ໃນຕອນບ່າຍວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບລົດຊ່ວຍເຫຼືອ ເປັນລົດນໍາສົ່ງຄົນເຈັບ (Ambulance) ຈໍານວນ 06 ຄັນ ລວມມູນຄ່າ 294.000 ໂດລາສະຫະລັດ ຈາກກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໃຫ້ແກ່ລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ທີ່ກ່ຽວຂ້ອງ ກໍ່ຄືວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ-19, ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຄໍາເຈນ ວົງໂພສີ, ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ; ມີພະນັກງານທີ່ກ່ຽວຂ້ອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ບໍລິສັດ ເຂົ້າຮ່ວມ.
ໃນໂອກາດກ່າວມອບລົດຄັ້ງນີ້້, ທ່ານ ຈັນທອນ ສິດທິໄຊ, ປະ ທານກຸ່ມ ບໍລິສັດ ພົງສະຫວັນ ຈຳກັດ ໄດ້ກ່າວວ່າ: ຈຸດປະສົງ ຂອງການມອບລົດນໍາສົ່ງຄົນເຈັບ ຊ່ວຍລັດຖະບານ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນ ຊ່ວຍພັກ-ລັດຖະບານ ກໍ່ຄືຕອບສະ ໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດໂຄວິດ-ບໍລິການຮັບໃຊ້ສັງຄົມ ລວມທັງການຂົນສົ່ງຄົນເຈັບສຸກເສີນ ແລະ ຄົນເຈັບທົ່ວ ໄປ ໃຫ້ມີຄວາມສະດວກ, ວ່ອງ ໄວ, ປອດໄພ ແລະ ທັນການ.
ນອກຈາກນີ້ ໃນໄລຍະຜ່ານມາ ກຸ່ມບໍລິສັດ ພົງສະຫວັນ ໄດ້ປະ ກອບສ່ວນມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດຕ່າງໆ ແລະ ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ລັດຖະບານ ກໍ່ຄື ຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມມູນຄ່າ ປະມານ 1 ລ້ານໂດລາສະຫະລັດ.
ໃນໂອກາດດຽວກັນ, ທ່ານ ຄຳເຈນ ວົງໂພສີ ຕາງໜ້າລັດຖະບານ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ບໍລິສັດ ທີ່ໄດ້ປະກອບສ່ວນ ໃຫ້ການຊ່ວຍເຫຼືອແກ່ລັດ ຖະບານ ໃນຄັ້ງນີ້, ຊຶ່ງສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງວຽກງານການບໍລິການຮັບໃຊສັງຄົມ, ທັງສະແດງເຖິງ ຄວາມເປັນຫ່ວງເປັນໃຍ, ເສຍສະຫຼະ ແລະ ສະໜັບສະໜູນ ການປະຕິບັດໜ້າທີ່ວຽກງານ ຂອງລັດຖະບານ ກໍ່ຄືຂອງຄະນະສະເພາະກິດ. ຫ້ອງວ່າການສຳ ນັກງານນາຍົກ ລັດຖະມົນຕີ ຈະສົມທົບກັບກະຊວງສາທາລະນະສຸກ ເພື່ອແຈກຢາຍລົດນຳສົ່ງຄົນເຈັບດັ່ງກ່າວ ໃຫ້ພາກສ່ວນກ່ຽວ ຂ້ອງຕາມນຳໃຊ້ຖືກຕາມເປົ້າ ໝາຍ. ພ້ອມກັນນີ້ ທ່ານ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ຍັງໄດ້ມອບໃບຍ້ອງຍໍ ໃຫ້ບໍລິສັດດັ່ງກ່າວ ເພື່ອສະແດງຄວາມຂອບໃຈ ແລະ ຈາລຶກຜົນງານການຊ່ວຍ ເຫຼືອຄັ້ງນີ້.
Loading...