສະຫຼາກມອບລາງວັນ ລວມມູນຄ່າຫຼາຍກວ່າ 30ລ້ານກວ່າກີບ ແລະອື່ນໆ.
Loading...