ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງສຶກສາທິການ ແລະ ກິລາ ໄດ້ກໍານົດເອົາວັນທີ 4 ກັນຍາ ເປັນມື້ໄຂສົກຮຽນໃໝ່ 2023–2024 ຢ່າງເປັນທາງການພ້ອມກັນທົ່ວປະເທດ, ແຕ່ໃນຕົວຈິງມີຫລາຍໂຮງຮຽນໃນທົ່ວປະ ເທດທີ່ມີຄວາມພ້ອມໄດ້ເລີ່ມການຮຽນ-ການສອນນັບແຕ່ວັນທີ 1 ກັນຍານີ້ເປັນຕົ້ນໄປ.
ການໄຂສົກ ຮຽນໃໝ່ໃນປີນີ້ ມີຄວາມສໍາຄັນຫລາຍ ເພາະແມ່ນສົກຮຽນທີ່ນອນຢູ່ກາງສະໄໝຂອງການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງລັດ ຖະບານ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງ ລາວນັບແຕ່ປີ 2021 ຫາ 2025 ພາຍຫລັງທີ່ລາວເຮົາປະສົບຜົນສຳເລັດໃນການປັບປຸງການຮຽນ-ການສອນສົກຮຽນ 2022-2023 ຜ່ານມາ
ເຖີງວ່າປະສົບກັບອຸປະສັກຫລາຍຢ່າງ ແຕ່ໄດ້ຮັບຜົນສໍາ ເລັດດີສົມຄວນ ແລະ ເຮັດໃຫ້ການສຶກສາສາຍສາມັນຂອງລາວ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງທັງ ດ້ານປະລິມານ ແລະ ຄຸນນະພາບ, ຫຼາຍໂຮງ ຮຽນທັງພາກລັດ ແລະ ເອກະ ຊົນໄດ້ກາຍ ເປັນໂຮງຮຽນ ຕົວແບບດ້ານຄຸນນະພາບ, ໂຮງ ຮຽນປອດສິ່ງເສບຕິດ, ນັກຮຽນຈໍານວນບໍ່ໜ້ອຍໄດ້ຮັບການຍ້ອງຍໍ ຮຽນດີ-ຮຽນເກັ່ງ, ໄດ້ຮັບໃບປະກາສະນະຍະບັດແດງ ແລະ ອື່ນໆ.
ການໄຂສົກຮຽນໃໝ່ປີນີ້ ແຕກຕ່າງຈາກທຸກປີຜ່ານມາ ເພາະເປັນການໄຂສົກຮຽນໃໝ່ໃນທ່າມ ກາງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດ ເຮັດໃຫ້ເຂົ້າຍາກໝາກແພງ, ລາຄາ ເຄື່ອງນຸ່ງນັກຮຽນ ແລະ ອຸປະກອນການຮຽນເພີ່ມຂຶ້ນແບບກ້າວກະໂດດ ເຮັດໃຫ້ສ້າງຄວາມຫຍຸ້ງຍາກ ລໍາບາກແກ່ຜູ້ປົກຄອງນັກຮຽນທີ່ຕ້ອງໄດ້ແບກຫາບຄ່າໃຊ້ຈ່າຍເຫລົ່ານີ້ເພື່ອໃຫ້ລູກຫລານຂອງຕົນໄດ້ ເຂົ້າຮຽນ.
ຢ່າງໃດກໍຕາມ, ເຖີງວ່າພົບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ທຸກໂຮງຮຽນໃນທົ່ວປະເທດ ໄດ້ ເອົາໃຈໃສ່ກະ ກຽມໃຫ້ແກ່ການໄຂສົກຮຽນໃໝ່ຢ່າງເປັນຂະບວນຟົດຟື້ນ ເພື່ອຈັດຕັ້ງຜັນຂະຫຍາຍການ ແຜນພັດທະນາການສຶກສາທີ່ກະຊວງສຶກສາ ທິການ ແລະ ກິລາວາງອອກໃຫ້ປະກົດຜົນເປັນຈິງ.
ການໄຂສົກຮຽນໃຫມ່, ໄປຄຽງຄູ່ກັບຄວາມດີໃຈຂອງນັກຮຽນທັງຫລາຍທີ່ຈະໄດ້ພົບແຕ່ສິ່ງໃໝ່ໆ, ແຕ່ອີກດ້ານໜຶ່ງກໍສ້າງຄວາມລຳບາກໃຈບໍ່ໜ້ອຍໃຫ້ຜູ້ປົກຄອງນັກຮຽນ ບໍ່ໜ້ອຍເພາະຕ້ອງໄດ້ແບກຫາບພາລະຄ່າໃຊ້ຈ່າຍຊື້ອຸປະ ກອນການຮຽນ, ເຄື່ອງນຸ່ງຫົ່ມ ແລະ ເສຍຄ່າທຳນຽມໃຫ້ໂຮງຮຽນ ແລະ ອື່ນໆ ໂດຍສະພາບເສດຖະກິດໃນປັດຈຸບັນຍິ່ງລໍາບາກຂຶ້ນຕື່ມ.
ເມື່ອເຫັນໄດ້ຄວາມຍາກລຳບາກຂອງພໍ່ແມ່ ຫລື ຜູ້ປົກ ຄອງຄືແນວນັ້ນ ຜູ້ເປັນລູກເປັນຫຼານ ແລະ ເປັນອະນາຄົດຂອງຊາດ ຄວນຄຳນຶງວ່າ: ທີ່ພໍ່ແມ່ເສຍສະລະເຖີງຂັ້ນນີ້ ບໍ່ແມ່ນເພື່ອພວກ ເພີ່ນເອງ ແຕ່ຫາກແມ່ນເພື່ອອະນາຄົດທີ່ດີຂອງລູກຫລານ. ດັງນັ້ນ ນັກຮຽນທຸກຄົນຄວນເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ, ມີລະບຽບວິໄນ ແລະ ບໍ່ມົວເມົາເພີດ ເພີນນຳສັງຄົມເປື່ອຍເຍື່ອຍ, ຕິດໝູ່ເຫຼົ້າ, ເຂົ້າໝູ່ຢາເສບ ຕິດ, ໃຊ້ແຕ່ໂທລະສັບໃນທາງທີ່ບໍ່ສ້າງສັນ ແລະສິ່ງຫຍໍ້ທໍ້ອື່ນໆ ເພື່ອໃຫ້ເຮົາກາຍເປັນລູກຄຳຮູ້ຂອງພໍ່ແມ່, ນັກຮຽນດີ, ນັກຮຽນເກັ່ງຂອງຄູ ແລະ ຜູ້ສືບທອດທີ່ດີຂອງປະເທດ ຊາດໃນອະນາຄົດ.
ນັກຮຽນທັງຫຼາຍທີ່ຢູ່ເຂດຫ່າງໃກສອກຫລີກໃນທົ່ວປະເທດ ຈົ່ງຢ່າໄດ້ຕໍ່າຄ້ອຍນ້ອຍໃຈ ແລະ ປະລະການຮຽນ ບໍ່ວ່າຈະດ້ວຍເຫດຜົນໃດໆ ກໍ່ຕາມ ເພາະພັກ ແລະລັດ ຍາມໃດກໍໃຫ້ຄວາມສຳຄັນແກ່ວຽກງານການສຶກສາ ແລະ ຕ້ອງການຄົນທີ່ຮຽນດີຮຽນເກັ່ງ, ມີຄວາມຮູ້ຄວາມສາມາດ ແລະ ຄຸນ ສົມບັດທີ່ດີ ເພື່ອມາພັດທະນາປະເທດຊາດຊ່ວຍກັນ, ເຖີງວ່າຢູ່ເຂດຫ່າງໃກສອກຫລີກ ຫລື ກຳເນີດໃນຄອບຄົວທີ່ຍາກຈົນເຖີງຂັ້ນເຂົ້າຂາດແລງ ແກງຂາດໝໍ້ ແຕ່ຖ້າຮຽນດີຮຽນເກັ່ງ ແລະ ມີຄຸນສົມບັດທີ່ດີ ລັດຖະບານພ້ອມທີ່ຈະສະໜັບສະໜູນໃຫ້ເປັນຜູ້ສືບທອດທີ່ດີຂອງຊາດໃນໄດ້ເຊັ່ນດຽວກັນ.
Cr: BT,ວສລ
ພາບ: ມ.ສ ວຽງຈັນ + ໂຮງຮຽນ ຮຸ່ງເຮືອງ